ຊຸດຈີນແບບໃໝ່ ພັດທະນາເຄື່ອງນຸ່ງຂອງຖື ຂະຫຍາຍໄປສູ່ຂົງເຂດອື່ນໆ

ຊຸດຈີນແບບໃໝ່ ພັດທະນາເຄື່ອງນຸ່ງຂອງຖື ຂະຫຍາຍໄປສູ່ຂົງເຂດອື່ນໆ
ເຄື່ອງນຸ່ງແບບສະບາຍໄດ້ເພີ່ມຮູບແສ່ວມັງກອນ ແລະ ນົກຫົງ, ເສື້ອແບບຈີນບູຮານບວກກັບໂສ້ງຄາວບອຍ, ເສື້ອຖັກແສ່ວບວກກັບກະໂປ່ງໝ້າມ້ຽນຂອງຈີນ. ປີ 2024, “ຊຸດຈີນແບບໃໝ່” ໄດ້ກາຍເປັນແຟຊັນໃໝ່ໃນສື່ສັງຄົມອອນລາຍຂອງຈີນ. ການອອກແບບເຄື່ອງນຸ່ງຖື ເອົາປັດໄຈແບບຈີນປະສົມກັບ ແຟຊັນຍຸກປັດຈຸບັນໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້ານັບມື້ນັບຫຼາຍຂຶ້ນ. ໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2023, ຂະໜາດຕະຫຼາດເຄື່ອງນຸ່ງ “ຊຸດຈີນແບບໃໝ່” ມີເຖິງ 1 ຕື້ຢວນ.
“ຊຸດຈີນແບບໃໝ່” ແມ່ນຫຍັງ?
ອັນທີ່ເອີ້ນວ່າ “ຊຸດຈີນແບບໃໝ່”, ທີ່ຈິງແລ້ວບໍ່ມີຄວາມໝາຍຈະແຈ້ງ. ໃນສາຍຕາຂອງລູກຄ້າຊາວໜຸ່ມຍຸກໃໝ່, ເຄື່ອງນຸ່ງທີ່ຖືເອົາປັດໄຈທີ່ມີມູນເຊື້ອແບບຈີນປະສົມເຂົ້າກັບແຟຊັນຍຸກປັດຈຸບັນ, ລ້ວນແຕ່ຖືກເອີ້ນວ່າ: “ຊຸດຈີນແບບໃໝ່”. ມັນບໍ່ໄດ້ຫຼູຫຼາປານໃດ, ແຕ່ໄດ້ເນັ້ນໃສ່ຄວາມລຽບງ່າຍ ແລະ ຄວາມຕ້ອງການໃນຊີວິດປະຈຳວັນ.
“ເປັນຫຍັງຈຶ່ງເອີ້ນວ່າ ເປັນຊຸດຈີນແບບໃໝ່, ເລື່ອງ “ໃໝ່” ນີ້ຕົ້ນຕໍແມ່ນຍ້ອນວ່າ, ໄດ້ເພີ່ມການອອກແບບ ທີ່ທັນສະໄໝບົນພື້ນຖານປັດໄຈທີ່ມີມູນເຊື້ອແບບຈີນ.” ທ່ານ ເຫີຜິງ ທີ່ໄດ້ດຳເນີນວຽກງານການອອກແບບໃຫ້ຍີ່ຫໍ້ເຄື່ອງນຸ່ງທີ່ມີຊື່ສຽງກ່າວວ່າ:“ເມື່ອສັງເກດຈາກປັດໄຈການອອກແບບແລ້ວເຫັນວ່າ, ຈະເພີ່ມປັດໄຈມູນເຊື້ອຂອງຈີນຕ່າງໆ ເຊັ່ນ: ກະດຸມແບບຈີນແລະ ຜ້າຄຸມແບບຈີນເປັນຕົ້ນ; ເມື່ອສັງເກດຈາກສະຕາຍແລ້ວເຫັນວ່າ, ສາມາດປະສົມກັບສະຕາຍຊຸດກີເຜົາຂອງຈີນ; ເມື່ອສັງເກດຈາກແຜ່ນແພແລ້ວເຫັນວ່າ, ຈະເພີ່ມການອອກແບບທີ່ມີສີສັນທັນສະໄໝເຂົ້າໃນການຖັກແສ່ວ ຕາມແຜ່ນແພ, ໃນທີ່ສຸດ, ຈະຜະລິດແບບມີສະຕາຍ ທັງພິຖີພິຖັນ ທັງສອດຄ່ອງກັບສາຍຕາຂອງຄົນຍຸກປັດຈຸບັນ.”
ຊຸດຈີນແບບໃໝ່” ບໍ່ເປັນພຽງເຄື່ອງນຸ່ງເທົ່ານັ້ນ
ຄຽງຄູ່ກັບ “ຊຸດຈີນແບບໃໝ່” ແລະ “ແຟຊັນຈີນ” ໄດ້ພັດທະນາຂຶ້ນມາ, ສີມືດັ່ງເດີມຫຼາຍຢ່າງໄດ້ຖືກນຳໃຊ້ເຂົ້າໃນການຜະລິດຫີບ ແລະ ເຄື່ອງເອ້ຕ່າງໆ, ເຄື່ອງຫັດຖະກຳຕ່າງໆ ໄດ້ປະກົດມີຊີວິດຊີວາໃໝ່ ພາຍໃຕ້ການປະສົມປະສານຂອງສີມືດັ່ງເດີມ ແລະ ສີມືຍຸກປັດຈຸບັນ.
ໃນຂະແໜງການແຜ່ນແພດັ່ງເດີມ, ເຄື່ອງນຸ່ງຈີນແບບໃໝ່ໄດ້ຊຸກຍູ້ການພັດທະນາທຸກຂັ້ນຕອນໃນການຜະລິດເສື້ອຜ້າອາພອນ, ເມືອງສາວ ແຂວງຊານຕຸ່ງ ແລະ ບ້ານສູຊຸນ ແຂວງເຈີ້ຈ່ຽງ ມີຊື່ສຽງນັບມື້ນັບໂດ່ງດັງຂຶ້ນ ຍ້ອນເລື່ອງນີ້; ໃນຂະແໜງການທ່ອງທ່ຽວວັດທະນະທຳ, ການທ່ອງທ່ຽວ “ຊຸດຈີນແບບໃໝ່” ກໍໄດ້ຊຸກຍູ້ໃຫ້ມີການທ່ອງທ່ຽວແບບໃໝ່ ເຊັ່ນ: ໄປທ່ຽວຊົມຖະໜົນເກົ່າໃນເມືອງເກົ່າ, ເຂົ້າພັກໃນໂຮງແຮມແບບບູຮານ, ໄປທ່ຽວຊົມດອກໄມ້ໃນລະດູບານໃໝ່ ແລະ ໄປກິນນ້ຳຊາ ຢູ່ຕາມພູປູກຕົ້ນຊາ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວຊາວໜຸ່ມເປັນຈຳນວນຫຼວງຫຼາຍ.
ບໍ່ພຽງແຕ່ເປັນເຄື່ອງນຸ່ງເທົ່ານັ້ນ, ໃນຊຸມປີຜ່ານມາ, ໃນການປະດັບເຮືອນ, ຮ້ານຊານົມ, ເຄື່ອງສຳອາງ, ເຄື່ອງແຟຊັນ ແລະ ຂົງເຂດອື່ນໆ, ກໍໄດ້ເພີ່ມສີສັນ “ຊຸດຈີນແບບໃໝ່” ເຂົ້າໄປເລື້ອຍໆ.
ເຈົ້າໜ້າທີ່ຂອງໂຮງງານຜະລິດເຄື່ອງເຟີນີເຈີແຫ່ງໜຶ່ງ ຂອງເມືອງສີຕຸ່ງ ແຂວງຈ່ຽງຊູກ່າວວ່າ: ແຕ່ກ່ອນ, ການຜະລິດເຄື່ອງເຟີນີເຈີຂອງຕົນ ສ່ວນຫຼາຍຈະເປັນເຄື່ອງເຟີນີເຈີແບບທັນສະໄໝ. ນັບແຕ່ປີກາຍເປັນຕົ້ນມາ, ການຈຳໜ່າຍເຄື່ອງເຟີນີເຈີ “ຊຸດຈີນແບບໃໝ່” ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພວກເຂົາເຈົ້າກໍເລີ່ມເພີ່ມການຜະລິດຜະລິດຕະພັນ “ຊຸດຈີນແບບໃໝ່”.
ເປັນຫຍັງ “ຊຸດຈີນແບບໃໝ່” ຈຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ?
“ຊຸດຈີນແບບໃໝ່” ໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ ຍ້ອນວ່າໄດ້ສືບທອດວັດທະນະທຳຈີນ ທີ່ໄດ້ສະສົມມາເປັນເວລາພັນປີ, ໄດ້ສືບທອດສີມືດັ້ງເດີມຂອງຈີນ ແລະ ຊາວໜຸ່ມຍຸກປັດຈຸບັນມີຄວາມໝັ້ນໃຈຕົນເອງຫຼາຍກວ່າເກົ່າ.
ເຄື່ອງນຸ່ງຕ່າງໆ ທີ່ໄດ້ເພີ່ມປັດໄຈອໍາມະຕະຂອງຈີນຕ່າງໆເຊັ່ນ: ຮູບຖັກແສ່ວ, ກະດຸມແບບດັ່ງເດີມ ແລະ ຮູບແຕ້ມນ້ຳໝຶກເປັນຕົ້ນ, ເຄື່ອງຫັດຖະກຳທີ່ໄດ້ນຳໃຊ້ສີມືດັ່ງເດີມຕ່າງໆແລະ ເຄື່ອງປະດັບເຮືອນທີ່ “ເປັນແບບທຳມະຊາດ” ເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນວ່າ, ຊາວຈີນຍຸກປັດຈຸບັນ ມີການຍອມຮັບ ແລະ ມີຄວາມຮູ້ສຶກພາກພູມໃຈຕໍ່ວັດທະນະທຳດັ່ງເດີມຂອງຈີນ.
ເມື່ອພວກເຮົາ ໄດ້ຊົມ ໄດ້ເຫັນ ຜະລິດຕະພັນປະດິດສ້າງໃໝ່ ດ້ານວັດທະນະທຳທີ່ມີຄວາມພິຖີພິຖັນ, ຊົມງານວັດທະນະທຳດັ່ງເດີມທີ່ມີສີສັນພິເສດຕ່າງໆ, “ຊຸດຈີນແບບໃໝ່” ໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ວັດທະນະທຳດັ້ງເດີມ, ຄົນທັງຫຼາຍຈະສາມາດສຳຜັດກັບປະຫວັດສາດ, ສຳຜັດກັບວັດທະນະທຳດັ່ງເດີມ ແລະ ສຳຜັດກັບແຟຊັນຈາກຜະລິດຕະພັນ ຫຼື ວັດທະນະທຳເຫຼົ່ານີ້.
ແຫຼ່ງຂ່າວ: ສໍານັກຂ່າວສານຈີນ, ໜັງສືພິມການຄ້າຈີນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ