ບົດລາຍງານຂອງ AIC, ອີງຕາມການສຳຫຼວດຜູ້ໃຊ້ອິນເຕີເນັດ ຫຼາຍກວ່າ 10,000 ຄົນ ພົບວ່າ 47.4% ຂອງຜູ້ຕອບແບບສອບຖາມກ່າວວ່າ: ພວກເຂົາຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ ໃນໄລຍະ 12 ເດືອນຜ່ານມາ.
ຜູ້ຕອບແບບສອບຖາມເກືອບສອງສ່ວນສາມ ຫຼື 63.9% ລະບຸວ່າ: ພວກເຂົາເຄີຍຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີມາແລ້ວຢ່າງໜ້ອຍໜຶ່ງຄັ້ງ, ໃນຂະນະທີ່ 20% ຂອງຈຳນວນທັງໝົດລະບຸວ່າ: ໄດ້ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີສອງປະເພດຂຶ້ນໄປ ໃນໄລຍະ 12 ເດືອນກ່ອນການສຳຫຼວດ.
ການລ່ວງລະເມີດ ແລະ ການຂົ່ມຂູ່ທາງອອນລາຍແມ່ນຮູບແບບອາຊະຍາກຳທາງໄຊເບີທີ່ພົບຫຼາຍທີ່ສຸດ ຊຶ່ງສົ່ງຜົນກະທົບຕໍ່ຜູ້ຕອບແບບສອບຖາມ 26.8% ໃນໄລຍະ 12 ເດືອນທີ່ຜ່ານມາ, ຕິດຕາມມາດ້ວຍອາຊະຍາກຳທາງຂໍ້ມູນສ່ວນບຸກຄົນ, ມັລແວ, ການສໍ້ໂກງ ແລະ ການຫຼອກລວງ.
ຂ່າວລະບຸວ່າ: ການສໍ້ໂກງ ແລະ ຫຼອກລວງທີ່ພົບເຫັນຫຼາຍທີ່ສຸດໃນໄລຍະ 12 ເດືອນຜ່ານມາແມ່ນການຫຼອກລວງຜູ້ເຄາະຮ້າຍໃຫ້ຈ່າຍເງິນ ຫຼື ໃຫ້ຂໍ້ມູນທີ່ລະອຽດອ່ອນເມື່ອພວກເຂົາພະຍາຍາມທີ່ຈະຊື້ສິນຄ້າ ຫຼື ບໍລິການຈາກຜູ້ຂາຍອອນລາຍປອມ ຫຼື ຜູ້ມີເຈດຕະນາສໍ້ໂກງ.
ການສໍາຫຼວດພົບວ່າ: ຊາວອົສຕຣາລີ 50.7% ໄດ້ໃຊ້ລະຫັດຜ່ານທີ່ແຕກຕ່າງກັນເພື່ອຄວາມປອດໄພຂອງບັນຊີອອນລາຍໃນປີ 2024 ຊຶ່ງຫຼຸດລົງຈາກ 53.2% ໃນປີ 2023. ໃນຂະນະທີ່ອັດຕາສ່ວນຂອງຊາວອົສຕຣາລີທີ່ປ່ຽນລະຫັດຜ່ານສຳລັບບັນຊີທີ່ຕ້ອງການຄວາມປອດໄພຢ່າງສະໝໍ່າສະເໝີ, ໃຊ້ໂປຣແກຣມຈັດການລະຫັດຜ່ານທີ່ປອດໄພ ແລະ ໃຊ້ການປ້ອງກັນດ້ວຍລະຫັດຜ່ານໃນ routers ກໍຫຼຸດລົງເຊັ່ນດຽວກັນ.
ຄໍາເຫັນ