![]() |
ທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ເມື່ອບໍ່ດົນມານີ້ວ່າ: ມາຮອດປີ 2025 ແຂວງເຊກອງ ມີໂຄງການລົງທຶນຂອງລັດຈໍານວນ 259 ໂຄງການ, ມູນຄ່າ 6,976.42 ຕື້ກີບ. ໃນນີ້, ບ້ວງທຶນປົກກະຕິ 167 ໂຄງການມູນຄ່າ 72.20 ຕື້ກີບ; ບ້ວງທຶນໄພພິບັດ 92 ໂຄງການມູນຄ່າ 14.87 ຕື້ກີບ; ໂຄງການຊໍາລະໜີ້ 97 ໂຄງການມູນຄ່າລວມ 3,057.54 ຕື້ກີບ; ໂຄງການສືບຕໍ່ 122 ໂຄງການມູນຄ່າລວມ 2,965.44 ຕື້ກີບ ແລະ ໂຄງການສະເໜີໃໝ່ 40 ໂຄງການມູນຄ່າລວມ 953.43 ຕື້ກີບ.
ສະເພາະໃນປີ 2025 ແຂວງເຊກອງ ໄດ້ຮັບເພດານການລົງທຶນຂອງລັດທັງໝົດ 103.48 ຕື້ກີບ. ໃນນີ້, ສະພາແຫ່ງຊາດຮັບຮອງ 121 ໂຄງການ ມູນຄ່າ 87.07 ຕື້ກີບ (ລວມທັງບ້ວງຟື້ນຟູໄພພິບັດ) ແລະ ສະພາປະຊາຊົນແຂວງຮັບຮອງເອົາ 138 ໂຄງການ ມູນຄ່າ 16.40 ຕື້ກີບ. ມາຮອດປັດຈຸບັນ, ສາມາດຈັດຕັ້ງປະຕິບັດ ແລະ ເຮັດໜັງສືຢັ້ງຢືນ ທັງໝົດ 246 ໂຄງການມູນຄ່າ 99.87 ຕື້ກີບ ກວມເອົາ 97% ຂອງແຜນປີ, ຍັງຄ້າງຊໍາລະຕາມແຜນການລົງທຶນປີ 2025 ມີ 13 ໂຄງການມູນຄ່າ 3.61 ຕື້ກີບ. ສ່ວນບ້ວງເງິນເກີນແຜນຂອງແຂວງປີ 2024 ມາຊໍາລະໃຫ້ໂຄງການລົງທຶນຂອງລັດ ຈໍານວນ 61 ໂຄງການມູນຄ່າ 88.08 ຕື້ກີບ. ໃນນີ້, ຊໍາລະໃຫ້ໂຄງການລົງທຶນຂອງລັດທີ່ສະພາຮັບຮອງ 36 ໂຄງການມູນຄ່າ 55.52 ຕື້ກີບ ແລະ ຊໍາລະໃຫ້ໂຄງການບຸລິມະສິດຂອງແຂວງ 25 ໂຄງການມູນຄ່າ 32.56 ຕື້ກີບ.
ນອກນີ້, ຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ 6 ໂຄງການ, ມູນຄ່າ 14.79 ຕື້ກີບ ແລະ ໂຄງການລົງທຶນຂອງເອກະຊົນ 14 ໂຄງການມູນຄ່າ 771.96 ຕື້ກີບ ຊຶ່ງທຸກໆໂຄງການທີ່ແຂວງໄດ້ຮັບອະນຸມັດນັ້ນ ແມ່ນໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໃນຂົງເຂດເສດຖະກິດ, ການຜະລິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນ.
(ຂ່າວ: ສັນຍາ)

ຄໍາເຫັນ