ຊຽງຂວາງ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ຊຽງຂວາງ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
ໂດຍ: ວັນໄຊ ຕະວິນຍານ
   ຊຽງຂວາງ ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕົ້ນຕໍແມ່ນສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ. 
   ໃນໄລຍະກາງສະໄໝຜ່ານມາ, ແຂວງໄດ້ເຜີຍແຜ່ບັນດາເອກະສານທີ່ກ່ຽວຂ້ອງ ກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ແກ່ ບັນດາພະແນກການອ້ອມຂ້າງບ້ານ, ເມືອງ ແລະ ແຂວງ  ໃນເທດສະບານເມືອງແປກ ມີຜູ້ເຂົ້າຮ່ວມທັງໝົດ 180           ຄົນ, ໂຄສະນາເຜີຍແຜ່ຢູ່ຕາມໂຮງຮຽນ, ບັນດາສໍານັກງານ ແລະ ບັນດາເມືອງໃນທົ່ວແຂວງໄດ້ 19 ຄັ້ງ, ມີຜູ້ເຂົ້າຮ່ວມ 3.615 ຄົນ ຍິງ 828 ຄົນ, ຕິດປ້າຍໂຄສະນາຜົນຮ້າຍຂອງຢາເສບຕິດໄດ້ 28 ປ້າຍ, ໂຄສະນາອອກທາງສື່ອອນລາຍ, ໂທລະພາບ, ວິທະຍຸ ແລະ ໜັງສືພິມ ໄດ້ 43 ຂ່າວ, ສ້າງຂະບວນການ ແລະ ຈັດກິດຈະກໍາໃນວັນຕ້ານຢາເສບຕິດສາກົນ ແລະ ວັນຕ້ານຢາເສບຕິດແຫ່ງຊາດປະຈໍາປີ 2021 - 2022 ເປັນຕົ້ນແມ່ນຕິດປ້າຍໂຄສະນາໄດ້ 3 ປ້າຍ, ຈັດແຂ່ງຂັນກິລາ ແລະ ຈັດພິທີຈູດທໍາລາຍຢາເສບຕິດລວມມີ: ຢາເຮໂລອິນ 79 ແທ່ງ ແລະ ຢາບ້າຈໍານວນ 38.951 ເມັດ. ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບຢາເສບຕິດ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການປະກອບຄໍາເຫັນຕໍ່ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ທີ່ກ່ຽວພັນກັບບັນຫາຢາເສບຕິດໄດ້ 47 ສະບັບ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກສູງຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ ຕໍ່ການແກ້ໄຂບັນຫາຢາເສບຕິດ. ອັນພົ້ນເດັ່ນ ກອງບັນຊາການປ້ອງກັນຄວາມສະຫງົບໄດ້ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນຢູ່ຂັ້ນພະແນກ, ປກສ ເມືອງ ໂດຍສຸມໃສ່ຂົງເຂດການສືບສວນ-ສອບສວນ, ສືບຂ່າວ ທີ່ຂຶ້ນກັບພະແນກສະກັດກັ້ນ-ຕ້ານຢາເສບຕິດ ແລະ ຢູ່ບັນດາເມືອງຈໍານວນໝຶ່ງ, ສືບຕໍ່ລົງກໍ່ສ້າງຮາກຖານ, ສ້າງບ້ານປອດຄະດີ, ບ້ານປ້ອງກັນຄວາມສະຫງົບ, ບ້ານປອດຢາເສບຕິດ ແລະ               ອື່ນໆ, ກອງບັນຊາການ ປກສ ແຂວງ ລົງຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ ຢູ່ 7 ເມືອງ, ປັບປຸງກົງຈັກ, ບຸກຄະລາກອນຢູ່ສູນບໍາບັດສາຍນໍ້າກິນ ແລະ ຄ້າຍຂຸມຂັງດັດສ້າງຄັງໄຂ ຈໍານວນໜຶ່ງ, ຝຶກວິຊາຊີບໃຫ້ຜູ້ຕິດຢາເສບຕິດ, ຈັດກອງປະຊຸມ 4 ພາກສ່ວນ (ຕໍາຫຼວດ, ໄອຍະການ, ສານ ແລະ ຍຸຕິທໍາ) ໄດ້ 4 ຄັ້ງ ແລະ ຈັດກອງປະຊຸມວິຊາການຫຼາຍຄັ້ງ ເພື່ອກໍານົດກົນໄກປະສານງານ ແລະ ຖອດຖອນບົດຮຽນການດໍາເນີນຄະດີ ຕາມຂະບວນຍຸຕິທໍາ. 
ກໍາລັງປ້ອງກັນຄວາມສະຫງົບແຂວງ ແລະ ເມືອງ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການເຄື່ອນໄຫວຕາມຫຼັກການວິຊາສະເພາະ ໃນໄລຍະກາງສະໄໝຮອດປັດຈຸບັນສາມາດມ້າງທໍາລາຍຄະດີຄ້າ-ຂາຍຢາເສບຕິດໄດ້ 96 ລາຍ, ກັກຕົວຜູ້ຖືກຫາໄດ້ 136 ຄົນ ຍິງ 25 ຄົນ, ຢຶດຂອງກາງຢາເສບຕິດປະເພດຢາເຮໂລອິນ ຈໍານວນ 31 ແທ່ງ ແລະ 4 ກ້ອນນ້ອຍ, ນໍ້າໜັກ 16 ກິໂລກຣາມ, ຢຶດຢາບ້າໄດ້ 141.703 ເມັດ, ນໍ້າໜັກ 14.170,3 ກຣາມ, ຢາໄອ້ 2 ແກັດ ແລະ 25 ຫໍ່ນ້ອຍ, ລວມນໍ້າໜັກ 100,25 ກິໂລກຣາມ, ແປ້ງຝຸ່ນຄ້າຍຄືໂຄເຄນ 1 ຫໍ່, ໜັກ 750 ກຣາມ, ຢາຝິ່ນ 318,4 ກຣາມ, ສານຄາເຟອິນ 11.870 ກິໂລກຣາມ, ລົດໃຫຍ່ 4 ຄັນ, ລົດຈັກ 17 ຄັນ, ໂທລະສັບມືຖື 40 ໜ່ວຍ, ເງິນກີບ 22,94 ລ້ານກີບ, ປືນປະກອບສ້າງ 15 ກະບອກ, ອາວຸດເສິກ 2 ກະບອກ ແລະ ລູກກະສູນ 134 ລູກ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງສໍາຫຼວດ ແລະ ທໍາລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກໃນທົ່ວແຂວງໄດ້ 153 ຕອນ ໃນເນື້ອທີ່ 35,83 ເຮັກຕາ, ໄດ້ນໍາຕົວຜູ້ຕິດຢາເຂົ້າສູນບໍາບັດໄດ້ 258 ຄົນ ຍິງ 13 ຄົນ, ໃນນີ້, ປິ່ນປົວດີ ແລະ ສົ່ງກັບຄືນໃຫ້ຜູ້ປົກຄອງເພື່ອສຶກສາອົບຮົມ ຈໍານວນ 52 ຄົນ ຍິງ 2 ຄົນ, ມ້າງຈຸດມົ້ວສຸມສິ່ງເສບຕິດໄດ້ 3 ຈຸດ, ກັກຕົວຜູ້ມົ້ວສຸມສິ່ງເສບຕິດ ແລະ ຜູ້ເລ່ລ້ອນບໍ່ມີທີ່ຢູ່ອາໄສໄດ້ 91 ຄົນ ຍິງ 25 ຄົນ, ຂຶ້ນບັນຊີເປົ້າໝາຍຂົນສົ່ງ, ຄ້າ-ຂາຍຢາເສບຕິດໃນທົ່ວແຂວງມີ 456 ເປົ້າໝາຍ, ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢັ້ງຢືນ ແລະ ຮັບຮອງເອົາບ້ານຈ່ານໍ້າ ເມືອງຜາໄຊ, ວິທະຍາໄລຄູຄັງໄຂ, ບ້ານບີ້ ເມືອງແປກ, ບ້ານນໍ້າຢ້ຽມ ແລະ ບ້ານນາມອນ ເມືອງໝອກ ເປັນບ້ານ ແລະ ໂຮງຮຽນປອດຢາເສບຕິດ. 
  ສໍາລັບວຽກຈຸດສຸມ ແຕ່ນີ້ຫາກອງປະຊຸມທ້າຍສະໄໝ ແຂວງຈະສືບຕໍ່ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ສືບຕໍ່ຈັດຕັ້ງເຜີຍແຜ່ນິຕິກໍາຕ່າງໆດ້ວຍຫຼາຍຮູບຫຼາຍແບບໃຫ້ທົ່ວສັງຄົມຮັບຮູ້ຜົນຮ້າຍຂອງຢາເສບຕິດ, ລະດົມທຸກພາກສ່ວນໃຫ້ມີສ່ວນຮ່ວມ, ຈັດກິດຈະກໍາແຂ່ງຂັນກິລາ, ສີລະປະວັນນະຄະດີຕ້ານຢາເສບຕິດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສ້າງ ແລະ ປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ ຂັ້ນແຂວງ, ເມືອງ ແລະ ກຸ່ມບ້ານ ແລະ ຍົກສູງຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນຕໍ່ການແກ້ໄຂບັນຫາຢາເສບຕິດ ແລະ ສືບຕໍ່ຕິດຕາມກວດກາພື້ນທີ່ເປົ້າໝາຍແຫຼ່ງຜະລິດ, ຂົນສົ່ງຢາເສບຕິດຢູ່ຕາມເຂດຊາຍແດນ ລາວ-ຫວຽດນາມ, ລະຫວ່າງແຂວງຕໍ່ແຂວງ ແລະ ເມືອງຕໍ່ເມືອງ, ຫັນລົງກໍ່ສ້າງຮາກຖານການເມືອງ, ປະສານສົມທົບ ພາກສ່ວນກ່ຽວຂ້ອງພ້ອມກັນນໍາໃຊ້ມາດຕະການແກ້ໄຂບັນຫາຢາເສບຕິດໃຫ້ຄ່ອຍໝົດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ