3 ເດືອນຕົ້ນປີນີ້ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 426 ລ້ານກວ່າໂດລາ

3 ເດືອນຕົ້ນປີນີ້ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 426 ລ້ານກວ່າໂດລາ

3 ເດືອນຕົ້ນປີນີ້ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 426 ລ້ານກວ່າໂດລາ
3 ເດືອນຕົ້ນປີ (ມັງກອນຫາເດືອນມີນາ2025) ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426,975,454 ໂດລາ. ຂະນະດຽວກັນ, ມີນັກທ່ອງທ່ຽວພາຍໃນເພີ່ມຂຶ້ນ 98.6%. ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.

 

3 ເດອນຕນປນຂະແໜງການທອງທຽວສາງລາຍຮບໄດ 426 ລານກວາໂດລາ - image 1
 

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ທີ່ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວສປປ ລາວ ໄດ້ລື່ນຄາດໝາຍຖ້າທຽບໃສ່ປີ 2023, ນັກທ່ອງທ່ຽວພາຍໃນມີ 3,904,483 ເທື່ອຄົນ ເພີ່ມຂຶ້ນ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວໄດ້ເຖິງ 632,526,246 ໂດລາ, ນັກທ່ອງທ່ຽວສາກົນມີ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21%, ສາມາດກະຈາຍລາຍຮັບໄດ້ເຖິງ 1,138,003,848 ໂດລາ (ລາຍຮັບດັ່ງກ່າວແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທຸກຂະແໜງທີ່ຕິດພັນກັບການທ່ອງທ່ຽວ).

3 ເດອນຕນປນຂະແໜງການທອງທຽວສາງລາຍຮບໄດ 426 ລານກວາໂດລາ - image 2
 

ສໍາລັບ 3 ເດືອນຕົ້ນປີ (ມັງກອນຫາເດືອນມີນາ2025) ມີນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ ເພີ່ມຂຶ້ນ 11%, ທຽບໃສ່ໄລຍະດຽວກັນຂອງປີ 2024 ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426,975,454 ໂດລາ, ສໍາລັບນັກທ່ອງທ່ຽວພາຍໃນມີ 1,467,886 ເທື່ອຄົນເພີ່ມຂຶ້ນ 98,6%, ທຽບໃສ່ໄລຍະດຽວກັນຂອງປີ 2024 ລາຍຮັບທີ່ກະຈາຍໃນສັງຄົມ 237,797,532 ເທື່ອຄົນ. ໃນນີ້, ມີນັກທ່ອງທ່ຽວທີ່ມາຈາກ ໄທ, ຈີນ, ຫວຽດນາມ, ເກົາຫຼີ, ອາເມຣິກາ, ຝຣັ່ງ, ຣັດເຊຍ, ອັງກິດ, ເຢຍລະມັນ, ຍີ່ປຸ່ນ, ການອອກນະໂຍບາຍຍົກເວັ້ນວີຊາໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ 2024 (ເລີ່ມແຕ່ວັນທີ 1 ກໍລະກົດ ຫາ ວັນທີ 31 ທັນວາ 2024 ລວມ 6 ເດືອນ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນເກີນຄາດໝາຍທີ່ວາງໄວ້ມີນັກທ່ອງທ່ຽວ 1,048,034 ເທື່ອຄົນ ເພີ່ມຂຶ້ນ 63%, ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດທີ່ດີໃນການປັບປຸງຄຸນນະພາບການບໍລິການຂອງທຸລະກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນອ້ອມຫຼາຍຫົວໜ່ວຍທຸລະກິດໄດ້ຮັບການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ການທ່ອງທ່ຽວປະກອບສ່ວນສໍາຄັນໃຫ້ແກ່ການສ້າງວຽກເຮັດງານທໍາໃຫ້ສັງຄົມ, ສ້າງລາຍຮັບຊຸກຍູ້ໃຫ້ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປິ່ນອ້ອມ ແລະ ການຜະລິດກະສິກຳ, ຫັດຖະກຳໃຫ້ກາຍເປັນສິນຄ້າສະໜອງໃຫ້ແກ່ນັກທ່ອງທ່ຽວເພີ່ມທະວີການຮ່ວມມື ແລະ ການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າໃນການປົກປັກຮັກສາຊັບພະຍາກອນທ່ອງທ່ຽວໃຫ້ມີຄວາມຍືນຍົງໂດຍສະເພາະການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກຳເຮັດໃຫ້ວຽກງານທ່ອງທ່ຽວໄດ້ກາຍເປັນວຽກງານລວມຂອງທຸກຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດຢ່າງແທ້ຈິງ.

3 ເດອນຕນປນຂະແໜງການທອງທຽວສາງລາຍຮບໄດ 426 ລານກວາໂດລາ - image 3
 

ຄຽງຄູ່ກັນນັ້ນ, ບັນດາວາລະສານ ແລະ ສື່ຕ່າງໆທັງພາຍໃນ ແລະ ຕ່າງປະເທດຈາກຫຼາຍພາກສ່ວນກໍໄດ້ຈັດລະດັບການທ່ອງທ່ຽວທີ່ສປປ ລາວ ເປັນລະດັບຕົ້ນໆຕະຫຼອດໄລຍະປີທ່ອງທ່ຽວລາວ 2024 ຜ່ານມາເຮັດໃຫ້ຊາວໂລກໄດ້ຮັບຮູ້ຫຼາຍຂຶ້ນໂດຍຜ່ານການໂຄສະນາສະຖານທີ່ທ່ອງທ່ຽວອັນງົດງາມຂອງລາວ, ການບໍລິການເຂົ້າ-ອອກຢູ່ດ່ານສາກົນມີຄວາມສະດວກຫຼາຍຂຶ້ນ, ພື້ນຖານໂຄງລ່າງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກໄດ້ຮັບການປັບປຸງຈໍານວນໜຶ່ງ ຂະແໜງການພາກລັດ ແລະ ພາກທຸລະກິດໄດ້ຫັນເຂົ້າສູ່ລະບົບເທື່ອລະກ້າວ.ຂ່າວ: ວັນເພັງ, ພາບ: ເກດສະໜາ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ