ຊີ້ແຈງການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟ

ຊີ້ແຈງການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟ

ຊີ້ແຈງການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟ
ທ່ານ ອານົງເດດ ເພັດໄກສອນ ຮອງອໍານວຍການບໍລິສັດທາງລົດໄຟລາວ-ຈີນ ໄດ້ຊີ້ແຈງຕໍ່ບັນຫາຫາງສຽງຂອງສັງຄົມ ກ່ຽວກັບການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟໃນວັນທີ 2 ກໍລະກົດ ຜ່ານມາວ່າ: ສະຖານີລົດໄຟລາວ-ຈີນ ມີທັງໝົດ 10 ສະຖານີ ມີທັງສະຖານີນ້ອຍ-ໃຫຍ່ຕະຫຼອດແລວເສັ້ນທາງແຕ່ນະຄອນຫຼວງວຽງຈັນຫາບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫຍ່ກວ່າໝູ່ແມ່ນສະຖານີນະຄອນຫຼວງວຽງຈັນ ຊຶ່ງມີຜູ້ໂດຍສານມາໃຊ້ບໍລິການຫຼາຍ ເຮັດໃຫ້ມີຄວາມແອອັດຫຼາຍກວ່າສະຖານີອື່ນ ຊຶ່ງໃນໄລຍະປີໃໝ່ລາວຜ່ານມາມີເຖິງ 7 ຄູ່ຖ້ຽວ ທັງຂາເຂົ້າ ແລະ ຂາອອກ ສະທ້ອນໃຫ້ເຫັນວ່າມີຜູ້ໂດຍສານມາຊົມໃຊ້ບໍລິການສະຖານີພວກເຮົາຫຼາຍຂຶ້ນ ເຮັດໃຫ້ການເຂົ້າ-ອອກພາຍໃນສະຖານີມີຄວາມແອອັດພໍສົມຄວນ. ສະນັ້ນ, ພວກເຮົາຈຶ່ງໄດ້ມີການສົມທົບກັບພາກສ່ວນກ່ຽວຂ້ອງເພື່ອແກ້ໄຂລະບາຍການສັນ ຈອນໃນໄລຍະເວລາທີ່ຜູ້ມາຮັບ-ມາສົ່ງຫຼາຍເພື່ອໃຫ້ມີຄວາມສະດວກຍິ່ງຂຶ້ນ.

 

ຊແຈງການເກບຄາຜານເຂາຈອດລດຢສະຖານລດໄຟ - image 1
 
 

ທ່ານກ່າວໃຫ້ຮູ້ອີກວ່າ: ສໍາລັບກົນໄກການຄຸ້ມຄອງຜ່ານມາ, ບໍລິສັດທາງລົດໄຟລາວ-ຈີນໄດ້ມອບໃຫ້ໜ່ວຍງານຮັບຜິດຊອບ ກໍຄືໜ່ວຍບໍລິການຕິດພັບກັບການຮັກສາຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍຢູ່ນອກສະຖານີເປັນຜູ້ຮັບຜິດຊອບ ຊຶ່ງໜ່ວຍງານດັ່ງກ່າວມີພັນທະໜ້າທີ່ຕໍ່ກັບບໍລິສັດໃນການຄຸ້ມຄອງພື້ນທີ່ສາທາລະນະ ໃນການຮັກສາ ຄວາມສະອາດ, ຈັດແຈງຄວາມເປັນລະບຽບຮຽບຮ້ອຍ ຕະຫຼອດເຖິງຫ້ອງນໍ້າ ແລະ ອື່ນໆ. ສະນັ້ນ, ໃນພັນທະດັ່ງກ່າວ ຈຶ່ງໄດ້ມີການເກັບຄ່າຜ່ານປະຕູເຂົ້າແຕ່ລະສະຖານີ ຊຶ່ງໃນໄລຍະ 10 ເດືອນຂອງການເປີດໃຫ້ບໍລິການ ພວກເຮົາບໍ່ໄດ້ເກັບຄ່າຜ່ານປະຕູ, ພາຍຫຼັງເປີດມາໄດ້ 11 ເດືອນຈຶ່ງໄດ້ກຳນົດເອົາລາຄາໃນການຈອດລົດຢູ່ໃນສະຖານີລົດໄຟຂຶ້ນມາ ໂດຍມີຄວາມເປັນເອກະພາບກັບບັນດາສະມາຄົມລົດຕ່າງໆ ຈຶ່ງໄດ້ມີການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟ ຊຶ່ງການເກັບແມ່ນລາຄາລົດເກັງ 10 ພັນກີບ, ລົດປະເພດອື່ນໆແມ່ນໄດ້ເກັບລາຄາທີ່ແຕກຕ່າງກັນ. ໃນໄລຍະຜ່ານມາ, ພວກເຮົາໄດ້ມີການປະຕິບັດ ແລະ ສຶກສາຂໍ້ມູນໄປນໍາ ຮ່ວມກັບພາກສ່ວນກ່ຽວຂ້ອງ ຊຶ່ງການເກັບແມ່ນມີຄວາມຈຳເປັນຕ້ອງໄດ້ເກັບເພື່ອເຮັດໃຫ້ການບໍລິຫານຈັດການມີຄວາມເປັນລະບຽບຮຽບຮ້ອຍ, ເກັບໃນອັດຕາທີ່ກຳນົດ ແລະ ມີຄວາມເປັນເອກະພາບ ຊຶ່ງມີ 6 ສະຖານີທີ່ພວກເຮົາໄດ້ເກັບຄ່າຜ່ານປະຕູເຂົ້າຈອດ ໃນນັ້ນມີສະຖານີນະຄອນຫຼວງວຽງຈັນ, ຫຼວງພະບາງ, ເມືອງໄຊ, ນາເຕີຍ, ວັງວຽງ ແລະ ບໍ່ເຕ່ນ ໃນກົນໄກການເກັບດ້ານສິ່ງອຳນວຍຄວາມສະດວກອາດຍັງບໍ່ຄົບຖ້ວນ. ການເກັບດັ່ງກ່າວມີທັງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ທີ່ສັງຄົມໄດ້ສົ່ງຂ່າວມາ, ດ້ານຕັ້ງໜ້າເຮັດໃຫ້ການຄຸ້ມຄອງເປັນລະບົບຫຼາຍຂຶ້ນ, ຖ້າບໍ່ມີການເກັບສະພາບຂອງລົດທີ່ເຂົ້າມາກໍຈະບໍ່ມີຄວາມເປັນລະບຽບຮຽບຮ້ອຍ ມີຜູ້ມາຈອດລົດແຊ່ໄວ້ຫຼາຍຂຶ້ນ ແລະ ໄດ້ມີການທົດລອງສຶກສາມາຫຼາຍຮູບແບບ, ອີງໃສ່ສະພາບການຕົວຈິງພວກເຮົາຈຶ່ງໄດ້ຕົກລົງເປັນເອກະພາບໃຫ້ມີການເກັບເງິນ.

ຊແຈງການເກບຄາຜານເຂາຈອດລດຢສະຖານລດໄຟ - image 2
 

ທ່ານ ອານົງເດດ ເພັດໄກສອນ ກ່າວເນັ້ນໃຫ້ຮູ້ອີກວ່າ: ສຳລັບມາດຕະການ ແລະ ວິທີການແກ້ໄຂໃນຕໍ່ໜ້າໂດຍສະເພາະຕິດພັນກັບຫາງສຽງທີ່ສັງຄົມໄດ້ສົ່ງຂ່າວມາ, ທາງບໍລິສັດລົດໄຟລາວ-ຈີນໄດ້ມີການປຶກສາຫາລືເພື່ອຊອກຫາທາງອອກ ຫຼຸດຜ່ອນຫາງສຽງຂອງສັງຄົມ ເພື່ອອຳນວຍຄວາມສະດວກໃຫ້ຜູ້ໂດຍສານທີ່ມາໃຊ້ບໍລິການມີຄວາມສະດວກສະບາຍວ່ອງໄວຍິ່ງຂຶ້ນ ອັນທີໜຶ່ງພວກເຮົາຈະມີການເຂັ້ມງວດກັບພະນັກງານເກັບເງິນຄ່າຜ່ານປະຕູເຂົ້າ ເກັບເງິນໃຫ້ໄວຂຶ້ນເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສອງ ຈະຄົ້ນຄວ້າທົດລອງການຫຼຸດລາຄາລົງຈາກ 10 ພັນກີບ ມາເປັນ 5 ພັນກີບ ໂດຍສະເພາະລົດເກງ ຄຽງຄູ່ກັບມາດຕະການບໍ່ໃຫ້ຈອດດົນ (ຜ່ານມາມີບາງຄັນເຂົ້າມາຈອດແຊ່ໄວ້ດົນ), ຄົ້ນຄວ້າເດີ່ນຈອດລົດຄ້າງຄືນໃຫ້ກວ້າງຂວາງຕື່ມ, ສໍາລັບແຜນຍາວນານ ພວກເຮົາໄດ້ຄົ້ນຄວ້າລະບົບໄມ້ກັ້ນອັດຕະໂນມັດທີ່ບໍ່ໃຊ້ຄົນເພື່ອໃຫ້ວ່ອງໄວ ໂປ່ງໃສຂຶ້ນ ໂດຍທົດລອງຢູສະຖານີນະຄອນຫຼວງວຽງຈັນ ຄາດຄະເນໃນເດືອນສິງຫາ-ກັນຍານີ້. ສະນັ້ນ, ຮຽກຮ້ອງມາຍັງສັງຄົມໃຫ້ເຂົ້າໃຈ ແລະ ສະໜັບສະໜູນບໍລິສັດທາງລົດໄຟລາວ-ຈີນ ຊຶ່ງຈຸດພິເສດການຊົມໃຊ້ລົດໄຟແມ່ນມາພ້ອມກັນ ລົງພ້ອມກັນ ຄົນຫຼາຍສະພາບແອອັດ ຖືເປັນສິ່ງທ້າທາຍໃນການແກ້ໄຂບັນຫາດັ່ງກ່າວໃຫ້ກັບພວກເຮົາ ຊຶ່ງໄລຍະຍາວພວກເຮົາຕ້ອງໄດ້ມີການຄົ້ນຄວ້າ ຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງໄປພ້ອມກັນ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນເປັນຢ່າງດີ.

ຂ່າວ: ພູວັນ; ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”

ສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ”

ກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ” ຈັດຂຶ້ນໃນວັນທີ 9 ກໍລະກົດຜ່ານມາ ທີ່ສູນຄົ້ນຄວ້າແລະ ຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໂດຍໃຫ້ກຽດເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ປະທານສນຊ, ມີບັນດາຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ນັກວິທະຍາສາດເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ

ຮອງຫົວໜ້າ ຄອສພ ລົງຊຸກຍຸກ, ຕິດຕາມວຽກງານໂຄສະນາອົບຮົມ ແຂວງສະຫວັນນະເຂດ

ຫວ່າງບໍ່ດົນມານີ້, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະໄດ້ລົງສ້າງຄວາມເຂັ້ມແຂງໃນການ ຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມໃຫ້ດຳເນີນໄປເປັນປົກກະຕິ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ແລະ ຄະນະໂຄສະນາອົບຮົມ 14 ເມືອງ, 1 ນະຄອນເຂົ້າຮ່ວມ
ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ

ທນບ ສາຂາຈໍາປາສັກສຸມແຫຼ່ງທຶນໃສ່ຂະແໜງກະສິກໍາ

ຫວ່າງບໍ່ດົນມານີ້,ທ່ານ ທິບພະກອນ ສູນດາລາ ຫົວໜ້າສາຂາທະນາຄານນະໂຍບາຍ (ທນບ) ແຂວງຈໍາປາສັກ ໄດ້ຊີ້ແຈງບາງບັນຫາ ທີ່ພົ້ນເດັ່ນໃນຜ່ານມາໂດຍສະເພາະວຽກງານສິນເຊື່ອປີ 2025 ສາຂາໄດ້ຮັບອະນຸມັດທຶນທັງໝົດ 160.55 ຕື້ກີບ, ໄລ ຍະສັ້ນ 24,100 ຕື້ກີບ, ໄລຍະກາງ 110.45 ຕື້ກີບ ແລະ ໄລຍະຍາວ 26 ຕື້ກີບ; ແຫຼ່ງທຶນແມ່ນໄດ້ສະໜອງເຂົ້າເມືອງເປົ້າໝາຍທຸກຍາກ 51.48 ຕື້ກີບ,ຈຸດສຸມ 43,90 ຕື້ກີບ, ບ້ານ3 ສ້າງ 17 ຕື້ກີບ ແລະ ນອກເມືອງເປົ້າໝາຍ 48.16 ຕື້ກີບ.ປ່ອຍໃນ 5ໂຄງການ.
6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ

6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ

ໃນໄລຍະເວລາ 6 ເດືອນຕົ້ນປີ 2025, ດ່ານພາສີສາກົນລະໄລ ແຂວງສາລະວັນ, ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 48.98 ຕື້ກີບທຽບໃສ່ແຜນການ 6 ເດືອນຕົ້ນປີເທົ່າກັບ 108.4% (ລື່ນແຜນການ 8.49%) ຫຼື ເທົ່າກັບ 54.31% ຂອງແຜນການປີ. ໃນນັ້ນ, ລາຍຮັບສ່ວນໃຫຍ່ໄດ້ຈາກການນໍ້າເຂົ້ານໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມ ແລະ ອື່ນໆ.
6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ

6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ

ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ນວ) ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບສະພາບການເກີດອັກຄີໄພ ແລະ ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ ວ່າ: ປັດຈຸບັນ ກອງບັນຊາການປ້ອງກັນຄວາມສະຫງົບ ນວ ມີລົດມອດໄຟທັງໝົດ 31 ຄັນ,
ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ

ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ

ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງສີສັດຕະນາກ ຮ່ວມກັບຫຼາຍພາກສ່ວນ ແກ້ໄຂປະກົດການຫຍໍ້ທໍ້ ໃນຂົງເຂດບໍລິການທ່ອງທ່ຽວຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ, ໃນຂະ ນະການລົງຕິດຕາມ, ກວດກາໄດ້ທັງໝົດຈຳນວນ 30 ຄັ້ງ ແລະ ໄດ້ແກ້ໄຂວຽກງານອັນຮີບດ່ວນທີ່ໄດ້ສະ ເໜີມາຜ່ານຈາກສາຍດ່ວນຂອງປະຊາຊົນ ຈຳນວນ 25 ຄັ້ງ ໂດຍລວມແມ່ນໄດ້ແກ້ໄຂບັນຫາສຽງເນືອງນັນ ທີ່ລົບກວນເຮືອນຂ້າງຄຽງ ແລະ ຫົວໜ່ວຍທຸລະກິດ ເປີດໃຫ້ບໍລິການກາຍໂມງເວລາ.
ຄໍາມ່ວນປັກດໍາເຂົ້ານາປີສໍາເລັດ84,816 ເຮັກຕາ

ຄໍາມ່ວນປັກດໍາເຂົ້ານາປີສໍາເລັດ84,816 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92,791 ເຮັກຕາ,ຄາດຄະເນຜົນຜະລິດ 351,604 ໂຕນ,ຄາດຄະເນແນວປູກ 5,567 ໂຕນ . ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ. ເມື່ອສົມທຽບແຜນການປູກເຂົ້ານາປີຂອງປີນີ້ໃສ່ກັບປີຜ່ານມາເຫັນວ່າເນື້ອທີ່ແຜນການຂອງປີນີ້ເພີ້ມຂຶ້ນ 1,519 ເຮັກຕາ.
ເຊບັ້ງໄຟ ຈັດຊຸດຝຶກອົບຮົມສື່ມວນຊົນໃຫ້ພະນັກງານເມືອງ

ເຊບັ້ງໄຟ ຈັດຊຸດຝຶກອົບຮົມສື່ມວນຊົນໃຫ້ພະນັກງານເມືອງ

ຊຸດຝຶກອົບຮົມວຽກງານຂ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນເມືອງເຊບັ້ງໄຟ ແຂວງຄໍາມ່ວນ. ໂດຍການເປັນປະທານຮ່ວມຂອງທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ, ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກ ຖວທ ແຂວງຄໍາມ່ວນ, ເຂົ້າຮ່ວມມີທ່ານ ບັນທະລາ ນໍລະເສນ ຫົວໜ້າຫ້ອງການ ຖວທ ເມືອງ, ມີແຂກຖືກເຊີນຈາກພາກສ່ວນຕ່າງໆ,ຄະນະຄູຝຶກຈາກຂັ້ນແຂວງ, ຄະນະຮັບຜິດຊອບຈັດຝຶກອົບຮົມຂັ້ນເມືອງ ແລະ ນັກສໍາມະກອນຈາກບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມຈໍານວນ 25 ທ່ານ .
ປາກກະດິງ ປ່ອຍລູກປາ 20,000 ໂຕ ລົງສູ່ແມ່ນ້ຳທຳມະຊາດ

ປາກກະດິງ ປ່ອຍລູກປາ 20,000 ໂຕ ລົງສູ່ແມ່ນ້ຳທຳມະຊາດ

ໃນວັນທີ 9 ກໍລະກົດ,ເມືອງປາກກະດິງ ແຂວງບໍລີຄໍາໄຊ ໄດ້ຈັດພິທີປ່ອຍ ລູກປາປາກ, ປາໃນ ແລະ ລູກປາກິນຫຍ້າ ລວມທັງໝົດ 20.000ໂຕ ລົງສູ່ແມ່ນ້ຳທຳມະຊາດ (ນ້ຳກະດິງ ທ່າວັງສະຫງວນ ຫໍເຈົ້າໂຕ່ງ) ສົ້ນຂົວນ້ຳກະດິງ ບ້ານປາກກະດິງເໜືອ, ເນື່ອງໃນໂອກາດວັນປ່ອຍປາ ແລະ ວັນອານຸລັກສັດນ້ຳ-ສັດປ່າ 13 ກໍລະກົດ ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ,ໂດຍມີທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ, ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້້າຮ່ວມ.
ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ

ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຫຼາຍບັນຫາສຳຄັນຕໍ່ຄະນະນຳແຂວງສະຫວັນນະເຂດ

ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ(ເປີດກ້ວາງ) ຄັ້ງທີ 19 ສະໄໝທີIX ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-9 ກໍລະກົດຜ່ານມານີ້,ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ໃຫ້ທິດຊີ້ນຳຫຼາຍດ້ານທີ່ເປັນປະໂຫຍດແກ່ຄະນະພັກ-ຄະນະນຳຂອງແຂວງ ດັ່ງນີ້:
ເພີ່ມເຕີມ