ຊຽງຮ່ອນ ປຶກສາຫາລືການປູກພືດລະດູແລ້ງປະຈຳສົກປີ 2023-2024

ຊຽງຮ່ອນ ປຶກສາຫາລືການປູກພືດລະດູແລ້ງປະຈຳສົກປີ 2023-2024
ກອງປະຊຸມຄະນະກຳມຳການປູກພືດລະດູແລ້ງປະຈຳສົກປີ 2023-2024 ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 5 ມັງກອນ ຜ່ານມາ ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໂດຍການເປັນປະທານ ຂອງທ່ານ ແສງອາທິດ ລາວເບຼຍຍາທໍ່ ຮອງເຈົ້າເມືອງຊຽງຮ່ອນ, ມີບັນດາຄະນະກຳມະການການປູກພືດລະດູແລ້ງຂັ້ນເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງບ້ານເທດສະບານເຂົ້າຮ່ວມ. 
ໃນກອງປະຊຸມ ທ່ານ ຄຳເມີງ ແສງມະນີ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ລາຍງານການຈັດຕັ້ງປະຕິບັດການປູກພືດລະດູແລ້ງປະຈຳສົກປີ 2023-2024 ວ່າ: ທົ່ວເມືອງຊຽງຮ່ອນມີເນື້ອທີ່ປູກພືດລະດູແລ້ງທັງໝົດ 900 ເຮັກຕາ, ໃນນັ້ນການປູກເຂົ້ານາແຊງສໍາເລັດແລ້ວ 87,5 ເຮັກຕາ ເທົ່າກັບ 25% ຂອງເນື້ອທີ່ແຜນການ 350 ເຮັກຕາ; ການກະກຽມດິນປູກໝາກຖົ່ວເຫຼືອງສໍາເລັດແລ້ວ 187,5 ເຮັກຕາ ເທົ່າກັບ 75% ຂອງເນື້ອທີ່ແຜນການ 250 ເຮັກຕາ; ປູກໝາກໂມສໍາເລັດແລ້ວ 200 ເຮັກຕາ ເທົ່າກັບ 80% ຂອງເນື້ອທີ່ແຜນການ 250 ເຮັກຕາ, ປູກໝາກຖົ່ວເຫຼືອງສໍາເລັດແລ້ວ 175 ເຮັກຕາ ເທົ່າກັບ 70% ຂອງເນື້ອທີແຜນການ 250 ເຮັກຕາ, ປູກພືດຜັກຕ່າງໆສໍາເລັດແລ້ວ 47,5 ເທົ່າກັບ 95% ຂອງເນື້ອທີແຜນການ 50 ເຮັກຕາ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ການຊຸກຍູ້ສົ່ງເສີມ ການປູກພືດລະດູແລ້ງປະຈຳສົກປີ 2023-2024 ເປັນຕົ້ນແມ່ນຕໍ່ກັບດ້ານອ່ອນຂໍ້ຄົງຄ້າງ ຂອງຂະບວນການປູກພືດລະດູແລ້ງ ໃຫ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ. 
ຕອນທ້າຍຂອງກອງປະຊຸມ ທ່ານ ແສງອາທິດ ລາວເບຍຢາທໍ່ ຍັງໄດ້ເໜັ້ນຫນັກໃຫ້ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ສຸມໃສ່ຊຸກຍູ້ ສົ່ງເສີມ ຕິດຕາມຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການປູກພືດລະດູແລ້ງ ສົກປີ 2023-2024 ໃຫ້ມີຂະບວນການຢ່າງກວ້າງຂວາງ. 
ຂ່າວ-ພາບ: ຖວທ ຊຽງຮ່ອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດ 4 ບຸກໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ

ປະກາດ 4 ບຸກໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ

ພິທີປະກາດ 4 ບຸກ ໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການ ເຂົ້າຮ່ວມມີສະຫາຍ ນາງ ສຸກຂະເສີມ ສິດທິເດດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ພູແກ້ວ ສຸດທິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາຕາງໜ້າຮາກຖານຊາວໜຸ່ມຈາກພະແນກ ການອ້ອມຂ້າງ ເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ເຄື່ອນໄຫວເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ຮອງຫົວໜ້າ ຄອສພ ເຄື່ອນໄຫວເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງຫຼວງພະບາງໃນວັນທີ 4 ກຸມພານີ້, ທີ່ຄະນະໂຄສະນາອົບຮົມແຂວງ ໂດຍມີສະຫາຍ ຄໍາຄ່ອງ ພົມມະປັນຍາ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມະຊິກພັກ, ພະນັກງານໃຫ້ການຕ້ອນຮັບ.
ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດທີ 12 ຊຸດທີ X ແລະ ສສຂ ຄໍາມ່ວນ ຊຸດທີ V

ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດທີ 12 ຊຸດທີ X ແລະ ສສຂ ຄໍາມ່ວນ ຊຸດທີ V

ກອງປະຊຸມຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 12 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ເຮືອນພັກເລກ 1 ຂອງແຂວງ, ເປັນປະທານໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາຜູ້ສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໂຮງງານບຳບັດນໍ້າເປື້ອນທັນສະໄໝ

ມອບ-ຮັບໂຮງງານບຳບັດນໍ້າເປື້ອນທັນສະໄໝ

ວັນທີ 4 ກຸມພານີ້ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບໂຮງງານບຳບັດນໍ້າເປື້ອນ ນວ ແລະ ລະບົບສາຍທໍ່ສົ່ງນໍ້າເປື້ອນ ທີ່ມີຄວາມສາມາດບຳບັດ 26,000 ແມັດກ້ອນ/ວັນ ແລະ ຮອງຮັບການຂະຫຍາຍໄດ້ເຖິງ 52,000 ແມັດກ້ອນ/ວັນ ດ້ວຍເຕັກໂນໂລຊີ MBBR ທັນສະ ໄໝ ຕາມມາດຕະຖານ EU.
ສູນກາງ ອພສ ຖະແຫຼງຜົນສຳເລັດງານ 3 ງານບຸນໃຫຍ່ລະດັບຊາດ

ສູນກາງ ອພສ ຖະແຫຼງຜົນສຳເລັດງານ 3 ງານບຸນໃຫຍ່ລະດັບຊາດ

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ຈັດພິທີຖະແຫຼງຂ່າວຜົນສຳເລັດການຈັດງານບຸນມະຫາກຸສົນຍິ່ງໃຫຍ່ລະດັບຊາດ ຄື: ງານບຸນສະຫຼອງພະໄຕປີດົກລາວ, ພິທີຫົດສົງມະຫາເຖຣາພິເສກ ປະທານສູນກາງ ອພສ ອົງທີ 7, ຫົດສົງເຖຣາພິເສກຄະນະສົງທີ່ຈັດທໍາພະໄຕປີດົກລາວ ແລະ ງານສະຫຼອງເປີດອາຄານສຳນັກງານປະທານສົງສູນກາງ ອພສ ຫຼັງໃໝ່ຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ສຳນັກ ງານສູນກາງ ອພສ ວັດພະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC). ອີງຕາມບົດລາຍງານການເງິນ, Vietjet ມີລາຍຮັບສະເພາະຂອງບໍລິສັດໃນໄຕມາດ 4 ປີ 2025 ບັນລຸ 29,035 ຕື້ດົງ (ປະມານ 24.01 ຕື້ກີບ), ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສຳລັບລາຍຮັບສະເພາະຕະຫຼອດທັງປີແມ່ນບັນລຸ 81,426 ຕື້ດົງ (ປະມານ 67.35 ຕື້ກີບ), ເພີ່ມຂຶ້ນ 14%. ກຳໄລຂັ້ນຕົ້ນສະເພາະຂອງສາຍການບິນໃນປີ 2025 ຢູ່ທີ່ 8,213 ຕື້ດົງ (ປະມານ 6.79 ຕື້ກີບ) ຊຶ່ງເປັນຜົນມາຈາກການຂະຫຍາຍເຄືອຂ່າຍການບິນ ແລະ ຕົ້ນທຶນນ້ຳມັນເຊື້ອໄຟທີ່ຫຼຸດລົງເມື່ອທຽບໃສ່ປີກ່ອນໜ້າ.
ຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ວຽງຈັນ ຊຸດທີ V

ຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ວຽງຈັນ ຊຸດທີ V

ກອງປະຊຸມຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ)ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ)ວຽງຈັນ ຊຸດທີ Vໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນກຽດເຂົ້າຮ່ວມທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ມີບັນດາຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂົ້າຮ່ວມ.
ລົງນາມ ຜັນຂະຫຍາຍການຫັນເປັນດີຈີຕອນ

ລົງນາມ ຜັນຂະຫຍາຍການຫັນເປັນດີຈີຕອນ

ພິທີເຊັນສັນຍາຜັນຂະຫຍາຍການຫັນເປັນດີຈີຕອນໃຫ້ລັດຖະບານ ລະຫວ່າງລັດວິສາຫະກິດລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ (ຢູນີເທວ) ຈັດຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ຮ່ວມລົງນາມໂດຍທ່ານ ພົນຈັດຕະວາ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ເອເຊຍ ໂທລະຄົມ ແລະ ທ່ານ ເຈິ່ນ ຈຸງ ຮຶງ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດ (ຢູນີເທວ) ທັງສອງຝ່າຍເຫັນດີເປັນເອກະພາບ ໃນການສ້າງຕັ້ງສາຍພົວພັນການຮ່ວມມືແບບຍຸດທະສາດ ຮອບດ້ານ ແລະ ຍາວນານ.
ຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ

ຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ເພື່ອຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດໃນວັນທີ 3 ມັງກອນ ຜ່ານມາ ໂດຍການເປັນປະທານຂອງທ່ານ ພັອ ທັດສະພອນ ວົງພະຈັນ ຮອງຫົວໜ້າກົມ 512, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ວັນເຮືອງ ນັນທະຈັກ ນັກວິທະຍາສາດອາວຸໂສ ແລະ ທ່ານ ພົຈວ ສຸກນິລັນດອນ ກຸນລະວົງ ຫົວໜ້າອຳນວຍການວິທະຍາຄານການ ເມືອງ ປກສ, ມີບັນດາກຳມະການສະພາວິທະຍາສາດ ປກສ ແລະ ນັກວິທະຍາສາດກົມ 512 ເຂົ້າຮ່ວມ.
ມອບລົດຖີບ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ເຂດຫ່າງໄກສອກຫຼີກ ຢູ່ເມືອງແກ່ນທ້າວ.

ມອບລົດຖີບ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ເຂດຫ່າງໄກສອກຫຼີກ ຢູ່ເມືອງແກ່ນທ້າວ.

ໃນຕອນບ່າຍວັນທີ 3 ກຸມພານີ້ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບລົດຖີບໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ ຈໍານວນ 16 ຄັນ,ໂດຍເປັນກຽດມອບຂອງທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ຜູ້ບໍລິຫານການສຶກສາ, ຄູສອນ, ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ