ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l
ໃນວັນທີ 11ກັນຍາ 2026 ທີ່ຫ້ອງປະຊຸມກອງບັນຊາ ການ ປກສ ແຂວງກວາງງາຍ ສສ ຫວຽດນາມ ໄດ້ຈັດພິທີ ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ 2026 ຄັ້ງ ທີ່ l ລະຫວ່າງກອງບັນຊາການ ປກສ ແຂວງກວ່າງງາຍ ແຫ່ງ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງອັດຕະປື, ຈຳປາສັກ ແລະ ກອງບັນຊາການ ປກສ ແຂວງເຊກອງ ແຫ່ງ ສປປ ລາວ,
ເຊນບດບນທກຊວຍຈຳ ຮວມມຮກສາຄວາມສະຫງບປະຈຳປ 2026 ຄງ ທ l - image 1
 

ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ໂຮ ຊອງເອິນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ກວ່າງງາຍ, ມີ ທ່ານ ພົນຈັດຕະວາ ສັກສິດ ສີພັນດວງ ຄະນະປະຈຳພັກ ແຂວງຫົວໜ້າກອງບັນຊາການ ປກສ ແຂວງອັດ ຕະປື, ທ່ານ ພົນຈັດຕະວາ ຄຳບານ ພົມມະນີວົງ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ແລະ ທ່ານ ພົນຈັດຕະວາ ບຸນອຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊານ ປກສ ຈຳປາສັກ ພ້ອມດ້ວຍຄະນະທັງ 4 ແຂວງ ເຂົ້າຮ່ວມ.

ໃນໄລຍະຜ່ານມາ, ຫົວໜ້າກອງບັນຊາການ 2 ປະ ເທດ 4 ແຂວງ ກວາງງາຍ, ອັດຕະປື,ເຊກອງ ແລະແຂວງຈຳປາສັກ, ໄດ້ຈັດຕັ້ງປະຕິບັດຕາມເນື້ອໃນການຮ່ວມມືຄັ້ງນີ້ເປັນຄັ້ງທຳອິດບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ ໂດຍໃຫ້ ຮູ້ວ່າ: ກໍໄດ້ວາງທິດທາງແຜນການ ວິທີການຈັດຕັ້ງປະຕິ ບັດວຽກງານ ພ້ອມສືບຕໍ່ຮ່ວມມືປະສານງານ, ພົວພັນແລກ ປ່ຽນຂໍ້ມູນຂ່າວສານບັນດາເປົ້າຫມາຍຕ່າງໆ ເພື່ອຮັບປະ ກັນຄວາມເປັນລະບຽບຮຽບຮ້ອຍ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ.

ໂອກາດດຽວກັນນັ້ນ, ພາຍຫຼັງງທີ່ແລກປ່ຽນວຽກງານທີ່ປະຕິບັດມາໄດ້ ກໍໄດ້ຖືໂອກາດຢື້ຢາມຖາມຂ່າວ ທັງສອງຝ່າຍ ສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິດສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວຫວຽດນາມ ເວົ້າລວມ, 4 ກອງບັນຊາການ ກໍໄດ້ປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ ການຮັກສາສະຖຽນນະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ ແລະ ເປັນບະບຽບຮຽບຮ້ອຍຢ່າງປົກກະຕິ ໄດ້ລາຍງານກາປະຕິບັດ ວຽກງານຄວາມສະຫງົບ ປະຈຳປີ 2026ຄັ້ງທີ່ l ໃນຄັ້ງນີ້ ດ້ານວຽກງານການຮ່ວມມືຕີລາຄາສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນແຂວງ,ເຂດຊາຍແດນ,ແຂວງ ຫວ່າງງາຍ,ເຊກອງ-ອັດຕະປື ແລະ ແຂວງຈຳປາສັກ ແມ່ນມີຄວາມສະຫງົບໂດຍພື້ນຖານ, ໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງ ຄົມ ຂອງແຕ່ລະຝ່າຍ,ແມ່ນປະຕິບັດວຽກງານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານຕ່າງໆ ທີ່ພົວພັນເຖິງຄວາມສະຫງົບ ເປັນຕົ້ນ ແມ່ນກົນອຸບາຍ, ເລ່ລ່ຽມ, ການເຄື່ອນ ໄຫວຕໍ່ຕ້ານຂອງພວກ ອິດທິປໍລະປັກ, ພວກນັກສຶບສອດແນມບັນດາການຈັດຕັ້ງສາກົນ (NGO) ແລະ ກຸ່ມຄົນບໍ່ດີອື່ນໆ ກໍາລັງພວກປະຕິການພັດຖິ່ນ, ພວກເປົ້າໝາຍຕໍ່ຕ້ານທາງການເມືອງ, ພ້ອມກັນຮ່ວມມື ແກ້ໄຂເຫດການທີ່ພົວ ພັນເຖິງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ພາຍໃນ ແຂວງ ແລະ ພື້ນທີ່ເຂດຊາຍແດນຂອງຕົນໄດ້ເປັນຢ່າງດີ, ທັງ 2 ຝ່າຍ 4 ແຂວງເປັນເຈົ້າການກວດກາ, ການເຄື່ອນໄຫວຂອງບັນດາອາຊະຍາກຳຂ້າມຊາດ ປະເພດຕ່າງໆເຊັ່ນ: ການຄ້າ-ຂາຍເຖື່ອນ, ການລັກລອບເຄື່ອງປ່າຂອງດົງ, ຊັບພະຍາກອນທຳມະຊາດ, ການເຄື່ອນຍ້າຍຢາເສບຕິດທີ່ຜິດກົດໝາຍຜ່ານຊາຍແດນ ແລະອື່ນໆຢ່າງເຂັ້ມງວດ, ເພີ່ມທະວີຊີ້ນໍາບັນດາກົມກອງ, ຫ້ອງວິຊາສະເພາະດ່ານຊາຍແດນ ແລະ ກອງບັນຊາການ ປກສ ເມືອງ ທີ່ມີຊາຍແດນຕິດຈອດກັບແຂວງກວ່າງງາຍ,ເປັນເຈົ້າການໃນການຄຸ້ມຄອງກວດກາ ການເຄື່ອນໄຫວເຂົ້າ-ອອກ, ຂ້າມຜ່ານຊາຍແດນຢ່າງເປັນປົກກະຕິ.

ໃນກອງປະຊຸມ, ກໍໄດ້ຮັບຟັງ ການລາຍງານສະພາບການຕ່າງໆຂອງ ກອງບັນຊາການ ປກສ ກວ່າງງາຍ ແລະ ກອງບັນຊາການ ປກສ ແຂວງອັດຕະປື,ເຊກອງ ແລະ ແຂວງຈຳປາສັກ, ໄດ້ປະກອບຄຳຄິດຄຳເຫັນຕ່າງໆ. ພ້ອມດຽວກັນນັ້ນກໍ, ທ່ານ ຫົວໜ້າກອງບັນຊາການ ປກສ ແຂວງກວາງງາຍ ແລະ ທ່ານຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື,ເຊກອງ ແລະແຂວງຈຳປາສັກ ລົງນາມເຊັນບົດບັນທຶກຊ່ວຍຈຳຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນນັ້ນທັງ 4 ແຂວງກໍ່ໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ2026ຄັ້ງທີ່ l . ຂ່າວ-ພາບ: ປກສ ແຂວງເຊກອງ

ຄໍາເຫັນ

ຂ່າວການຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ເພີ່ມເຕີມ