ຊາວຍີ່ປຸ່ນ ພາກັນໄປເບິ່ງແສງສະຫວ່າງທຳອິດຂອງປີ

ຊາວຍີ່ປຸ່ນ ພາກັນໄປເບິ່ງແສງສະຫວ່າງທຳອິດຂອງປີ ເທິງຫໍຄອຍໂຕກຽວ

ຊາວຍີ່ປຸ່ນ ພາກັນໄປເບິ່ງແສງສະຫວ່າງທຳອິດຂອງປີ ເທິງຫໍຄອຍໂຕກຽວ
ຂ່າວຕ່າງປະເທດ ລາຍງານໃນວັນທີ 1 ທັນວາ ຜ່ານມາວ່າ: ຊາວຍີ່ປຸ່ນແລະນັກທ່ອງທ່ຽວຫຼາຍຮ້ອຍຄົນໄດ້ຂຶ້ນໄປຈຸດຊົມວີວເທິງຫໍຄອຍໂຕກຽວ ຊຶ່ງເປັນຕຶກທີ່ສູງທີ່ສຸດໃນນະຄອນຫຼວງໂຕກຽວ ເພື່ອຊື່ນຊົມແສງສະຫວ່າງທຳອິດຂອງປີ 2025.

ພາຍຫຼັງຜ່ານພົ້ນຄໍ່າຄືນວັນສົ່ງທ້າຍປີເກົ່າຕ້ອນຮັບໃໝ່ ດ້ວຍການສວດມົນ ແລະ ເຄາະລະຄັງ, ໃນຕອນເຊົ້າຂອງວັນທີ 1 ມັງກອນ, ຊາວຍີ່ປຸ່ນໃນນະຄອນຫຼວງໂຕກຽວ ແລະນັກທ່ອງທ່ຽວຫຼາຍຮ້ອຍຄົນໄດ້ຂຶ້ນໄປທີ່ຈຸດຊົມວີວເທິງຫໍຄອຍໂຕກຽວ ຊຶ່ງເປັນຕຶກທີ່ສູງທີ່ສຸດໃນນະຄອນຫຼວງໂຕກຽວ ທ່າມກາງອາກາດໜາວເຢັນເພື່ອລໍຖ້າເບິ່ງແສງສະຫວ່າງທໍາອິດຂອງປີ ຫຼື ໄລຍະເວລາທີ່ຕາເວັນຂຶ້ນມື້ທໍາອິດຂອງປີ 2025.

ໂດຍທັນທີທີ່ຕາເວັນຂຶ້ນມາທັກທາຍ, ຜູ້ຄົນທີ່ຢືນລໍຖ້າຊົມຢູ່ເທິງດາດຟ້າ SHIBUYA SKY ຊຶ່ງສູງຈາກໜ້າດິນ 229 ແມັດ ຕ່າງກໍສົ່ງສຽງເຊຍ ແລະ ທັກທາຍກັນດ້ວຍຄວາມຍິນດີ. ໂດຍດວງຕາເວັນທໍາອິດຂອງປີນີ້ຂຶ້ນໃນເວລາ 6:43 ໂມງເຊົ້າຕາມເວລາທ້ອງຖິ່ນ.

ທັງນີ້, ສະຖານທີ່ໆສຳຄັນຂອງຍີ່ປຸ່ນ ສ່ວນຫຼາຍຈະປິດກ່ອນເຖິງວັນພັກຍາວ. ໂດຍຕາມວັດ ແລະ ບ້ານເຮືອນຕ່າງໆ ຈະໄດ້ເຮັດຄວາມສະອາດຂະໜາດໃຫຍ່ເພື່ອຕ້ອນຮັບປີໃໝ່ເຊັ່ນດຽວກັນ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ທ່ານ ຕາຕັງ ຍູເລຍໂນ ເຈົ້າໜ້າທີ່ອາວຸໂສຈາກກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍ ວາງແຜນທີ່ຈະນຳເຂົ້ານ້ຳຕານ 3.1 ລ້ານໂຕນ ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳໃນປີ 2026. ໂດຍປະລິມານການນຳເຂົ້ານີ້ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຂະແໜງການຜະລິດເປັນຫຼັກ, ໂດຍເນັ້ນໜັກວ່າລັດຖະບານບໍ່ມີແຜນການທີ່ຈະນຳເຂົ້ານ້ຳຕານສຳລັບການບໍລິໂພກໃນຄົວເຮືອນ.
ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.
ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ, ສ ເກົາຫຼີ ໄດ້ສໍາເລັດການຍ້າຍສະຖານທີ່ທໍານຽບປະທານາທິບໍດີຢ່າງເປັນທາງການ ໂດຍໄດ້ຍ້າຍກັບຄືນສູ່ຊົງວະແດອີກຄັ້ງ ພາຍຫຼັງຖືກຍ້າຍໄປຢູ່ບ່ອນໃໝ່ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບປະທານາທິບໍດີ ສ ເກົາຫຼີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.
ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: ກອງກຳລັງຕຳຫຼວດສິງກະໂປ (SPF) ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜູ້ກະທໍາຜິດໃນຄະດີສໍ້ໂກງ ຫຼື ອາຊະຍາກໍາທີ່ກ່ຽວຂ້ອງກັບການຫຼອກລວງໃນສິງກະໂປ ອາດຈະປະເຊີນກັບການລົງໂທດດ້ວຍການທຸບຕີດ້ວຍໄມ້ຄ້ອນ (caning) ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 30 ທັນວາ 2025 ເປັນຕົ້ນໄປ, ພາຍໃຕ້ກົດ ໝາຍອາຍາສະບັບປັບປຸງ 2025 ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນເດືອນພະຈິກທີ່ຜ່ານມາ.
ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເພີ່ມເຕີມ