ຢູນນານ ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຮ່ວມກັນສ້າງ ແລະ ຊົມໃຊ້ "ວິຖີຊີວິດແຂວງຢູນນານ" ຢ່າງຈິງໃຈ

ຢູນນານ ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຮ່ວມກັນສ້າງ ແລະ ຊົມໃຊ້ "ວິຖີຊີວິດແຂວງຢູນນານ" ຢ່າງຈິງໃຈ
ວັນທີ 17 ພະຈິກຜ່ານມາ, ງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023 ພາຍໃຕ້ຫົວຂໍ້ “ສະບາຍດີ! ຈີນ” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢູນນານຢ່າງເປັນທາງການ. ໃນພິທີເປີດງານ, ທ່ານ ຫວັງໜິງ (Wang Ning) ເລຂາຄະນະພັກແຂວງຢູນນານ ໄດ້ກ່າວຄໍາປາໄສ ພ້ອມທັງເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງມາແຂວງຢູນນານ ແລະ ຮັບຮູ້ຈີນ, ຍິນດີຕ້ອນຮັບໝູ່ເພື່ອນທັງພາຍໃນ ແລະ ຕ່າງປະເທດມາຮ່ວມກັນຄົ້ນຄວ້າ ແລະ ພັດທະນາຂະແໜງການວັດທະນະທໍາ ແລະ ທ່ອງທ່ຽວ, ຮ່ວມກັນສ້າງ ແລະຊົມໃຊ້ “ວິຖີຊີວິດແຂວງຢູນນານ”, ຮ່ວມກັນຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງໂລກ ໃຫ້ຈະເລີນຮຸ່ງເຮືອງ.

ທ່ານ ຫວັງໜິງ ກ່າວວ່າ: ໃນຊຸມປີຜ່ານມາ, ແຂວງຢູນນານໄດ້ຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບຂະແໜງການທ່ອງທ່ຽວ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ລວມຍອດລາຍຮັບດ້ານການທ່ອງທ່ຽວໄດ້ຈາກ 100 ຕື້ຢວນ ເພີ່ມຂຶ້ນເປັນ 1.000 ຕື້ຢວນ. ນັບແຕ່ປີນີ້ເປັນຕົ້ນມາ, ແຂວງຢູນນານໄດ້ເຜີຍແຜ່ “ວິຖີຊີວິດແຂວງຢູນນານ”, ຊຶ່ງໄດ້ນໍາໜ້າຄວາມນິຍົມໃໝ່ດ້ານການທ່ອງທ່ຽວ. “ວິຖີຊີວິດແຂວງຢູນນານ” ແມ່ນຊີວິດແບບສີຂຽວທໍາມະຊາດຢ່າງໜຶ່ງ, ຊີວິດທີ່ເຕັມໄປດ້ວຍຫຼາກຫຼາຍສີສັນຢ່າງໜຶ່ງ, ຊີວິດແບບປອງດອງກົມກຽວກັນຢ່າງໜຶ່ງ, ຊີວິດແບບເປີດປະຕູສູ່ພາຍນອກ ແລະ ມີຄວາມກວມລວມຢ່າງໜຶ່ງ, ສະຫຼຸບແລ້ວ ກໍແມ່ນວິຖີຊີວິດຂອງປວງຊົນທັງຫຼາຍ. “ວິຖີຊີວິດແຂວງຢູນນານ” ບໍ່ພຽງແຕ່ເປັນຂອງແຂວງຢູນນານເທົ່ານັ້ນ, ຍັງເປັນຂອງຈີນ ແລະ ເປັນຂອງໂລກອີກດ້ວຍ.
ແຂວງຢູນນານຖືກຂະຫນານນາມວ່າເປັນ “ແດນສະຫວັນແຫ່ງການທ່ອງທ່ຽວ”. ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ແຂວງຢູນນານໄດ້ຕ້ອນຮັບນັກທ່ອງທ່ຽວ 917 ລ້ານເທື່ອຄົນ, ລວມຍອດລາຍຮັບຈາກການທ່ອງທ່ຽວມີເຖິງ 1.130 ຕື້ຢວນ, ເພີ່ມຂຶ້ນເປັນ 1,3 ເທົ່າ ແລະ 1,2 ເທົ່າຂອງໄລຍະດຽວກັນຂອງປີ 2019. ຂະແໜງການທ່ອງທ່ຽວໄດ້ກາຍເປັນຂະແໜງການເສົາຄ້ຳ ແລະ ຂະແໜງການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງແທ້ຈິງຂອງແຂວງຢູນນານ.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ປ້ອງ​ກັນ​ຄວາມ​ປະ​ຫງົບ​ຈີນ​ໄດ້ຖະ​ແຫຼງ​ໃຫ້​ຮູ້​ວ່າ​, ປີ 2025 ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປະ​ເທດ​ຈີນ​ໄດ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ ແລະ​ ອອນ​ລາຍ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເຮັດ​ໃຫ້​ການ​ເກີດ​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຫຼຸ​ດ​ລົງ ໂດຍ​ສາ​ມາດ​ມ້າງ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ໄດ້​ທັງ​ໝົດ 258.000 ຄະ​ດີ, ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕັດ​ສາຍ​ຫຼອກ​ລວງ 3 ຕື້ 600 ລ້ານ​ເທື່ອ, ຂໍ້​ຄວາມ​ສັ້ນ 3 ຕື້ 300 ລ້ານ​ຂໍ້ຄວາມ, ຊ່ວຍ​ຢຸດ​ການ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຫຼອກ​ລວງ​ໄດ້ 21 ລ້ານ 7 ແສນ 7 ພັນ​ຢວນ. ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສຶກ​ສາ​ອົບ​ຮົມ ​ແລະ​ ຕັກ​ເຕືອນ​ຕໍ່​ໜ້າ​ລວມ​ທັງ​ໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນ​ເທື່ອ​ຄົນ.
ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ເພີ່ມເຕີມ