ສໍາເລັດການເກັບກ່ຽວເຂົ້ານາປີສຳເລັດແລ້ວ 85%

ຊຽງຮ່ອນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ສໍາເລັດ 85%

ຊຽງຮ່ອນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ສໍາເລັດ 85%
ມາຮອດປັດຈຸບັນຊາວກະສິກອນ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ສໍາເລັດການເກັບກ່ຽວເຂົ້ານາປີສຳເລັດແລ້ວ 85% ໃນເນື້ອທີ່ 2,854 ເຮັກຕາ

(ເນື້ອທີ່ລວມທັງໝົດ 3,358.20 ເຮັກຕາ). ມາຮອດປັດຈຸບັນຊາວກະສິກອນໃນທົ່ວເມືອງ ແມ່ນກໍາລັງສຸມໃສ່ການເກັບກ່ຽວມ້ຽນມັດເຂົ້ານາປີເປັນຂະບວນຟົດຟື້ນ ເພື່ອເຮັດໃຫ້ທ່ວງທັນກັບລະດູການ ທັງຮັບປະກັນໄດ້ຕໍ່ການເກັບກ່ຽວໃຫ້ທັນກັບລະດູການ. ອີງຕາມການໃຫ້ຂໍ້ມູນຈາກ: ໜ່ວຍງານປູກຟັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃຫ້ຮູ້ໃນວັນທີ 6 ພະຈິກຜ່ານມານີ້ວ່າ: ການປູກເຂົານາປີນີ້ ທົ່ວເມືອງຊຽງຮ່ອນ ມີແຜນການປູກເຂົ້າທັງໝົດໃນເນື້ອທີ່ 3,358.2 ເຮັກຕາ, ເນື້ອທີ່ປູກຕົວຈິງ 2,854 ເຮັກຕາ ສະມັດຕະພາບ 4.25 ຫາ 4.50 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 12,000 ກວ່າໂຕນ, ໂດຍໃຊ້ແນວພັນປັບປຸງ ແລະ ເຂົ້າພື້ນເມືອງຈໍານວນໜຶ່ງ ສ່ວນໃຫຍ່ແມ່ນເຂົ້າໜຽວ ແລະ ເຂົ້າຈ້າວມີຈໍານວນໜຶ່ງ, ປະເພດແນວພັນເຂົ້າທີ່ຊາວກະສິກອນນິຍົມປູກຫຼາຍແມ່ນ ເຂົ້າຖິ່ນແກ້ວ 17, ເຂົ້າຫອມເຊໂນ, ເຂົ້າທ່າດອກຄໍາ ແລະ ເຂົ້າດໍຂາວ. ຄາດວ່າການເກັບກ່ຽວເຂົ້ານາປີຈະໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້. ພ້ອມດຽວກັນນັ້ນທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊຽງຮ່ອນ ກໍ່ຈະໄດ້ກຽມຊຸກຍູ້ປະຊາຊົນສຸມໃສ່ການຜະລິດລະດູແລ້ງ, ປູກພືດຜັກອື່ນໆໃນເຂດທີ່ມີເງື່ອນໄຂ ແລະ ສົ່ງເສີມນັກທຸລະກິດທັງພາຍໃນ ແລະ ຕ່າງປະເພດເຂົ້າມາປູກພືດເສດຖະກິດເປັນສິນຄ້າຕື່ມອີກ ໃຫ້ເປັນຂະບວນກວ້າງຂວາງ ເພື່ອຕອບສະໜອງຄວາມຕ້ອງການພືດສະບຽງອາຫານຂອງຜູ້ບໍລິໂພກ ແລະ ຜະລິດເປັນສິນຄ້າ.

(ຂ່າ: ຖວທ ເມືອງຊຽງຮ່ອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ