40 ປີແຂວງຜົ້ງສາລີ ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

40 ປີແຂວງຜົ້ງສາລີ ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

40 ປີແຂວງຜົ້ງສາລີ ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ
ຕະຫຼອດໄລຍະ 40 ປີແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງການປ່ຽນແປງໃໝ່ ແລະ ການນຳພາຂອງພັກ ໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະ ຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ແຂວງຜົ້ງສາລີມີການພັດທະນາເຕີບໃຫຍ່ເຂັ້ມແຂງໃນຫຼາຍດ້ານຢ່າງຕໍ່ເນື່ອງ. ຈາກຈຸດເລີ່ມຕົ້ນທີ່ຍັງປະສົບຄວາມຫຼ້າຫຼັງທາງດ້ານເສດຖະກິດ, ໂຄງລ່າງພື້ນຖານ ແລະ ສະພາບການດຳລົງຊີວິດຂອງປະຊາຊົນ ມາຮອດປັດຈຸບັນແຂວງໄດ້ຄ່ອຍໆ ກ້າວຂຶ້ນສູ່ການພັດທະນາຢ່າງໝັ້ນຄົງມີຈຸດສຸມ ແລະ ຮອບດ້ານ.

40 ປແຂວງຜງສາລ ໄດຮບການພດທະນາເຕບໃຫຍເຂມແຂງຢາງຕເນອງ - image 1
 
 ແຂວງຜົ້ງສາລີໄດ້ຮັບການສະຖາປະນາຂຶ້ນຢ່າງເປັນທາງການໃນວັນທີ 1 ກັນຍາ 1955. ຕະຫຼອດໄລຍະເວລາຫຼາຍທົດສະວັດຜ່ານມາ, ອົງຄະນະພັກ ແລະ ອຳນາດການປົກຄອງແຂວງ ໄດ້ສືບຕໍ່ຍຶດໝັ້ນແນວທາງຂອງພັກ, ນຳພາປະຊາຊົນບັນດາເຜົ່າພາຍໃນແຂວງໃຫ້ພ້ອມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ນຳເອົາມະຕິ ແລະ ແຜນນະໂຍບາຍຕ່າງໆ ມາຈັດຕັ້ງປະຕິບັດໃຫ້ປະກົດເປັນຜົນງານຕົວຈິງ. ໄລຍະ 40 ປີ (1986-2026) ຖືເປັນໄລຍະແຫ່ງການຫັນປ່ຽນອັນສຳຄັນ ທີ່ໄດ້ວາງຮາກຖານໃຫ້ແຂວງມີການພັດທະນາທີ່ຊັດເຈນ ແລະ ສາມາດຍຶດໝັ້ນການເຕີບໂຕຢ່າງຕໍ່ເນື່ອງ.
40 ປແຂວງຜງສາລ ໄດຮບການພດທະນາເຕບໃຫຍເຂມແຂງຢາງຕເນອງ - image 2
 
 ຕະຫຼອດ 40 ປີແຫ່ງການປ່ຽນແປງໃໝ່, ເສດຖະກິດຂອງແຂວງຜົ້ງສາລີໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ອັດຕາການເຕີບໂຕສະເລ່ຍບັນລຸ 6.51% ຕໍ່ປີໃນໄລຍະ 1997-2006, ເພີ່ມຂຶ້ນເປັນ 7.58% ຕໍ່ປີໃນໄລຍະ 2007-2016 ແລະ ໃນໄລຍະການຈັດຕັ້ງແຜນພັດທະນາຄັ້ງທີ IX (2021-2025) ບັນລຸ 5.94% ຕໍ່ປີ. ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນວ່າ ແຂວງຍັງສາມາດຮັກສາທິດທາງການເຕີບໂຕທາງເສດຖະກິດໄດ້ເຖິງແມ່ນວ່າຈະປະສົບກັບສະພາບທ້າທາຍຫຼາຍປະການ.
 ໃນໄລຍະ 2017-2026 ມູນຄ່າ GDP ຂອງແຂວງບັນລຸ 33,406 ຕື້ກີບ, ຂະນະທີ່ GDP ຕໍ່ຫົວຄົນບັນລຸ 33.45 ລ້ານກີບ ຫຼືປະມານ 1,530 ໂດລາ, ເພີ່ມຂຶ້ນກວ່າ 10 ເທົ່າ ທຽບໃສ່ໄລຍະຕົ້ນຂອງການປ່ຽນ ແປງໃໝ່. ສ່ວນການລົງທຶນຈາກລັດໄດ້ຂະຫຍາຍຕົວຈາກ 4.36 ຕື້ກີບໃນໄລຍະ 1987-1996 ມາເປັນ 918.45 ຕື້ກີບ ໃນໄລຍະ 2017-2024 ຫຼືເພີ່ມຂຶ້ນຫຼາຍກວ່າ 210 ເທົ່າ. ນີ້ແມ່ນພື້ນຖານສຳຄັນທີ່ໄດ້ຊ່ວຍສ້າງກຳລັງຂັບເຄື່ອນໃຫ້ການພັດທະນາໃນດ້ານອື່ນໆ.
 ດ້ານກະສິກຳຍັງຄົງເປັນຂະແໜງການຫຼັກທີ່ຮອງຮັບເສດຖະກິດຂອງແຂວງ. ຕະຫຼອດໄລຍະຜ່ານມາ, ຜົນຜະລິດເຂົ້າໄດ້ເພີ່ມຂຶ້ນຈາກ 11,320 ໂຕນໃນປີ 1986 ຄາດວ່າຈະບັນລຸ 1,072,484 ໂຕນໃນປີ 2026 ຫຼືເພີ່ມຂຶ້ນຫຼາຍກວ່າ 94 ເທົ່າ. ພ້ອມກັນນັ້ນ, ການຜະລິດກະສິກຳໄດ້ມີການຫັນປ່ຽນຈາກຮູບແບບການຜະລິດເພື່ອລ້ຽງຊີບໄປສູ່ການຜະລິດເປັນສິນຄ້າຫຼາຍຂຶ້ນ, ຈາກພືດຫຼັກພຽງ 2 ຊະນິດ ຂະຫຍາຍມາເປັນ 8 ຊະນິດ ພືດຕົ້ນຕໍເຊັ່ນ: ຊາ, ຢາງພາລາ, ໝາກແໜ່ງ, ກາເຟ, ອ້ອຍ, ສາລີ, ໝາກກ້ວຍ ພ້ອມທັງການລ້ຽງສັດ ແລະ ການປະມົງ. ສຳລັບຂະແໜງຊົນລະປະທານ ໄດ້ຮັບການພັດທະນາເຖິງ 3,412 ແຫ່ງ, ຊຶ່ງເປັນປັດໄຈສຳຄັນສຳລັບການຮັບປະກັນການຜະລິດ. ຂະນະດຽວກັນ, ແຂວງຍັງສາມາດຮັກສາອັດຕາປົກຫຸ້ມປ່າໄມ້ໄວ້ໃນລະດັບ 65% ຂອງເນື້ອທີ່ທົ່ວແຂວງ, ອັນເປັນການສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການພັດທະນາຄວບຄູ່ກັບການອະນຸລັກຊັບພະຍາກອນທຳມະຊາດ.
40 ປແຂວງຜງສາລ ໄດຮບການພດທະນາເຕບໃຫຍເຂມແຂງຢາງຕເນອງ - image 3
 
 ໃນດ້ານການຄ້າ, ຈຳນວນຕະຫຼາດໄດ້ຂະຫຍາຍຈາກ 1 ແຫ່ງມາເປັນ 52 ແຫ່ງ, ຂະນະທີ່ຫົວໜ່ວຍທຸ ລະກິດຂາຍຍ່ອຍໄດ້ເພີ່ມຈາກ 91 ຫົວໜ່ວຍມາເປັນຫຼາຍກວ່າ 3,000 ຫົວໜ່ວຍ. ມູນຄ່າການສົ່ງອອກຈາກພຽງ 0.01 ຕື້ກີບໃນປີ 1986 ໄດ້ຂະຫຍາຍເປັນ 6.043 ຕື້ກີບໃນໄລຍະ 2017-2024. ພ້ອມນີ້, ໂຄງການໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ໄດ້ບັນລຸ 31 ລາຍການ, ສະແດງໃຫ້ເຫັນເຖິງການນຳໃຊ້ທ່າແຮງທ້ອງຖິ່ນເພື່ອສ້າງມູນຄ່າເພີ່ມທາງເສດຖະກິດ. ດ້ານຄົມມະນາຄົມ-ຂົນສົ່ງ ແມ່ນໜຶ່ງໃນຂົງເຂດທີ່ມີການປ່ຽນແປງຢ່າງຊັດເຈນ ຈຳນວນບ້ານທີ່ມີເສັ້ນທາງລົດເຂົ້າເຖິງໄດ້ເພີ່ມຈາກ 152 ບ້ານມາເປັນ 503 ບ້ານ ຫຼືກວມເອົາ 100% ຂອງບ້ານທົ່ວແຂວງໃນປີ 2025. ຜົນສຳເລັດນີ້, ມີຄວາມໝາຍສຳຄັນຫຼາຍ ເພາະການເຂົ້າເຖິງເຄືອຂ່າຍຄົມມະນາຄົມເປັນເງື່ອນໄຂພື້ນຖານສຳລັບການຄ້າ, ການບໍລິການ, ການສຶກສາ ແລະ ສາທາລະນະສຸກ.
 ດ້ານພະລັງງານໄຟຟ້າ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າຈາກ 284 ບ້ານ ຫຼື 55.04% ໄດ້ຂະຫຍາຍມາເປັນ 454 ບ້ານ ຫຼື 90.26% ໃນປີ 2026. ສ່ວນດ້ານໂທລະຄົມມະນາຄົມ ກໍໄດ້ຮັບການຍົກລະດັບໄປຕາມລຳ ດັບ, ໂດຍສັນຍານ 2G ກວມເອົາ 482 ບ້ານ ແລະ 3G/4G/5G ກວມ 314 ບ້ານ. ນີ້ເປັນພື້ນຖານສຳຄັນສຳລັບການກ້າວເຂົ້າສູ່ຍຸກການບໍລິການດີຈິຕອນ ແລະ ການບໍລິຫານສະໄໝໃໝ່.
 ໃນດ້ານການສຶກສາ, ໂຮງຮຽນຊັ້ນປະຖົມໄດ້ຂະຫຍາຍຈາກ 349 ແຫ່ງໃນປີ 1986 ມາເປັນ 652 ແຫ່ງໃນປັດຈຸບັນ. ການຂະຫຍາຍຕົວດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດໃນການສ້າງໂອກາດການຮຽນຮູ້ໃຫ້ເດັກນ້ອຍ ແລະ ເຍົາວະຊົນໃນທົ່ວແຂວງ. ດ້ານສາທາລະນະສຸກ ກໍໄດ້ຮັບການພັດທະນາຢ່າງຕັ້ງໜ້າ. ແຂວງມີສະຖານບໍລິການສາທາລະນະສຸກ 60 ແຫ່ງ, ສາມາດໃຫ້ການບໍລິການໄດ້ຫຼາຍກວ່າ 80% ຂອງບ້ານ. ການເຂົ້າເຖິງນ້ຳລິນສະອາດໄດ້ຂະຫຍາຍໄປຮອດ 436 ບ້ານ ເພີ່ມຂຶ້ນ 418 ບ້ານ ທຽບໃສ່ປີ 1986. ຮ້ານຂາຍຢາຖືກກົດໝາຍຈາກທີ່ບໍ່ມີເລີຍໄດ້ເພີ່ມຂຶ້ນເປັນ 54 ຮ້ານ. ໂດຍລວມແລ້ວ, ໝາກຜົນໃນຂົງ ເຂດວັດທະນະທຳ-ສັງຄົມ ໄດ້ມີສ່ວນສຳຄັນໃນການຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ຄຽງຄູ່ກັບການພັດທະນາດ້ານເສດຖະກິດ-ສັງຄົມ, ແຂວງຜົ້ງສາລີ ຍັງສາມາດຮັກສາໄວ້ຊຶ່ງສະຖຽນລະພາບທາງການເມືອງ, ຄວາມສະຫງົບ ຮຽບຮ້ອຍທາງສັງຄົມ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າຢ່າງໝັ້ນຄົງ. ຖັນແຖວພະນັກງານ ແລະ ສະມາຊິກພັກ ໄດ້ຮັບການກໍ່ສ້າງ ແລະ ບຳລຸງໃຫ້ມີຄວາມເຂັ້ມແຂງຂຶ້ນເປັນລຳດັບ. ພ້ອມນັ້ນ, ການພົວພັນຮ່ວມມືກັບບັນດາແຂວງໃກ້ຄຽງຂອງປະເທດເພື່ອນມິດ ໂດຍສະເພາະ ສປຈີນ ແລະ ສສ ຫວຽດນາມ ໄດ້ຮັບການຂະຫຍາຍຕົວ ແລະ ເສີມສ້າງໃຫ້ກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງຂຶ້ນ ອັນເປັນພື້ນ ຖານສຳຄັນສຳລັບການເຊື່ອມໂຍງດ້ານການຄ້າ, ການລົງທຶນ ແລະ ການພັດທະນາໃນອະນາຄົດ. ດ້ານວຽກງານແກ້ໄຂຄວາມທຸກຍາກ: ໜຶ່ງໃນວຽກງານຍຸດທະສາດສຳຄັນ ເນື່ອງຈາກແຂວງຜົ້ງສາລີເປັນແຂວງພູດອຍ ມີພື້ນທີ່ກວ່າ 99% ເປັນພູສູງ, ການຕັ້ງຖິ່ນຖານຂອງປະຊາຊົນມີລັກສະນະກະແຈກກະຈາຍ ແລະ ຢູ່ຫ່າງໄກສອກຫຼີກ ຈຶ່ງເຮັດໃຫ້ວຽກງານແກ້ໄຂຄວາມທຸກຍາກ ເປັນວຽກງານທີ່ມີຄວາມທ້າທາຍສູງ. ເຖິງຢ່າງໃດກໍຕາມ, ພັກ ແລະ ອຳນາດການປົກຄອງແຂວງ ໄດ້ຖືເອົາວຽກງານນີ້ ເປັນພາລະກິດສຳຄັນອັນເປັນຍຸດທະສາດ ແລະ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.
 ຕາມການປະເມີນຂໍ້ມູນປັດຈຸບັນ, ອັດຕາຄວາມທຸກຍາກຂອງແຂວງຍັງຄົງຢູ່ໃນລະດັບສູງ, ໂດຍບ້ານທຸກຍາກກວມ 70%, ຄອບຄົວທຸກຍາກ 25.8% ແລະ ປະຊາກອນທຸກຍາກ 24.8%. ຕົວເລກນີ້ຊີ້ໃຫ້ເຫັນວ່າ ແຂວງຈະບັນລຸໝາກຜົນຫຼາຍດ້ານ, ແຕ່ວຽກງານຫຼຸດຜ່ອນຄວາມທຸກຍາກ ຍັງຄົງເປັນວາລະສຳຄັນທີ່ຈະຕ້ອງສືບຕໍ່ແກ້ໄຂ. ໃນໄລຍະ 2020-2024, ພາຍໃຕ້ການສະໜັບສະໜູນຂອງລັດຖະບານສປປລາວ ແລະ ທະນາຄານໂລກ, ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກໄດ້ນຳໄປຈັດຕັ້ງຢູ່ 4 ເມືອງ ກວມ 160 ບ້ານ, 11,473 ຄອບຄົວ ແລະ 62,523 ຄົນ. ຜົນສຳເລັດທີ່ພົ້ນເດັ່ນຄືຈຳນວນບ້ານທຸກຍາກໄດ້ຫຼຸດລົງຈາກ 132 ບ້ານມາເປັນ 116 ບ້ານ, ຫຼຸດລົງ 16 ບ້ານ; ຄອບຄົວທຸກຍາກຫຼຸດຈາກ 8,684 ຄອບຄົວ ຍັງເຫຼືອ 7,062 ຄອບຄົວ, ຫຼຸດ 1,622 ຄອບຄົວ ແລະ ພົນລະເມືອງທຸກຍາກຫຼຸດຈາກ 49,468 ຄົນ ຍັງເຫຼືອ 41,478 ຄົນ, ຫຼຸດ 7,990 ຄົນ. ຜົນງານດັ່ງກ່າວເປັນເຄື່ອງຢືນຢັນເຖິງຄວາມພະຍາຍາມ ແລະ ທິດທາງທີ່ຖືກຕ້ອງໃນການແກ້ໄຂບັນຫາຄວາມ ທຸກຍາກຂອງແຂວງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1,000 ໂດສ ມູນຄ່າ 112,000,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມທັງສ້າງຂະ ບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະນຳຂອງສອງກະຊວງ, ວິຊາການຈາກກະຊວງສາທາລະນະສຸກ, ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ພິທີເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ມໍລະດົກໂລກ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກນີ້ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ຊາວຊ່າງຫັດຖະກຳລາວເຂົ້າຮ່ວມ.
ເພີ່ມເຕີມ