ເຊກອງ ຈະສຸມໃສ່ສ້າງບ້ານ ແລະ ຄອບຄົວ ວັດທະນະທໍາໃຫ້ບັນລຸແຜນ

ເຊກອງ ຈະສຸມໃສ່ສ້າງບ້ານ ແລະ ຄອບຄົວ ວັດທະນະທໍາໃຫ້ບັນລຸແຜນ
ຕາມການລາຍງານຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນນີ້ວ່າ: ປີ 2024 ນີ້, ພະແນກ ຖວທ ແຂວງ ຈະສຸມໃສ່ປະຕິບັດແຜນວຽກຈຸດສຸມຂອງຕົນ ໂດຍສະເພາະວຽກງານສ້າງບ້ານ ແລະ ສ້າງຄອບຄົວວັດທະນະທໍາໃຫ້ບັນລຸຕາມເປົ້າໝາຍແຜນການທີ່ວາງໄວ້. ໃນນີ້, ສູ້ຊົນສ້າງບ້ານວັດທະນະທໍາໃຫ້ໄດ້ 8 ບ້ານ, ຄອບຄົວວັດທະນທໍາໃຫ້ໄດ້ 350 ຄອບຄົວ ແລະ ສ້າງບ້ານວັດທະນະທໍາແບບຢ່າງໃຫ້ໄດ້ເມືອງລະ 1 ບ້ານ.ພ້ອມນີ້, ກໍເອົາໃຈໃສ່ເສີມຂະຫຍາຍ, ອະນຸລັກຮັກສາມູນເຊື້ອ ແລະ ຄຸນຄ່າມໍຣະດົກວັດທະນະທຳອັນດີງາມ ຂອງຊາດ ຂອງເຜົ່າໃຫ້ຍືນຍົງ; ຊຸກຍູ້ຕິດຕາມປະເມີນຄືນຜົນການສ້າງຄອບຄົວ ແລະ ບ້ານວັດທະນະທໍາທີ່ປະກາດໄປແລ້ວ; ຕ້ານ, ສະກັດກັ້ນ ແລະ ແກ້ໄຂສິ່ງຫຍໍ້ທໍ້ທາງດ້ານວັດທະນະທຳ, ສົ່ງເສີມການຈັດງານເທດສະການ, ງານບຸນປະເພນີບັນດາເຜົ່າ; ຊຸກຍູ້ສົ່ງເສີມການເຄື່ອນໄຫວດ້ານສີລະປະ-ວັນນະຄະດີໃຫ້ເປັນຂະບວນກວ້າງຂວາງ, ຈັດງານສະແດງສີລະປະວັດທະນະທໍາ ແລະ ງານປະກວດຂັບລຳທ້ອງຖິ່ນ; ເກັບກຳຂໍ້ມູນວິຖີຊີວິດ, ການນຸ່ງຖືຂອງບັນດາເຜົ່າ, ຂຽນປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນຂອງແຕ່ລະເຜົ່າໃຫ້ໄດ້ 2-3 ເຜົ່າ; ເຄື່ອນໄຫວເຜີຍແຜ່ກົດໝາຍ ວ່າດ້ວຍສີລະປະການສະແດງ, ຕິດຕາມກວດກາປ້າຍຂອງບັນດາບໍລິສັດ, ສ່ວນບຸກຄົນຢູ່ບັນດາເມືອງ ແລະ ອອກອະນຸຍາດຕາມການແບ່ງຂັ້ນຄຸ້ມຄອງ; ຄຸ້ມຄອງການພິມ, ສິ່ງພິມຢູ່ພາຍໃນ ແລະ ການນຳເຂົ້າຈາກຕ່າງປະເທດ ເພື່ອສະກັດກັ້ນບໍ່ໃຫ້ບັນດາສິ່ງພິມທີ່ເປັນພິດໄພ ແລະ ລາມົກອະນາຈານເລັດລອດເຂົ້າມາຈໍາໜ່າຍຢູ່ພາຍໃນແຂວງ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງຮ້ານອິນເຕີເນັດຄາເຟໃຫ້ເຂົ້າສູ່ລະບຽບການ.
ທ່ານ ບຸນທົງ ຖິ່ນດອນໂຂງ ຍັງໃຫ້ຮູ້ຕື່ມວ່າ: ໃນປີ 2023 ຜ່ານມາ, ຖວທ ແຂວງເຊກອງ ສາມາດສ້າງຄອບຄົວວັດທະນະທໍາໄດ້ 1.424 ຄອບຄົວ ເທົ່າກັບ 109,53% ຂອງແຜນການ. ໃນນີ້, ເມືອງກະລຶມ 58 ຄອບຄົວ, ທ່າແຕງ 46 ຄອບຄົວ, ລະມາມ 813 ຄອບຄົວ ແລະ ເມືອງດາກຈຶງ 507 ຄອບຄົວ. ພ້ອມນີ້, ກໍໄດ້ປະເມີນຄືນບ້ານ ແລະ ຄອບຄົວ ວັດທະນະທໍາທີ່ປະກາດແລ້ວຈໍານວນ 34 ບ້ານ 4.841 ຄອບຄົວ. ໃນນີ້, ເມືອງກະລຶມ 2 ບ້ານ, ທ່າແຕງ 13 ບ້ານ 502 ຄອບຄົວ, ລະມາມ 15 ບ້ານ 3.754 ຄອບຄົວ ແລະ ເມືອງດາກຈຶງ 4 ບ້ານ 585 ຄອບຄົວ.
ຂ່າວ: ສັນຍາ, ພາບ: ບູ້ສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ