4 ບ້ານ ເມືອງສາລະວັນ ປະກາດເປັນບ້ານວັດທະນະທຳໃໝ່

4 ບ້ານ ເມືອງສາລະວັນ ປະກາດເປັນບ້ານວັດທະນະທຳໃໝ່
ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີປະກາດບ້ານວັດທະນະທຳໃໝ່ຊຶ່ງມີ 4 ບ້ານຄື: ບ້ານນາທ່ອນ, ຄັນໝາກໂຍດ, ຕົ້ງສີວິໄລ ແລະ ບ້ານໝາກນາວນ້ອຍຂຶ້ນໃນວັນທີ 27 ທັນວາຜ່ານມາ ທີ່ຫ້ອງການບ້ານນາທ່ອນໂດຍການເປັນປະທານຂອງທ່ານ ໜູຄຳ ສີສະຫັວດ ຮອງເຈົ້າເມືອງສາລະວັນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ຄຳໄພ ໄຊຍະເດດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ສາຍທິດ ເພຍໄຊຍະລາດ ນາຍບ້ານໆຕົ້ງສີວິໄລ ກ່າວວ່າ: ບ້ານນາທ່ອນປະກອບມີ 209 ຫຼັງຄາເຮືອນ, 284 ຄອບຄົວ, ມີພົນລະເມືອງ 1.066 ຄົນຍິງ 647 ຄົນກວມ 86,61% ຂອງຄອບຄົວທັງໝົດພາຍໃນບ້ານ, ບ້ານປະຕິບັດໄດ້ຄົບ 4 ມາດຖານ 26 ຕົວຊີ້ວັດຂອງການສ້າງບ້ານວັດທະນະທໍາ ຊຶ່ງປະຕິບັດໄດ້ 92% ສາມາດຮັບຮອງເປັນບ້ານວັດທະນະທຳໄດ້, ປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານທຳມາຫາກິນລ້ຽງຊີບ, ມີນໍ້າໃຈຮັກຊາດ, ມີຄວາມສາມັກຄີພາຍໃນໜັກແໜ້ນ, ມີຄວາມເອື້ອຍເຟື້ອເຜື່ອແຜ່ຮັກແພງຊ່ວຍເຫຼືອຊຶ່ງກັນ ແລະກັນຕະຫຼອດມາ. ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບເຮັດນາເປັນຕົ້ນຕໍ, ຖືການປູກຝັງ-ລ້ຽງສັດເປັນອາຊີບສຳຮອງ, ພາຍໃນບ້ານມີເນື້ອທີ່ທັງໝົດ 818 ເຮັກຕາ.
    ໃນພິທີໄດ້ມອບໃບຢັ້ງຢືນບ້ານວັດທະນະທໍາໃໝ່ໃຫ້ແກ່ 4 ບ້ານ ເປັນກຽດມອບໂດຍທ່ານ ໜູຄຳ ສີສະຫັວດ ຈາກນັ້ນ, ຄະນະປະທານໄດ້ໃຫ້ກຽດເປີດປ້າຍ, ລັ່ນຄ້ອງ 9 ບາດເພື່ອປະກາດ 4 ບ້ານເປັນບ້ານວັດທະນະທໍາໃໝ່.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ໃນວັນທີ 7 ມິຖຸນາຜ່ານມານີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບທຶນພັດທະນາເສດຖະກິດສັງຄົມ ຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ໂດຍມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ທ່ານ ຍຸດທະນາ ຈູນພັນທອງ ຜູ້ອຳນວຍການສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າຫົງສາ ຈຳກັດ.
ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າທາ, ພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ຮ່ວມກັບ ປະຊາຊົນ 10 ບ້ານ ໄດ້ສ້າງຂະບວນການອອກແຮງງານລວມສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ໂດຍການນຳພາຂອງ ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.
ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດນາຍຕໍາຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່ ຂຶ້ນໃນວັນທີ 6 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບ ຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາສໍາຄັນຂອງພັກ ຂຶ້ນໃນວັນທີ 6 ມິຖຸນາຜ່ານມາທີ່ ສນຊ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ ຜູ້ປະຈຳການ, ມີຄະນະປະຈໍາພັກ, ຮອງປະທານ, ກໍາມະການພັກ ແລະ ສະມາຊິກພັກພະນັກງານເຂົ້າຮ່ວມ.

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ເພີ່ມເຕີມ