ໃຫ້ກັບມິດສາຊີບທີ່ຫຼອກລວງທາງອອນລາຍ ໃນປີ 2023, ຂະນະທີ່ການສໍ້ໂກງທາງການເງິນອອນລາຍກາຍເປັນບັນຫາທີ່ພົບຫຼາຍຂຶ້ນໃນນູແວນເຊລັງ.
ທ່ານ ແອນດຣູ ເບຍລີລັດຖະມົນຕີກະຊວງການຄ້າ ແລະ ກິດຈະການຜູ້ບໍລິໂພກ ຂອງນູແວນເຊລັງ ລະບຸວ່າ: ປັດຈຸບັນຄາດວ່າມີການລາຍງານກໍລະນີການສໍ້ໂກງພຽງ 1 ໃນ 5 ເທົ່ານັ້ນ ຄວາມເສຍຫາຍທີ່ເກີດຂຶ້ນຈິງກັບຊາວນູແວນເຊລັງ ອາດຈະສູງກວ່ານີ້.
ທ່ານ ເບຍລີ ກ່າວວ່າ: ການພັດທະນາຢ່າງໄວວາຂອງເຕັກໂນໂລຊີດີຈີຕອນ ແລະ ຄວາມສັບຊ້ອນຂອງການສໍ້ໂກງທາງອອນລາຍ ຊຶ່ງສ່ວນຫຼາຍມີຕົ້ນຕໍມາຈາກຕ່າງປະເທດ ແລະ ເປັນອຸປະສັກສຳລັບຂະແໜງອຸດສາຫະກຳ ແລະ ພາກລັດໃນການກວດຈັບ, ປ້ອງກັນ ແລະ ຮັບມືກັບການຫຼອກລວງ.
ເຖິງຢ່າງໃດກໍຕາມ, ລັດຖະບານນູແວນເຊລັງ ໄດ້ເປີດງານສັບປະດາຄວາມຮັບຮູ້ກ່ຽວກັບການສໍ້ໂກງ (Fraud Awareness Week) ໂດຍເນັ້ນປະສານຄວາມພະຍາຍາມລະຫວ່າງຂະແໜງອຸດສາຫະກຳ ແລະລັດຖະບານເພື່ອຕໍ່ສູ້ກັບການສໍ້ໂກງທາງອອນລາຍ ເຊັ່ນ: ການປັບປຸງການແບ່ງປັນຂໍ້ມູນລະຫວ່າງບໍລິສັດໂທລະຄົມ ແລະ ທະນາຄານ, ການພັດທະນາການແກ້ໄຂທີ່ມີອຸດສາຫະກຳເປັນຜູ້ຄວບຄຸມພາຍໃນພາກສ່ວນສະເພາະ ເຊັ່ນ: ຂະແໜງທະນາຄານ ຕະຫຼອດຈົນຮ່ວມມືກັບອົສຕຣາລີ ແລະ ສິງກະໂປ ເພື່ອສ້າງແນວທາງການປະສານງານລະດັບພາກພື້ນ.
ຄໍາເຫັນ