ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ຊາວໜຸ່ມ ປປລ ຫຼວງພະບາງສົ່ງເສີມວິຊາຊີບ - ສ້າງເສດຖະກິດໃຫ້ມີລາຍຮັບສູງຂຶ້ນ

ຊາວໜຸ່ມ ປປລ ຫຼວງພະບາງສົ່ງເສີມວິຊາຊີບ - ສ້າງເສດຖະກິດໃຫ້ມີລາຍຮັບສູງຂຶ້ນ
ໂດຍ:ວັນໄຊ ຕະວິນຍາຍ ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ VIII ຂອງສູນກາງ ຊປປລ, ມະຕິ VIII ຂອງອົງຄະນະພັກແຂວງ ແລະ ມະຕິ VII
ຂອງ ຄຊປປລ ແຂວງຫຼວງພະບາງ,ໂດຍສະເພາະແມ່ນປະຕິບັດຕາມມະຕິ ເລກທີ 04/ກພສພ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່.
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ຈັດຕັ້ງຜັນຂະຫຍາຍບັນດາມະຕິໃຫ້ປະກົດຜົນເປັນຈິງໄດ້ດີພໍສົມຄວນ ອັນໄດ້ສ້າງເງື່ອນໄຂໃຫ້ຄອບຄົວຊາວໜຸ່ມ, ສະມາຊິກຊາວໜຸ່ມສ້າງເສດຖະກິດຄອບຄົວ,ຜະລິດເປັນສິນຄ້າ,ເຮັດການບໍລິການດ້ານຕ່າງໆໃຫ້ຫຼາຍຂຶ້ນ.ໄປພ້ອມກັບການພັດທະນາສີມືແຮງງານ,ສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ.ມາຮອດປັດຈຸບັນ,ເຮັດໃຫ້ຄອບຄົວຊາວໜຸ່ມມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ, ສາມາດລຶບລ້າງຄວາມທຸກຍາກໄດ້ຢ່າງເປັນຮູບປະທໍາ.ສະມາຊິກຊາວໜຸ່ມຫຼາຍສະຫາຍ, ຫຼາຍໜ່ວຍ, ຫຼາຍເມືອງ ແລະ ບັນດາພະແນກການ ອ້ອມຂ້າງແຂວງ ສາມາດຍາດໄດ້ທຸງໄຊນໍາໜ້າ 4 ບຸກ ຂອງ ຊປປລ.
ທ່ານ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ກ່າວວ່າ:ໃນປີ2024 ນີ້,ໄດ້ຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມແຂວງສ້າງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ອໍານວຍຄວາມສະດວກໃຫ້ຊາວໜຸ່ມເຂົ້າເຖິງແຫຼ່ງທຶນ,ຄວາມຮູ້ດ້ານການຕະຫຼາດ,ດ້ານເຕັກນິກ ແລະ ການບໍລິຫານ ເພື່ອລິເລີ່ມທຸລະກິດ, ຊຸກຍູ້ສະມາຊິກຊາວໜຸ່ມ-ໄວໜຸ່ມສ້າງວຽກເຮັດງານທໍາ ທີ່ມີລັກສະນະສີຂຽວ, ສະອາດ ແລະ ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ, ສ້າງເສດຖະກິດແບບລວມໝູ່, ຢູ່ສໍານັກງານ, ກົມກອງ-ອົງການ, ເມືອງ ແລະ ບ້ານ ສາມາດກຸ້ມຕົນເອງທາງດ້ານງົບປະມານບໍລິຫານ.
ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ບັນດາເມືອງ,ນະຄອນ, ໜ່ວຍຊາວໜຸ່ມບັນດາພະແນກການເຂົ້າຮ່ວມວຽກງານກອງທຶນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງ ຄຊປປລ ແຂວງ ເພາະວ່າວຽກງານກອງທຶນເປັນທ່າແຮງໜຶ່ງໃນການສະໜອງທຶນຮອນເພື່ອແກ້ໄຂຊີວິດການເປັນຢູ່ໃນເວລາມີຄວາມຈໍາເປັນ.ປັດຈຸບັນ,ກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງຊາວໜຸ່ມແຂວງ ມີສະມາຊິກກອງທຶນທັງໝົດ 4.344ຄົນຍິງ 2.170ຄົນ, ມີເງິນກອງທຶນທັງໝົດ962.058.000 ກີບ,ໄດ້ສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງຊາວໜຸ່ມຂັ້ນບ້ານ ຢູ່ບ້ານສາມສ້າງຈໍານວນ 6 ບ້ານມີສະມາຊິກທັງໝົດ 151ຄົນຍິງ 42ຄົນ.ມີເງິນສະສົມທັງໝົດ 21 ລ້ານກວ່າກີບ, ຜ່ານມາເຫັນວ່າ ການບໍລິຫານກອງທຶນແມ່ນຖືກຕ້ອງຕາມລະບຽບຂອງກອງທຶນ ແລະມີການຂະຫຍາຍຕົວດີຂຶ້ນ, ນອກນັ້ນ, ຊາວໜຸ່ມຫຼາຍທ້ອງຖິ່ນ, ສໍານັກງານ-ອົງການ ໄດ້ຊຸກຍູ້ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ສ້າງເສດຖະກິດຄອບຄົວ ເພື່ອພັດທະນາຊີວິດການເປັນເປັນຢູ່ໃຫ້ດີຂຶ້ນ.
ນອກນັ້ນ, ຄະນະຊາວໜຸ່ມແຂວງ ຍັງໄດ້ສະໜອງທຶນໃຫ້ໂຄງການສ້າງຊາວໜຸ່ມຕົວແບບໃນການລ້ຽງໄກ່ລາດ ເປັນໂຄງການລົງທຶນຂອງລັດ 100%, ທາງຄະນະຊາວໜຸ່ມ ປປລ ແຂວງຫຼວງພະບາງ ໄດ້ມອບທຶນໃຫ້ຄອບຄົວຊາວໜຸ່ມ ຕົວແບບ 5 ຄອບຄົວ, ຄອບຄົວລະ 10.000.000 ກີບ, ເປັນເງິນ 50.000.000 ກີບ, ທີ່ນອນຢູ່ໃນ 1 ເມືອງ ແລະ 1 ນະຄອນຄື: ເມືອງນານ 2 ຄອບຄົວ ແລະ ນະຄອນ-ຫຼວງພະບາງ ມີ 3 ຄອບຄົວ.
ໄດ້ຮັບທຶນກູ້ຢືມຂອງໂຄງການ ກ້າໄມ້ແຕກໃບ ສົດໃສຢືນຕົ້ນ ໃຫຍ່ງາມ ຈາກສູນກາງຊາວໜຸ່ມ ປປລຊຶ່ງເປັນທຶນກູ້ຢືມບໍ່ມີດອກເບ້ຍ, ຈໍານວນ 10.000.000 ກີບ, ທຶນດັ່ງກ່າວ ໄດ້ມອບໃຫ້ຄອບຄົວຊາວໜຸ່ມ ຢູ່ນະຄອນ-ຫຼວງພະບາງ ນໍາໄປເປັນທຶນສ້າງເສດຖະກິດເປີດຮ້ານຕັດ-ຫຍິບ. ຍັງມີໂຄງການບໍລິການ-ສົ່ງເສີມກະສິກໍາຮອບດ້ານ (LURAS) ຊຶ່ງເປັນໂຄງການຮ່ວມມືສອງຝ່າຍ ລະຫວ່າງ ລັດຖະບານປະເທດສະວິດ ແລະ ລັດຖະບານແຫ່ງ ສປປ ລາວ.ໂຄງການນີ້,ໄດ້ຈັດຕັ້ງປະຕິບັດໂດຍ ອົງການ HELVETAS-Laos ຮ່ວມກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ (ກສກສ) ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 1 ທັນວາ 2021 ຫາ ວັນທີ 30 ພະຈິກ 2025 ເພື່ອສະໜັບສະໜູນໄວໜຸ່ມຊົນນະບົດ ໃຫ້ມີໂອກາດເຂົ້າເຖິງທາງເລືອກໃນການສ້າງອາຊີບ. ໄປພ້ອມກັນນັ້ນ,ຄະນະຊາວໜຸ່ມແຂວງ ໄດ້ລົງໂຄສະນາວຽກງານສົ່ງເສີມການປູກ ແລະ ການລ້ຽງສັດ ໃຫ້ 6 ເມືອງ 1 ນະຄອນ, ຈັດຝຶກອົບຮົມທັກສະໃຫ້ກັບຊາວໜຸ່ມ-ໄວໜຸ່ມ, ໂຄງການນີ້ຍັງໄດ້ສະໜັບສະໜູນທຶນ ໃຫ້ຊາວໜຸ່ມ ຈໍານວນ 15ຄົນ ລວມເປັນເງິນ 213.947.000 ກີບ ແລະ ຈັດຝຶກອົບຮົມຄວາມຮູ້ດ້ານຕ່າງໆ ລວມເປັນເງິນ 159.310.000 ກີບ.
ເດັ່ນອີກອັນໜຶ່ງ ຄະນະຊາວໜຸ່ມແຂວງ ໄດ້ຮ່ວມມືກັບ (ກົມພັດທະນາວິຊາຊີບ) ສູນກາງຊາວໜຸ່ມ, ບໍລິສັດໜາກເກົາລາວ (ໜາກນໍ້າມັນ) ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ມີ 6 ເມືອງເປົ້າໝາຍຂອງໂຄງການຄື: ເມືອງງອຍ, ເມືອງວຽງຄໍາ, ເມືອງປາກແຊງ, ເມືອງໂພນໄຊ, ເມືອງນໍ້າບາກ ແລະ ເມືອງຊຽງເງິນ.ມີສັນຍາຮ່ວມກັນ 5 ປີ ເລີ່ມຈັດຕັ້ງປະຕິບັດ ປີ 2022 – 2026, ເປັນໂຄງການສົ່ງເສີມ ການປູກ, ຄຸ້ມຄອງ ແລະ ເກັບຊື້ ໝາກເກົາລາວ ເພື່ອສົ່ງເສີມສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ຊາວໜຸ່ມ ແລະ ປະຊາຊົນໃນເຂດຊົນນະບົດ, ຜ່ານການຈັດຕັ້ງປະຕິບັດຜ່ານມາ,ເກັບກູ້ຜົນຜະລິດຈໍາໜ່າຍ ຢູ່ບັນດາເມືອງເປົ້າໝາຍໃນໄລຍະຜ່ານມາ ໄດ້ 258.457 ໂຕນ, ລວມເປັນເງິນ 1.809.199.0000 ກີບ.
ມາເຖິງປັດຈຸບັນນີ້,ທົ່ວແຂວງຫຼວງພະບາງມີຄອບຄົວຊາວໜຸ່ມຕົວແບບໃນການສ້າງເສດຖະກິດຄອບຄົວ, ສ້າງອາຊີບມີລາຍຮັບເຂົ້າສູ່ຄອບຄົວຈໍານວນ 353 ຄອບຄົວ, ບັນດາພະແນກການອ້ອມຂ້າງແຂວງ ຈໍານວນ 302 ຄອບຄົວ, ເມືອງ ຈໍານວນ 51 ຄອບຄົວ, ສ່ວນໃຫຍ່ແມ່ນຕົວແບບດ້ານການປູກຝັງ,ລ້ຽງສັດ, ການບໍລິການຕ່າງໆ, ດ້ານຫັດຖະກໍາ ແລະ ອື່ນໆ.
ທັງໜົດນີ້,ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ,ແຜນງານຂອງລັດຖະບານເວົ້າລວມ ເວົ້າສະເພາະ ແມ່ນເປົ້າໜາຍຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອແນໃສ່ເຮັດໃຫ້ຊາວໜຸ່ມລາວມີອາຊີບຄົງທີ່,ມີຊີວິດການເປັນຢູ່ດີຂຶ້ນ ຄ່ອຍຫຼຸດພົ້ນອອກຈາກຄວາມທຸກຍາກ ບໍ່ໃຫ້ໄປຫຍຸ້ງກ່ຽວກັບສິ່ງເສບຕິດກາຍເປັນກໍາລັງແຮງໃນການພັດທະນາສ້າງສາປະເທດຊາດ ກໍຄືໃຫ້ແກ່ແຂວງມີການພັດທະນາດີຂຶ້ນໄປເລື້ອຍໆ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ