ຊີ້ແຈງເຫດການ ທີ່ເກີດຂຶ້ນທີ່ ດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1

ຊີ້ແຈງເຫດການ ທີ່ເກີດຂຶ້ນທີ່ ດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1
ຂປລ. ເຈົ້າໜ້າທີ່ດ່ານ  ຕໍາຫຼວດ ກວດຄົນເຂົ້າເມືອງ (ຕມ) ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຊີ້ແຈງເຫດການທີ່ເກີດຂຶ້ນທີ່  ໃນວັນທີ 12 ພະຈິກ 2023 ຜ່ານມາ ກຳລັງເປັນກະແສໃນສື່ສັງຄົມອອນລາຍ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບເຈົ້າໜ້າທີ່ຮຽກເກັບເງິນຈາກນັກທ່ອງທ່ຽວ.
  ທ່ານ ພັທ ກິດອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 20 ພະຈິກ ນີ້ວ່າ: ເພື່ອໃຫ້ສັງຄົມຮັບຊາບ ແລະ ເຂົ້າໃຈ ລາຍລະອຽດຕໍ່ເຫດການທີ່ເກີດຂຶ້ນຊຶ່ງໃນຄັ້ງວັນທີ 12 ພະຈິກ 2023 ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳ ຢູ່ຂາອອກ ໄດ້ກວດກາໜັງສືຜ່ານແດນຂອງ ນາງ ນາພາພອນ ສຸກກະເສີມ (Ms NAPAPORNSUGKASEAM), ວັນເດືອນປີເກີດ: 18 ພະຈິກ 1981, ສັນຊາດໄທ, ໜັງສືຜ່ານແດນເລກທີ: AD1158593, ອອກໃຫ້ວັນທີ 30 ກັນຍາ 2023 ແລະ ໝົດອາຍຸໃນວັນທີ 29 ກັນຍາ 2028; ທີ່ຢູ່: ແຂວງໄຊຍະພູມ ປະເທດໄທ. ຜ່ານການກວດກາຂອງເຈົ້າໜ້າທີ່ ຕມ ເຫັນວ່າໜັງສືຜ່ານແດນຂອງຜູ້ກ່ຽວແມ່ນບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ຊຶ່ງເປັນການລະເມີດ ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ເປັນການເຂົ້າເມືອງຜິດກົດໝາຍ ຈະຖືກປັບໃໝ 2 ລ້ານກີບ ຕາມມາດຕາ 12 ຂອງດໍາລັດ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 21/ລບ, ລົງວັນທີ 20 ມັງກອນ 2021.
ຕໍ່ກັບຄຣິບວິດີໂອ ທີ່ນັກທ່ອງທ່ຽວໄທ ໄດ້ເຜີຍແຜ່ລົງໃນສື່ສັງຄົມອອນລາຍ ວ່າເຈົ້າໜ້າທີ່ ຕມ ຮຽກເກັບເງິນ ຈໍານວນ 5.000 ບາດ ໃນເບື້ອງຕົ້ນນັ້ນ ເປັນພຽງການອະທິບາຍ ຂອງເຈົ້າ
ໜ້າທີ່ ຕມ ເພື່ອໃຫ້ນັກທ່ອງທ່ຽວຮັບຊາບ. ຈາກນັ້ນ, ເຈົ້າໜ້າທີ່ ຕມ ໄດ້ເຊີນຜູ້ກ່ຽວເຂົ້າໄປຫ້ອງການຕາມລະບຽບ ເພື່ອດຳເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນໃນເບື້ອງຕົ້ນ ຈຶ່ງສາມາດຮູ້ໄດ້ວ່າ ໜັງສືຜ່ານແດນຂອງຜູ້ກ່ຽວບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ແທ້ ຊຶ່ງເປັນການເຂົ້າເມືອງລະເມີດກົດໝາຍວ່າດ້ວຍການ ເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ມາດຕາ 52 ຂໍ້ 1 ແລະ ຈະຖືກປັບໃໝ ເປັນຈຳນວນເງິນ 2 ລ້ານກີບ ຕາມດຳລັດ ວ່າດ້ວຍ ການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມ ຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 21/ລບ, ລົງ ວັນທີ 20 ມັງກອນ 2021 ມາດຕາ 12 ການຫຼົບຫຼີກການກວດກາ ຫຼື ບໍ່ປະທັບຕາແຈ້ງເຂົ້າ-ອອກ ຈາກເຈົ້າໜ້າທີ່ຕໍາຫຼວດ ກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານ ດ່ານຊາຍແດນ ແລະ ສະໜາມບິນສາກົນ ທີ່ທາງການກຳນົດໄວ້ ແຕ່ມີເຈດຕະນາເມີນເສີຍ ຫຼົບຫຼີກການກວດກາ ຫຼື ບໍ່ປະທັບຕາແຈ້ງເຂົ້າ-ອອກ ຈາກເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານຊາຍແດນ ແລະ ສະໜາມບິນສາກົນ ຈະຖືກປັບໃໝ ສອງລ້ານກີບ ພ້ອມທັງເຮັດບົດບັນທຶກ ແລະ ສຶກສາອົບຮົມ.
ໃນຕົວຈິງ ເຈົ້າໜ້າທີ່ ຕມ ຂອງພວກເຮົາໄດ້ປັບໃໝ ຜູ້ກ່ຽວເປັນຈໍານວນເງິນ 700.000 ກີບ ຕາມການສະເໜີຂອງຜູ້ກ່ຽວ ແລະ ຝ່າຍເຈົ້າໜ້າທີ່ ຕມ ຂອງພວກເຮົາກໍເຫັນດີນໍາ ຊຶ່ງເປັນການປະຕິບັດນະໂຍບາຍຜ່ອນຜັນຕໍ່ຜູ້ກ່ຽວ ຊຶ່ງພວກເຮົາບໍ່ເອົາການປັບໃໝເປັນຫຼັກ, ແຕ່ຖືເອົາການສຶກອົບຮົມກ່າວເຕືອນ ອະທິບາຍໃຫ້ເຂົ້າໃຈຕໍ່ກົດໝາຍ-ລະບຽບການເປັນສໍາຄັນ ພ້ອມທັງໄດ້ດຳເນີນປະທັບຕາແຈ້ງເຂົ້າ-ອອກ ສປປ ລາວ ໃຫ້ຜູ້ກ່ຽວແລ້ວ ອະນຸຍາດໃຫ້ເດີນທາງອອກ ສປປ ລາວ ໃນວັນດຽວກັນ.
ທ່ານ ພັທ ກິດອນ ກິວົງໄຊ ໃຫ້ຮູ້ຕື່ມວ່າ: ສຳລັບ ຜູ້ໂດຍສານ ຫຼື ນັກທ່ອງທ່ຽວທີ່ນໍາໃຊ້ເອກະສານເດີນທາງເຂົ້າ-ອອກ ສປປ ລາວ ຫາກບໍ່ມີຕາປະທັບແຈ້ງເຂົ້າ- ອອກ ສປປ ລາວ ແມ່ນການເຂົ້າເມືອງຜິດກົດໝາຍ ຊຶ່ງເປັນການລະເມີດ ມາດຕາ 12 ຂອງດໍາລັດ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 21/ລບ, ລົງວັນທີ 20 ມັງກອນ 2021. ສ່ວນຜູ້ໂດຍສານ ຫຼື ນັກທ່ອງທ່ຽວ ທີ່ນໍາໃຊ້ເອກະສານເດີນທາງເຂົ້າ-ອອກ ສປປ ລາວ ຕ້ອງປະຕິບັດຕາມ ກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວມາດຕາ 11 ຂໍ້ 4 ແລະ ມາດຕາ 3 ແລະ ມາດຕາ 5 ຂອງຄໍາແນະນໍາ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງຜັນຂະຫຍາຍບາງມາດຕາ ຂອງກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ສະບັບເລກທີ 04/ປກສ, ລົງວັນທີ 16 ກຸມພາ 2022. "ຄົນລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ຕ້ອງນໍາໃຊ້ເອກະສານເດີນທາງ ທີ່ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນ ແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານຊາຍແດນ ແລະ ສະໜາມບິນສາກົນ ດ້ວຍຕົນເອງ.
   ສໍາລັບເຈົ້າໜ້າທີ່ ຕມ ທີ່ເຮັດໜ້າທີ່ນັ້ນ, ແມ່ນອີງຕາມ ກົດໝາຍ-ລະບຽບການ ທີ່ວາງອອກ ແຕ່ໃນກໍລະນີ ຫາກ ມີການລະເມີດກໍຕ້ອງຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປະຕິບັດວິໄນຕາມກໍລະນີໜັກເບົາ, ແຕ່ການປະຕິບັດໜ້າທີ່ນັ້ນ ອາດປາສະຈາກບໍ່ໄດ້ ໃນຂໍ້ຂາດຕົກບົກຜ່ອງ ແລະ ພວກເຮົາກໍພ້ອມຈະຮັບຟັງເອົາຄໍາຕໍານິຕິ ຊົມຈາກສັງຄົມ ເພື່ອນໍາມາປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນກວ່າເກົ່າ. ສະນັ້ນ, ຂ້າພະເຈົ້າໃນນາມ ເປັນເຈົ້າໜ້າທີ່ ຕມ ຈຶ່ງຮຽກຮ້ອງມາຍັງບັນດາທ່ານຜູ້ໂດຍສານ ກໍຄື ນັກທ່ອງທ່ຽວ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງປະຕິບັດຕາມກົດໝາຍ-ລະບຽບການ ຢ່າງເຂັ້ມງວດ ກໍຄື ການແຈ້ງ ເອກະສານເດີນທາງຂອງຕົນຕໍ່ເຈົ້າໜ້າທີ່ ຕມ ປະຈໍາດ່ານດ້ວຍຕົນເອງທຸກຄັ້ງ ແລະ ຕ້ອງມີການກວດກາຄືນຢ່າງລະອຽດ.
ສຳລັບຜູ້ຊົມໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ ກໍຕ້ອງເສບຂ່າວຢ່າງມີສະຕິ ເບິ່ງຂໍ້ມູນໃນຫຼາຍດ້ານ ລວມທັງຊ່ອງ ລາຍການໂທລະພາບ, ວິທະຍຸ ແລະ ອື່ນໆ ກໍຕ້ອງໃຫ້ມີຂໍ້ມູນຄົບຖ້ວນ, ພາວະວິໄສ ເພື່ອເຮັດໃຫ້ສັງຄົມບໍ່ມີຄວາມສັບສົນ ແລະ ເຂົ້າໃຈໄປໃນທາງທີ່ຖືກຕ້ອງ ແລະ ທຸກຄົນໃນສັງຄົມສາມາດ ເຂົ້າເຖິງຂໍ້ມູນກ່ຽວກັບການເຂົ້າ-ອອກ ສປປ ລາວ ຕາມເວັບໄຊ້ www.immigration.gov.la, ເບີໂທສອບຖາມສາຍດ່ວນ 1502. ຂ່າວ: ມະນີທອນ-ພາບ: ສຸກທະວີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ