ຊາອຸດິດ ອາຣັບບີ ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 100 ລ້ານຄົນ

ຊາອຸດິດ ອາຣັບບີ ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 100 ລ້ານຄົນ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຊາອຸດິດ ອາຣັບບີ ຮອງຮັບນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດ ທັງໝົດ 106,2 ລ້ານຄົນໃນປີ 2023.
    ກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີລະບຸວ່າ: ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ 56% ຈາກປີ 2019 ແລະ 12% ຈາກປີ 2022 ໂດຍຈຳນວນນັກທ່ອງທ່ຽວຕ່າງປະເທດສູງເຖິງ 27,4 ລ້ານຄົນ ເພີ່ມຂຶ້ນ 56% ຈາກປີ 2019 ແລະ 65% ຈາກປີ 2022. ຈຸດໝາຍໃນຄັ້ງນີ້ເຮັດໃຫ້ຊາອຸດິດ ອາຣັບບີ ກາຍເປັນມະຫາອຳນາດເກີດໃໝ່ດ້ານການທ່ອງທ່ຽວລະດັບໂລກ ແລະ ກະຕຸ້ນໃຫ້ທາງການຕັ້ງເປົ້າໝາຍໃໝ່ໃນການຕ້ອນຮັບນັກທ່ອງທ່ຽວ 150 ລ້ານຄົນພາຍໃນປີ 2030. ກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີ ເປີດເຜີຍວ່າ: ການທ່ອງທ່ຽວໄດ້ພິສູດແລ້ວວ່າ ມີສ່ວນສຳຄັນຕໍ່ເສດຖະກິດຂອງຊາອຸດິດ ອາຣັບບີ ໂດຍນັກທ່ອງທ່ຽວໃນປະເທດ ແລະ ຕ່າງປະເທດໃຊ້ຈ່າຍຫຼາຍກວ່າ 2,5 ແສນລ້ານຣິຢັນຊາອຸດິດ ອາຣັບບີໃນປີ 2023 ຊຶ່ງຄິດເປັນຫຼາຍກວ່າ 4% ຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ແລະ 7% ຂອງ GDP ທີ່ບໍ່ແມ່ນນໍ້າມັນ. ທ່ານ ອາໝັດ ອັນ ຄາຕີບ ລັດຖະມົນຕີກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີກ່າວວ່າ: ຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນນີ້ສະທ້ອນເຖິງການປ່ຽນແປງ ນັບຕັ້ງແຕ່ມີການແນະນຳແຜນຍຸດທະສາດການທ່ອງທ່ຽວແຫ່ງຊາດເມື່ອ 5 ປີຜ່ານມາ.
    ທ່ານ ອັນ ຄາຕີບ ກ່າວວ່າ: ລະບົບນິເວດການທ່ອງທ່ຽວຍັງຄົງດຳເນີນຄວບຄູ່ກັບພະແນກກົນລະຍຸດດັ່ງກ່າວດ້ວຍການພັດທະນາຈຸດໝາຍປາຍທາງສຳລັບນັກທ່ອງທ່ຽວທີ່ຫຼາກຫຼາຍ ໂດຍມີເປົ້າໝາຍເພື່ອເສີມສ້າງປະສົບການຂອງນັກທ່ອງທ່ຽວ ເພີ່ມໂຕເລືອກສຳລັບນັກທ່ອງທ່ຽວໃນປະເທດ ແລະ ຕ່າງປະເທດຕະຫຼອດຈົນຮອດເພີ່ມລະດັບສິ່ງອຳນວຍຄວາມສະດວກໃນພາກການຕ້ອນຮັບຄວບຄູ່ກັບການໃຫ້ບໍລິການອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ເມສາ ຜ່ານມາຢູ່ນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ໄດ້ສິ້ນສຸດລົງ. ແຫຼ່ງຂ່າວຈາກຝ່າຍອີຣານໃຫ້ຮູ້ວ່າ: ໃນການເຈລະຈາຮອບນີ້, ຄະນະຜູ້ແທນຂອງສອງຝ່າຍຍັງມີຂໍ້ຂັດແຍ້ງກັນທີ່ຮຸນແຮງຈໍານວນໜຶ່ງ.
ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ຂ່າວສານຊີອາໄອລາຍງານວ່າ: ຜົນ​ການ​ນັບ​ຄະ​ແນນ​ສຽງ​ທີ່​ຫ້ອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຮົງ​ກາ​ຣີ​ເປີດ​ເຜີຍ​ໃນ​ວັນ​ທີ 12 ເມ​ສາ ຜ່ານມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ ​ຕິ​ສ​ຈາ ທີ່ນຳ​ພາ​ໂດຍ​ທ່ານ ແມກ​ຢາ ປີ​ເຕີ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.
ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງສະພາບອາກາດຂອງການາດາໄດ້ປະກາດວ່າ, ຈະໃຊ້ປັນຍາປະດິດ (AI) ຄຽງຄູ່ກັບວິທີການພະຍາກອນແບບດັ້ງເດີມ ເພື່ອໃຫ້ສາມາດພະຍາກອນອາກາດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ.
ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 13 ເມສາ ນີ້, ພິທີເປີດກອງປະຊຸມສຸດຍອດອິນເຕີເນັດໂລກປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026 ໄດ້ຈັດຂຶ້ນຢູ່ສູນປະຊຸມ ​ແລະ​ ວາງ​ສະ​ແດງຮົງກົງ. ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ຊຶ່ງຈະເນັ້ນ​ໜັກໃສ່ເຕັກໂນໂລຊີນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ, ​ບຸກ​ທະ​ລຸ​ຂໍ້ຈຳກັດທາງດ້ານພູ​ມີ​ປະ​ເທດ, ຊຸກຍູ້ການແລກປ່ຽນນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີທົ່ວໂລກໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 12 ເມ​ສາ ຜ່ານມາ ແຂວງກວາງ​ນິງ ໄດ້​ສົມ​ທົບ​ກັບ ນະ​ຄອນຫຼວງຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນິງ ເລີ່ມ​ລົງ​ມືກໍ່​ສ້າງເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວາງ​ນິງ. ໂດຍການເຂົ້າຮ່ວມຂອງທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ.
ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ເມສາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນອ້າງອີງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງລາຍງານວ່າ, ກະຊວງອຸດສາຫະກໍາຂອງຍີ່ປຸ່ນກໍາລັງພິຈາລະນາປ່ອຍນໍ້າມັນເພີ່ມເຕີມຈາກຄັງສໍາຮອງຂອງຕົນໃນເດືອນພຶດສະພາ ຊຶ່ງມີປະລິມານເທົ່າກັບການບໍລິໂພກພາຍໃນປະເທດ 20 ມື້, ທ່າມກາງຄວາມບໍ່ແນ່ນອນກ່ຽວກັບການຂົນສົ່ງຜ່ານຊ່ອງແຄບຮໍມຸສ.
ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ແຜນ​ລວມ​ກ່ຽວ​ກັບ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຈີນ(ມົງ​ໂກ​ໃນ) ທີ່​ພິມ​ແຈກ​ຢາຍໂດຍ​ຄະ​ນະ​ລັດ​ຖະ​ບານ​ຈີນຫວ່າງບໍ່​ດົນ​ມາ​ນີ້ ໄດ້​ເຜີຍ​ແຜ່​ຕໍ່​ພາຍນອກ​ໃນ​ວັນ​ທີ 9 ເມ​ສາ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ.
ກຳປູເຈຍ ຮັບວັດຖຸບູຮານ 20 ອັນ ກັບຄືນປະເທດ

ກຳປູເຈຍ ຮັບວັດຖຸບູຮານ 20 ອັນ ກັບຄືນປະເທດ

ຂ່າວຕ່າງປະເທດລາຍງານໃນວັນທີ 8 ເມສາ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນຂອງກຳປູເຈຍ ໄດ້ເປີດເຜີຍວ່າ, ວັດຖຸໂບຮານທາງວັດທະນະທຳຂອງກຳປູເຈຍ 20 ອັນ ທີ່ຖືກລັກລອບອອກຈາກປະເທດ ຖືກສົ່ງກັບຄືນມາຈາກຄໍເລັກຊັນສ່ວນຕົວໃນອາຊີ ປະກອບມີຮູບປັ້ນຫີນຊາຍ ແລະ ທອງສຳລິດຕ່າງໆ ຊຶ່ງສ້າງຂຶ້ນໃນສະຕະວັດທີ 11 ຫາ 13, ໂດຍຈຸດເດັ່ນທີ່ສຳຄັນແມ່ນຮູບປັ້ນທີ່ງົດງາມຈາກສະໄໝບາຢົນ ຊຶ່ງເຊື່ອກັນວ່າມີຕົ້ນກຳເນີດຈາກສະຖານທີ່ປະຫວັດສາດນະຄອນທົມ.
ຫວຽດນາມ ສູ້ຊົນປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ 2 ໂຕ​ເລກ

ຫວຽດນາມ ສູ້ຊົນປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ 2 ໂຕ​ເລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລືກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ໃນຕ​ອນ​ບ່າຍ​ວັນ​ທີ 9 ເມ​ສາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ສະ​ເໜີ​ບົດ​ລ​າຍ​ງານ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ ປີ 2025; ສະ​ພາບ​ການ​ປະ​ຕິ​ບັດແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ ປີ 2026.
ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ເມສາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ຕົວແທນຈຳໜ່າຍລົດຂອງອັງກິດ (SMMT) ເປີດເຜີຍວ່າ: ຍອດຂາຍລົດໃໝ່ຂອງອັງກິດໃນເດືອນມີນາບັນລຸລະດັບສູງສຸດນັບຕັ້ງແຕ່ປີ 2019, ແຕ່ຍອດຂາຍລົດໄຟຟ້າ (EV) ຍັງຄົງຕໍ່າກວ່າເປົ້າໝາຍຂອງລັດຖະບານ.
ເພີ່ມເຕີມ