![]() |
ອີງຕາມ ຄໍາເຫັນ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ອີງຕາມ ສັນຍາຮ່ວມມືໂຄງການສະຫຼາຍໜິ້ວນອກຮ່າງກາຍ ທີ່ທັງສອງຝ່າຍໄດ້ເຊັນກັນມາກ່ອນໜ້ານີ້ ແລະ ອີງຕາມ ຄວາມເຫັນດີເປັນເອກະພາບ ຂອງໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ. ຈຸດປະສົງໃນການເຊັນສັນຍາໃນຄັ້ງນີ້ ເພື່ອກໍານົດຄວາມຊັດເຈນເພີ່ມເຕີມກ່ຽວກັບລະບຽບການບົງມະຕິ ແລະ ປິ່ນປົວ, ວິທີຄິດໄລ່ບັນຊີຄ່າໃຊ້ຈ່າຍ ສໍາລັບກໍລະນີພິເສດ ພ້ອມທັງການແບ່ງແຍກຄວາມຮັບຜິດຊອບດ້ານຄວາມປອດໄພທາງການແພດໃຫ້ມີຄຸນນະພາບ.
ໂອກາດນີ້, ທັງສອງຝ່າຍໄດ້ຮ່ວມກັນເຊັນສັນຍາເສີມ ວ່າດ້ວຍການຮ່ວມມືໂຄງການສະຫຼາຍໜິ້ວນອກຮ່າງກາຍ ສະບັບເສີມ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ (ຈາກສະບັບເດີມເລກທີ 009/ຕຮ) ລະຫວ່າງ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ແລະ ທ່ານ ສິດປະສົງ ລູ່ພາໄຊ. ພ້ອມນັ້ນ, ບັນດາຄະນະປະທານ ໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປີດນຳໃຊ້ ຫ້ອງສະຫຼາຍໜິ້ວນອກຮ່າງກາຍ ຢ່າງເປັນທາງການ.(ແຫຼງຂ່າວ:ກອງທັບ)

ຄໍາເຫັນ