ຢູ-14 ເຈົ້າພາບ ໄດ້ທີໜຶ່ງ ເຕະບານ ມັດສະດາ ຢູລີກ 2023

ຢູ-14 ເຈົ້າພາບ ໄດ້ທີໜຶ່ງ ເຕະບານ ມັດສະດາ ຢູລີກ 2023
ທີມນັກກິລາເຕະບານເຈົ້າພາບ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຍາດໄດ້ທີ1ໃນຮຸ່ນອາຍຸບໍ່ເກີນ 14 ປີ(ຢູ 14 ປີ),ທີ1ຢູ -12 ແລະ ຢູ-10 ຂອງສະໂມສອນ ດັບເບີນຢູໄອຈີ ນາຄາ ທັງສອງລາຍການ ໃນການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ 3 ຮຸ່ນ ຄື: ຢູ-14, ຢູ-12 ແລະ ຢູ-10 ມັດສະດາ ຢູດລີກ ປະຈຳປີ 2023 ຫຼື ລາຍການ Mazda youth league 2023. 
ການແຂ່ງຂັນເຕະບານ ມັດສະດາ ຢູດລີກ ປະຈຳປີ 2023 ນັດສຸດທ້າຍຂອງ ຢູ-12 ແລະ ຢູ-14 ປີ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ຜ່ານມາ ຊຶ່ງມີການແຂ່ງຂັນ 5 ສະໜາມ ກໍຄືສະໜາມ ລ້ານຊ້າງ (ເຂດໜອງໄຮ) ເມືອງຫາດຊາຍຟອງ, ສະໜາມຊ້າງ3 ເຂດດົງໂດກ ເມືອງໄຊທານີ, ສະໜາມຈຳປາຮັກ ບ້ານວຽງຈະເລີນ ເມືອງໄຊເຊດຖາ, ສະໜາມ ເຄເອັມທີ ບ້ານດົງບອງ ເມືອງໄຊທານີ ແລະ ສະໜາມຫຍ້າແທ້ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເມືອງໄຊທານີ ໂດຍສະເພາະຜົນແຂ່ງຂັນທີ່ສະໜາມຊ້າງ3 ມີ 3 ຄູ່ ຜົນປະກົດວ່າ: ຢູ14 ເຈົ້າພາບ ມັດສະດ້າ ຊະນະ ເອັບຊີ ຕາລັນຕາ 2 ປະຕູຕໍ່ 0, ສ່ວນ ເອສຣາ ເອັບຊີ ສະເໝີ ເອັບເຮດເອວ ເອັບຊີ 2-2 ປະຕູ ແລະ ຢູ-12 ມັດສະດ້າ ຊະນະ ເອັບຊີ ຕາລັນຕາ 6  ປະຕູຕໍ່ 0.
ສ່ວນສະໜາມກິລາ ເຄເອັມທີ ຢູ-14 ວຽງຈັນ ເອັບທີ ຊະນະ ເຄເອັມທີ 6 ປະຕູຕໍ່ 0 ແລະ ຢູ-12 ວຽງຈັນ ເອັບທີ ຊະນະ ມາສເຕີ ເຊເວັນ ເອັບຊີ 4-2 ປະຕູ, ສະໜາມກິລາ ມຊ ຢູ-14 ທີມ ມຊ ຊະນະ ປາກຊັນ ເອັບຊີ 2-0 ປະຕູ, ສະໜາມກິລາ ຈຳປາຮັກ ຢູ-12 ປາກຊັນ ເອັບຊີ ຊະນະ ພີເອັມທີ ເອັບຊີ 3-1 ປະຕູ ແລະ ສະໜາມກິລາ ລ້ານຊ້າງ ດັບເບີນຢູໄອຈີ ນາຄາ ສະເໝີ ບີບີບີ ໂອໂຕ ເອັບຊີ 0 ປະຕູຕໍ່ 0. 
ສະຫຼຸບການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ  ຢູ-14, ຢູ-12 ແລະ ຢູ-10 ລາຍການ Mazda youth league ປະຈຳປີ 2023ທີ1  ຢູ-10ທີມ ດັບເບີນຢູໄອຈີ ນາຄາ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ2 ມັດສະດ້າ ໄດ້ຮັບເງິນສົດ 3 ລ້ານກີບ, ທີ 3 ມາສເຕີ ເຊເວັນ ເອັບຊີ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ທີ 4 ວຽງຈັນ ເອັບທີ  ໄດ້ຮັບເງິນສົດ 1 ລ້ານກີບ,  ຢູ-12ທີ1 ດັບເບີນຢູໄອຈີ ນາຄາ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ມັດສະດ້າ ໄດ້ຮັບເງິນສົດ 3 ລ້ານກີບ, ທີ 3 ວຽງຈັນ ເອັບທີ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ທີ 4 ມາສເຕີ ເຊເວັນ ເອັບຊີ ໄດ້ຮັບເງິນສົດ 1 ລ້ານກີບ ແລະ  ຢູ-14ທີ1 ມັດສະດ້າ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ເອສຣາ ເອັບຊີ ໄດ້ຮັບເງິນສົດ 3 ລ້ານກີບ, ວຽງຈັນ ເອັບທີ ທີ3 ໄດ້ຮັບເງິນສົດ 2 ລ້ານກີບ ແລະ ທີ4 ເອເຮດເອວ ເອັບຊີ ໄດ້ຮັບເງິນສົດ 1 ລ້ານກີບ. ນອກຈາກນັ້ນ, ທຸກທີມທີ່ເຂົ້າຮ່ວມແຂ່ງຂັນແມ່ນຍັງໄດ້ຮັບເງິນສະໜັບສະໜູນທີມສະໂມສອນລະ 500.000 ກີບ.
ຂະນະທີ່ລາງວັນນັກກິລາດີເດັ່ນ  ຢູ-14 ທ້າວ ເວດສະຫວັນ ວິໄລພັນ ສະໂມສອນ ມາສດ້າ ລາວ ຈິບິ ເອັບຊີ, ຢູ-12  ທ້າວ ໄທເກີ ວິໄລກຸນສະໂມສອນ ດັບເບິນໄອຈິ ນາຄາ ແລະ ຢູ-10 ທ້າວ ອານຸສັກ ວິໄລກຸນ ສະໂມສອນ ດັບເບິນໄອຈິ ນາຄາ.
ຂ່າວ-ພາບ:ສົງການ

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຄະນະບໍລິຫານງານຊາວໜຸ່ມ ກົມຕຳຫຼວດຄຸມຂັງ-ດັດສ້າງ ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຕ້ອນຮັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026) ໃນວັນທີ 2 ເມສາຜ່ານມາ, ໂດຍມີທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະນຳ, ສະມາຊິກຊາວໜຸ່ມທົ່ວກົມກອງດັ່ງກ່າວເຂົ້າຮ່ວມ.
ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ  ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເສີມສ້າງຄວາມສໍາພັນອັນດີ ລະຫວ່າງອົງກອນ ແລະ ສື່ມວນຊົນ ພ້ອມທັງ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມສາມັກຄີ.
ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ໃນຄ່ຳຄືນວັນທີ 27 ມີນາຜ່ານມານີ້, ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ຈັດງານປະກວດສິລະປະ-ວັນນະຄະດີ ນັກຮຽນ ຄັ້ງທີ XI ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເບີກບານມ່ວນຊື່ນ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ສີຄານ ແກ່ນມະນີປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະພັກ-ອົງການປົກຄອງເມືອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ສຳເລັດງານແຂ່ງຂັນກິລາເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ລາຍການ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII, ການແຂງຂັນຄັ້ງນີ້ ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕຣນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ)ເຊກອງ ລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ
ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຈັດສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026 ຂຶ້ນໃນວັນທີ26ມີນາຜ່ານມາ ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເມື່ອບໍ່ດົນຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ມີການລົງນາມເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍການລົງນາມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ຫວໍ ຕ໊າຍ ບາກ ຮອງຜູ້ອຳນວຍການບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງ ຈຳກັດ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້່າຮ່ວມເປັນສັກຂີພີຍານ.
ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ວັນທີ 25 ມີນາ 2026 ຢູ່ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX ທົ່ວແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ອິນທະວົງ ພົມມະຈັນ ເລຂາພັກເມືອງມະຫາໄຊ, ທ່ານ ທອງສະນິດ ແພງພັກດີ ຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ເຍົາວະຊົນທັນວາ ທີ່ມາຈາກ 10 ເມືອງ ເຂົ້າຮ່ວມ.
ເພີ່ມເຕີມ