ຊາວພຸດຮ່ວມໃສ່ບາດມື້ອອກພັນສາປະວໍລະນາ ທີ່ວັດໂພນທອງເປັນຈໍານວນຫຼາຍ

ຊາວພຸດຮ່ວມໃສ່ບາດມື້ອອກພັນສາປະວໍລະນາ ທີ່ວັດໂພນທອງເປັນຈໍານວນຫຼາຍ
ໂດຍ: ວັນເພັງ
ມື້ຂຶ້ນ 15ຄໍ່າ ເດືອນ 11 ຂອງທຸກໆປີ ແມ່ນວັນບຸນອອກພັນສາປະວໍລະນາ ຢູ່ຕາມວັດວາອາຮາມແຫ່ງຕ່າງໆກໍໄດ້ມີຊາວພຸດສາສະນິກະຊົນຈຳນວນຫຼາຍ ຮ່ວມກັນໄປທຳບຸນໃສ່ບາດ ເພື່ອຖວາຍສັງຄະທານຕ່າງໆແດ່ພະສົງສາມະເນນຢ່າງອີ້ມບຸນອີ້ມໃຈ ແລະ ມີບັນຍາກາດຄືກຄື້ນ ໂດຍສະເພາະ ວັດສີສົມພອນ ໄຊຍະຣາມ (ວັດໂພນທອງ) ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນໜຶ່ງວັດທີ່ມີຊາວພຸດ ຮ່ວມກັນໄປໃສ່ບາດເປັນຈຳນວນຫຼາຍ.
ບຸນອອກພັນສາປະວໍລະນາເປັນໜຶ່ງຮີດຄອງປະເພນີຂອງຊາວພຸດ ນອນໃນຮີດ 12 ຄອງ 14 ປະເພນີລາວທີ່ເຄີຍປະຕິບັດສືບທອດກັນມາເຖິງປັດຈຸບັນ. ເມື່ອຮອດມື້ຂຶ້ນ 15ຄໍ່າ ເດືອນ 11 ລາວຂອງທຸກໆປີ ໂດຍສະເພາະບັນຍາກາດມື້ອອກພັນສາປະວໍລະນາ ໃນວັນທີ 29 ຕຸລາ 2023 (ມື້ຂຶ້ນ 15ຄໍ່າ ເດືອນ 11 ພ.ສ 2566)ນີ້, ທີ່ວັດໂພນທອງ ມີຊາວພຸດທັງໃກ້ ແລະ ໄກ ເຂົ້າມາທຳບຸນເປັນຈຳນວນຫຼາຍ, ບາງຄົນມາເປັນຄອບຄົວ, ເປັນຄູ່ຮັກ, ໝູ່ເພືອນ ແລະ ອື່ນໆ, ມີການນຸ່ງຖືທີ່ສວຍງາມ, ເປັນລະບຽບຮຽບຮ້ອຍຕາມປະເພນີລາວ, ຜູ້ຍິງນຸ່ງເສື້ອໄໝ, ສິ້ນໄໝ, ບ່ຽງແຜ, ເກົ້າຜົມ, ມັດຜົມຢ່າງສວຍງາມ, ຜູ້ຊາຍກໍນຸ່ງຖືສຸພາບຮຽບຮ້ອຍ. ສໍາລັບກິດຈະກໍາ ມື້ໃສ່ບາດຢູ່ວັດດັ່ງກ່າວນີ້ກໍຄ້າຍຄືກັບຢູ່ວັດອື່ນໆ ມີການໃສ່ບາດຖວາຍທານ ແດ່ພະສົງສາມະເນນ ພາຍໃນວັດ ແລະ ຍັງໄດ້ຮ່ວມຟັງທໍາມະເທສະນາ, ຟັງຄວາມເປັນມາຂອງວັນບຸນອອກພັນສາ ແລະ ໃນຕອນແລງມື້ນີ້ຈະມີການໄຫວ້ພະສູດມົນຈະເລີນ ສະມາທິພາວະນາ ປະຕິບັດທໍາ ບູຊາພະຣັດຕະນະໄຕຣ, ຟັງທຳມະເທສະນາ, ຫຼັກທໍາທີ່ເຮັດໃຫ້ສໍາເລັດດັ່ງຄວາມປາຖະນາທຸກປະການ ແລະ ທຳປະທັກຂິນ, ມີວຽນທຽນອ້ອມພັດທະສີມາ ເພື່ອລະນຶກເຖິງ ແລະ ບູຊາຄຸນພະສໍາມາສໍາພຸດທະເຈົ້າ. ພ້ອມນັ້ນ, ໃນຕອນແລງວັນດຽວກັນນີ້ຢູ່ພາຍໃນເດີນວັດໂພນທອງຈະມີການໄຕ້ໂຄມໄຟຕັ້ງ, ໂຄມໄຟລອຍ ຈຳນວນ 999 ດວງ ຢ່າງສວຍງາມ. ສະນັ້ນ,ຊາວພຸດຈົ່ງຮ່ວມກັນໄປທຳບຸນຮ່ວມຖ່າຍຮູບ, ເກັບພາບງາມໆໄວ້ເປັນທີລະນຶກ. 
ແມ່ຕູ້ ນ້ອຍ ແສງອາລຸນ ປະຊາຊົນບ້ານໂພນທອງ ເມືອງໄຊເສດຖາ ນວ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ແຕ່ລະປີຮອດມື້ອອກພັນສາປະວໍລະນາຈະພາຄອບຄົວ, ລູກຫຼານມາໃສ່ບາດຢູ່ວັດແຫ່ງນີ້ເປັນປະຈຳເພື່ອທຳບຸນ ເພື່ອໃຫ້ຮູ້ຈັກຮີດຄອງປະເພນີລາວບໍ່ວ່າເປັນເປັນພິທີການທາງສາສະໜາຂອງການໃສ່ບາດ, ການນຸ່ງຖື ແລະ ອື່ນໆ.
ໃນຂະນະດຽວກັນນັ້ນ, ທ່ານ ນາງຕຽງແກ້ວ ແດນບຸບຜາ ປະຊາຊົນບ້ານໂພນທອງ ຍັງໃຫ້ສຳພາດວ່າ: ທຸກໆປີ ຮອດມື້ອອກພັນສາປະວໍລະນາ ໄດ້ພາຄອບຄົວມາໃສ່ບາດ ແລະ ມາເຮັດໂຮງທານເປັນປະຈຳ ມື້ນີ້ກໍໄດ້ນຳເຝີ ຈຳນວນ 25 ກິໂລກຼາມ ມາເຮັດໂຮງທານຢູ່ວັດແຫ່ງນີ້ ຮູ້ສຶກວ່າອີ້ມບຸນອີ້ມໃຈຫຼາຍ ແລະ ອອກພັນສາແລ້ວ ຢາກໃຫ້ທຸກຄົນໃນສັງຄົມສືບຕໍ່ຕັ້ງໝັ້ນຢູ່ໃນສິນ, ກິນໃນທຳ, ຮັກສາຮີດຄອງປະເພນີອັນດີງາມຂອງລາວໃຫ້ຢູ່ຄູ່ກັບຄົນລາວເຮົາຕະຫຼອດໄປ. ການເດີນທາງໄປ-ມາທ່ຽວຫຼິ້ນໃຫ້ມີສະຕິ, ຄອຍໄປຄອຍມາ, ກິນດື່ມໃຫ້ພໍດີງາມ ເພື່ອຫຼີກເວັ້ນອຸບັດເຫດ, ທ່ຽວຫຼິ້ນຢ່າງປອດໄພ ແລະ ໃຫ້ມີຄວາມມ່ວນຊື່ນໂຊກດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ