48 ປີ ແຫ່ງການສະຖາປະນາ ສປປ ລາວ ໄຟຟ້າລາວ ເຕີບໃຫຍ່ເຂັ້ມແຂງກ້າວໄກຮັບໃຊ້ສັງຄົມ

48 ປີ ແຫ່ງການສະຖາປະນາ ສປປ ລາວ ໄຟຟ້າລາວ ເຕີບໃຫຍ່ເຂັ້ມແຂງກ້າວໄກຮັບໃຊ້ສັງຄົມ
ໂດຍ: ພູວັນ
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2/12/1975-2/12/2023) ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດເນື່ອງໃນໂອກາດວັນສຳຄັນດັ່ງກ່າວເມື່ອບໍ່ດົນມານີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນກ່ອນໜ້ານີ້ 48 ປີແຫ່ງການພັດທະນາເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດຈົນເຖິງປັດຈຸບັນ, ລັດວິສາຫະກິດ ໄຟຟ້າລາວ ໄດ້ສ້າງຕັ້ງມາແຕ່ປີ 1961 ກ່ອນໜ້ານີ້ແມ່ນບໍ່ທັນມີໄຟຟ້າລາວ ເປັນໄຟຟ້າໃຊ້ດ້ວຍຈັກຢູ່ຕາມແຕ່ລະເມືອງຕ່າງໆ ຫຼັງຈາກນັ້ນໃນປີ 1961 ຈຶ່ງໄດ້ມາລວມຕົວເປັນໄຟຟ້າລາວຈົນຮອດປົດປ່ອຍປະເທດຊາດຈຶ່ງໄດ້ມີການເກັບກຳສະຖິຕິວ່າປະຊາຊົນຊົມໃຊ້ໄຟຟ້າຫຼາຍປານໃດ, ມີຈັກຄອບຄົວ ຊຶ່ງໃນເວລານັ້ນມີພຽງ 20 ພັນຄອບຄົວເທົ່ານັ້ນທີ່ມີໄຟຟ້າຊົມໃຊ້ໃນທົ່ວປະເທດ ແລະ ມີສະເພາະຕົວເມືອງໃຫຍ່ໆເປັນຕົ້ນ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ, ທ່າແຂກ, ປາກເຊ ສ່ວນຕາຂ່າຍໄຟຟ້າຍິ່ງບໍ່ມີເລີຍ.
ທ່ານ ຈັນທະບູນ ສຸກອາລຸນ ກ່າວໃຫ້ຮູ້ອີກວ່າ: ສະເພາະນະຄອນຫຼວງວຽງຈັນມີພຽງຈັກດີເຊວຂະໜາດ 10 ເມກາວັດ ເພື່ອອຳນວຍຄວາມສະດວກໃຫ້ນະຄອນຫຼວງ, ສ່ວນຕາຂ່າຍກໍມີແຕ່ຕົວເມືອງຍັງບໍ່ໄດ້ອອກໄປເຂດນອກເທື່ອ, ຕົກມາຮອດປີ 2000 ພວກເຮົາກໍມີໄຟຟ້າເພີ່ມຈາກ 3% ໃນໄລຍະປົດປ່ອຍມາເປັນ 16% ໃນປີ 1996-2000, ປະ ຊາຊົນ 16% ໄດ້ໃຊ້ໄຟຟ້າ ແລະ ເລີ່ມມີຕາຂ່າຍ 115 ກິໂລໂວນ, ຈາກນ້ຳງື່ມ 1 ມາຫານະຄອນຫຼວງ ແລະ ຈາກນະຄອນຫຼວງໄປຫາຫຼວງພະບາງ, ຫຼວງພະບາງເຊື່ອມຕໍ່ຫາໄຊຍະບູລີໃນເວລານັ້ນ. ເນື່ອງຈາກພາຍຫຼັງປະເທດຊາດການໄດ້ຮັບການປົດປ່ອຍ ການລົງທຶນເພື່ອຂະຫຍາຍໄຟຟ້າຍັງມີຄວາມຫຍຸ້ງຍາກ ການຂະຫຍາຍຕາຂ່າຍເປັນໄປໄດ້ຊ້າ ຈຶ່ງເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າກວມເອົາສ່ວນໜ້ອຍ. ຫຼັງຈາກທີ່ປະທານໄກສອນ ພົມວິຫານ ໄດ້ປະຕິຮູບເສດຖະ ກິດກໍຄືຈິດຕະນາການໃໝ່ນັ້ນ ທ່ານໄດ້ນຳເອົາຫຼາຍພາກສ່ວນເສດຖະກິດມາລົງທຶນນັບແຕ່ຕົ້ນປີ 1990 ເພື່ອເປີດໃຫ້ນັກລົງທຶນເຂົ້າມາລົງທຶນພາຍໃນປະເທດ, ໃນເວລານັ້ນໄຟຟ້າລາວມີຢູ່ 2 ເຂື່ອນຈາກເພີ່ນເປີດໃຊ້ເວລາ 10 ປີຈຶ່ງມີເຂື່ອນຂອງການລົງທຶນຕ່າງປະເທດເຂົ້າມາຄືເຂື່ອນເທີນຫີນບູນ ແລະ ເຂື່ອນຫ້ວຍເຫາະທັງ 2 ເຂື່ອນດັ່ງກ່າວແມ່ນຂາຍໄຟໃຫ້ຕ່າງປະເທດເກືອບ 100% ແລະ ລາວເຮົາໄດ້ຊົມໃຊ້ໄຟບໍ່ເຖິງ 1 ເມກາວັດ, ສ່ວນເຂື່ອນເທີນຫີນບູນກໍໃຊ້ສະເພາະ ເຮືອນພັກພະນັກງານ, ຫຼັງຈາກນັ້ນໃຊ້ເວລາໄປອີກ 10 ປີຈຶ່ງເກີດມີການລົງທຶນຫຼາຍໆຂຶ້ນມາ ເພື່ອເປີດສັກກະລາດໃໝ່ຄືໃນໄລຍະປີ 2005-2006 ກໍໄດ້ມີການເຊັນສັນຍາສຳປະທານໂຄງການນໍ້າເທີນ 2 ເປັນໂຄງການລົງທຶນຂະໜາດໃຫຍ່ ແລະ ເປີດຂາຍໄຟໃນປີ 2009 ຈຶ່ງເລີ່ມດຶງດູດເອົາການລົງທຶນໃນໂຄງການຜະລິດໄຟຟ້າເພື່ອສະໜອງໃຫ້ທັງພາຍໃນ ແລະ ຕ່າງປະເທດ, ຫຼັງຈາກໂຄງການນ້ຳເທີນ 2 ສຳເລັດກໍມີຫຼາຍໆໂຄງການເຂົ້າມາເກີດຂຶ້ນປານດອກເຫັດ ແລະ ມາໃນປີນີ້ເຮົາມີເກືອບ 100 ໂຄງການທີ່ເປັນແຫຼ່ງຜະລິດໄຟຟ້າໃນຂອບເຂດທົ່ວປະເທດ, ສ່ວນໃຫຍ່ປະມານ 60% ແມ່ນຂາຍໄຟໄປຕ່າງປະເທດ ເຫຼືອປະມານ 40% ແມ່ນສະໜອງໄຟໃຫ້ພາຍໃນປະເທດ.
ເວົ້າສະເພາະໃນພາກຂອງການຈຳໜ່າຍ: ຊຶ່ງກ່ອນຈະເອົາໄຟໄປຫາປະຊາຊົນໃນເຂດຫ່າງໄກສອກຫຼີກໄດ້ກໍຕ້ອງມີການພັດທະນາສາຍສົ່ງແຮງສູງ, ພັດທະນາສະຖານີໄຟຟ້າຕ່າງໆເພື່ອແຈກຢາຍ, ສະຖານີຂອງພວກເຮົາປັດຈຸ ບັນມີເຖິງ 76 ແຫ່ງໃນທົ່ວປະເທດ. ໃນລະບົບຂອງໄຟຟ້າລາວມີສາຍສົ່ງ 115 ກິໂລໂວນ, 230 ກິໂລໂວນ ແລະ 500 ກິໂລໂວນ ຄາດວ່າຈະໃຫ້ສຳເລັດໃນປີໜ້າ. ສະນັ້ນຖືວ່າຕາຄ່າຍໄຟຟ້າຂອງພວກເຮົາແມ່ນກວມເອົາຂອບເຂດທົ່ວປະເທດ ແລະ ເຮັດໃຫ້ປະຊາຊົນເຂົ້າເຖິງໄຟໄດ້ກວມເອົາຫຼາຍກວ່າ 95% ໃນປີ 2023.
ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວດັ່ງກ່າວ ພວກເຮົາກໍໄດ້ມີການກູ້ຢືມເງິນມາລົງທຶນໃນພາກລະບົບສາຍສົ່ງ, ສະຖານີຈຳນວນຫຼວງຫຼາຍ, ລັດຖະບານກໍໄດ້ເອົາທຶນຂອງລັດຖະບານມາເຮັດສາຍຈຳໜ່າຍໃນລະດັບ 22 ກິໂລໂວນ ກັບ 0,4 ກິໂລໂວນໃນເທດສະບານເມືອງ ແລະ ເມືອງຕ່າງໆໃນເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດຖືວ່າລັດກໍລົງທຶນມະຫາສານໃສ່ດ້ວຍຮູບແບບໃຫ້ໄຟຟ້າລາວກູ້ຢືມເງິນຈຳນວນຫຼາຍ ແລະ ລັດລົງທຶນກໍຈຳນວນຫຼາຍ ຈຶ່ງໃດ້ໄຟມາໃຫ້ປະຊາຊົນຊົມໃຊ້ເຖິງ 95% ນັ້ນແມ່ນຜົນງານອັນພົ້ນເດັ່ນແຫ່ງການເຕີບໃຫຍ່ຂະຫຍາຍຕົວໃນໄລຍະ 48 ປີ ຜ່ານມາ ເຫັນໄດ້ວ່າກ້າວກະໂດດຈາກປະເທດເຮົາໃນອະດີດກັບປັດຈຸບັນ ຄົນຮຸ່ນໃໝ່ອາດຈະບໍ່ເຫັນພາບວ່າຈາກ 20 ປີກ່ອນ, 30 ປີກ່ອນ ແລະ 40 ປີກ່ອນປະເທດເຮົາເປັນຄືແນວໃດ, ເຮົາຈະເຫັນຜ່ານໂຊຊ່ຽວມີເດ່ຍ ເບິ່ງປະເທດອື່ນທີ່ເຂົາພັດທະນາແລ້ວ ປະເທດເຮົາອາດຈະບໍ່ເທົ່າທຽມເຂົາ ແຕ່ດ້ວຍພື້ນຖານທີ່ເຮົາເຕີບໃຫຍ່ຈາກຈຸດທີ່ເຮົາບໍ່ມີຫຍັງ ປັດຈຸບັນເຮົາເຮັດໄດ້ເທົ່ານີ້ພັກ-ລັດເຮົາກໍໄດ້ທຸ້ມເທໃສ່ຫຼາຍສົມຄວນ, ໂດຍສະເພາະການລົງທຶນໃສ່ພາກສະຖານີ ແລະ ສາຍສົ່ງເປັນການລົງທຶນຫຼາຍ ແລະ ບໍ່ສາມາດເກັບກູ້ທຶນຮອນໄດ້ໃນໄລຍະສັ້ນ, ໂດຍປົກກະຕິແລ້ວການລົງທຶນດັ່ງກ່າວຈະຄືນທຶນໄດ້ກໍຕ້ອງໃຊ້ເວລາ 30 ປີ ຊຶ່ງເປັນສິ່ງທ້າທາຍຕໍ່ພາກການເງິນ ແລະ ພາກທຸລະກິດຫຼາຍສົມຄວນ.
ປັດຈຸບັນການຊົມໃຊ້ໄຟໃນຂອບເຂດທົ່ວປະເທດແມ່ນກວມເອົາ 95% ສ່ວນທີເຫຼືອ 5% ແມ່ນຈະເປັນສິ່ງທ້າທາຍຫຼາຍເປັນຕົ້ນແມ່ນ 1) ສະພາບເສດຖະກິດການເງິນໃນປັດຈຸບັນຂອງລາວກໍຄືໄຟຟ້າລາວປະສົບບັນຫາຫຍຸ້ງຍາກຫຼາຍສົມຄວນ. ສະນັ້ນແລ້ວການຈະລົງທຶນເພີ່ມຕື່ມເພື່ອໃຫ້ໄດ້ 100% ຖືວ່າເປັນບັນຫາຫຍຸ້ງຍາກທີ່ສຸດ; 2) ໃນຈຳ ນວນ 5% ທີ່ເຫຼືອນັ້ນລ້ວນແລ້ວແຕ່ເປັນເຂດຫ່າງໄກສອກຫຼີກແຮງ, ບ່ອນໃດເສັ້ນທາງໄປຮອດໄຟຟ້າກໍໄປຮອດເຊັ່ນກັນບາງບ່ອນຖະໜົນຫົນທາງກໍຍັງບໍ່ທັນມີ, ບາງບ່ອນທຽວໄດ້ລະດູດຽວ ແລະ ບາງບ່ອນແຫ່ງບໍ່ມີທາງເຂົ້າເລີຍ, ສະນັ້ນແລ້ວພື້ນຖານໂຄງລ່າງອັນອື່ນຍັງບໍ່ທັັນພ້ອມ; 3) ປະຊາຊົນຂອງພວກເຮົາຕັ້ງພູມລຳເນົາຢູ່ກະແຈກກະຈາຍ ດ້ວຍພູມສັນຖານແດ່ໂດຍສະເພາະໃນເຂດພາກເໜືອເປັນເຂດພູດອຍບ້ານໜຶ່ງມີ 20 ຄອບຄົວ, 30 ຄອບຄົວ ຕັ້ງເຮືອນຢູ່ແບບກະແຈກກະຈາຍ, ການສ້າງພື້ນຖານໂຄງລ່າງຖະໜົນຫົນທາງ, ໄຟຟ້າ, ສາທາລະນະສຸກ, ນ້ຳສະອາດຕ່າງໆລ້ວນແລ້ວຕ້ອງໄດ້ໃຊ້ທຶນຮອນຢ່າງມະຫາສານ ນີ້ເປັນບັນຫາທ້າທາຍຂອງໄຟຟ້າລາວກໍຄືລັດຖະບານໃນການຂະຫຍາຍຕາຂ່າຍ.
ຕາມທິດທາງຂອງລັດຖະບານກໍຄືໃຫ້ໄຟຟ້າລາວຫັນຕົນເອງຈາກເປັນວິສາຫະກິດເກື້ອກູນ ແລະ ເຮັດເພື່ອສັງ ຄົມຫຼາຍເກີນໄປ ເຮັດໃຫ້ເກີດຄວາມສັບສົນໃນການກວດສອບ ເຮັດອັນໃດໄດ້ເງິນ ແລະ ເຮັດອັນໃດຫຼຸບທຶນເລີຍກາຍ ເປັນວ່າເຮັດທຸກຢ່າງຫຼຸບທຶນໝົດ. ສະນັ້ນ, ລັດຖະບານຈຶ່ງມີທິດຊີ້ນຳໃຫ້ຫັນເປັນລັດວິສາຫະກິດທີ່ມີກຳໄລ ບໍ່ສະເພາະແຕ່ກຸ້ມຕົນເອງ ແລະ ມີກຳໄລໃນອະນາຄົດ, ແຕ່ການຈະຫັນໄປສູ່ຈຸດນັ້ນໄດ້ເຮົາຕ້ອງຂ້າມຜ່ານຈຸດທີ່ເຮົາຫຼຸບທຶນມາ 10 ກວ່າປີສາກ່ອນ, ຂ້າມຜ່ານຈຸດນັ້ນໃຫ້ມາຢູ່ທຶນຈຶ່ງກ້າວໄປສູ່ຈຸດທີ່ມີຜົນກຳໄລ, ຫຼາຍຄົນເຂົ້າໃຈວ່າໄຟຟ້າລາວມີບໍລິສັດດຽວ, ເຮັດທຸລະກິດຜູ້ດຽວບໍ່ມີຄູ່ແຂ່ງເປັນຫຍັງຈຶ່ງຫຼຸບທຶນ, ຄວາມຈິງແລ້ວເຮົາມີຕົ້ນທຶນທີ່ແນ່ນອນ ມາກວດໄດ້ໝົດວ່າຕົ້ນທຶນເຮົາຢູ່ໃສ, ແຕ່ລາຍຮັບຂອງເຮົາຫຼືລາຄາຂາຍຂອງພວກເຮົາພັດຖືກກຳນົດໂດຍລັດຖະບານ, ກໍຖືວ່າລັດຖະບານມີນະໂຍບາຍແຕ່ລະໄລຍະ ວ່າເສດຖະກິດກິດ-ສັງຄົມເປັນແນວໃດ ຄວນນະໂຍບາຍແນວໃດ. ສະນັ້ນການດຳເນີນທຸລະກິດຂອງພວກເຮົາຢູ່ໃນໄລຍະຂ້າມຜ່ານຈາກແບບເກື້ອກູນ ໄປສູ່ການເຮັດທຸລະກິດແບບມີກຳໄລ, ແນ່ນອນວ່າຕໍ່ໄປກໍຈະຫັນໄປສູ່ແບບມີກຳໄລ, ສ່ວນເລື່ອງເກື້ອກູນຖົມຂຸມຕ່າງໆນີ້ແມ່ນລັດຖະບານເພີ່ນຈະຊ່ວຍ ເພີ່ນຈະແບ່ງພູດໃຫ້ເອົາເງິນກ້ອນນີ້ເພື່ອໄປພັດທະນາເອົາໄຟໄປຫາຊົນນະບົດ ຫຼືວ່າເອົາໄປເກື້ອກູນກຸ່ມຄົນ ຫຼືປະຊາຊົນທີ່ມີລາຍໄດ້ໜ້ອຍຢູ່ເຂດຫ່າງໄກສອກຫຼີກອັນນີ້ແມ່ນຕົວຢ່າງ, ແຕ່ໃນລາຍລະອຽດແທ້ຕ້ອງມີລະບຽບການ ແຈ້ງການອອກມາຄັກແນ່ທັງໝົດ ແມ່ນຢູ່ໃນແຜນປະຕິຮູບຊຶ່ງມັນຈະຄ່ອຍໆກ້າວໄປສູ່ອົງກອນທີ່ມີປະສິດທິພາບກ່ອນ ຈຶ່ງກ້າວໄປສູ່ການມີກຳໄລ.
ທ່ານ ຈັນທະບູນ ສຸກອາລຸນ ໄດ້ຝາກເຖິງພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການທີ່ຊົມໃຊ້ໄຟຟ້າວ່າ ໄຟຟ້າມີຄຸນປະໂຫຍດມະຫາສານ ແລະ ສ້າງຜົນປະໂຫຍດໄດ້ຫຼາຍສຳລັບຜູ້ປະກອບການ ຖ້າຫາກວ່າໃຊ້ໃຫ້ຖືກວິທີ ຖ້າໃຊ້ຖືກຈະປະຢັດ ທັງສ້າງລາຍຮັບຕໍ່ຜູ້ປະກອບການໄປໃນຕົວ.
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ຄະນະນຳ, ຄະນະບໍລິຫານຕະຫຼອດຮອດພະນັກງານກຳມະກອນຂອງລັດວິສາຫະກິດໄຟຟ້າລາວ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນຜູ້ຊົມໃຊ້ໄຟໃນຂອບເຂດທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງ ແຂງແຮງ ມີພະລານາໄມສົມບູນປະສົບຜົນສຳເລັດໃນໜ້າທີ່ອັນຊົງກຽດຂອງທ່ານ, ຕັ້ງໜ້າປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ