48 ປີວຽກງານຂະແໜງສາທາລະນະສຸກ ໄດ້ຮັບການພັດທະນາເປັນກ້າວໆ

48 ປີວຽກງານຂະແໜງສາທາລະນະສຸກ ໄດ້ຮັບການພັດທະນາເປັນກ້າວໆ
ໂດຍ: ວັນເພັງ
ເນື່ອງໃນໂອກາດວັນຊາດທີ2 ທັນວາຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຜ່ານສື່ມວນຊົນວ່າ: ຕະຫຼອດໄລຍະ48 ປີຜ່ານມາວຽກງານຂະແໜງສາທາລະນະສຸກ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ແລະ ໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ທ່ານບຸນແຝງພູມມະໄລສິດ ກ່າວວ່າ: ພາຍຫຼັງພັກ ແລະ ລັດຖະບານ ໄດ້ມີນະໂຍບາຍປ່ຽນແປງໃໝ່, ໃນປີ 1986ຂະແໜງສາທາລະນະສຸກ ກໍໄດ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ໂດຍຫັນຈາກການບໍລິການແບບບໍລິຫານເກື້ອກູນມາສ້າງຕັ້ງເປັນກອງທຶນໝູນວຽນຢານັບແຕ່ປີ 1996 ຈົນເຖິງປີ 2012ພ້ອມທັງໄດ້ຂະຫຍາຍຕູ້ຢາປະຈໍາບ້ານໄປເຖິງເຂດຊົນນະບົດຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານຫຼາຍກວ່າ 90% ຂອງຈໍານວນປະຊາຊົນໃນຂອບເຂດທົ່ວປະເທດ. ອີງໃສ່ການພັດທະນາໃນໄລຍະໃໝ່, ຂະແໜງສາທາລະນະສຸກໄດ້ປ່ຽນຈາກການບໍລິການດ້ວຍຮູບແບບກອງທຶນໝູນວຽນຢາມາເປັນກອງທຶນປະກັນສຸຂະພາບແຫ່ງຊາດ. ປັດຈຸບັນສາມາດປົກຄຸມໄດ້ຫຼາຍກວ່າ 94% ຂອງປະຊາກອນທັງໝົດໃນຂອບເຂດທົ່ວປະເທດ.
ການຂະຫຍາຍຕົວທາງດ້ານພື້ນຖານໂຄງລ່າງຂອງຕາໜ່າງສາທາລະນະສຸກເຫັນໄດ້ວ່າຈາກການສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີ ຄັ້ງທີ IV (1996-2000), ຕາໜ່າງສາທາລະນະສຸກໃນຂອບເຂດທົ່ວປະເທດປະກອບມີ: ໂຮງໝໍສູນກາງ 2 ແຫ່ງ, ສູນປິ່ນປົວ 6 ແຫ່ງ, ໂຮງໝໍແຂວງ 18 ແຫ່ງ, ໂຮງໝໍເມືອງ 127 ແຫ່ງ ແລະ ສຸກສາລາ 604 ແຫ່ງ. ມາຮອດປັດຈຸບັນຕາໜ່າງສາທາລະນະສຸກ ໄດ້ມີການຂະຫຍາຍເພີ່ມຂຶ້ນໂດຍສະເພາະຕາໜ່າງສາທາລະນະສຸກຢູ່ຂັ້ນທ້ອງຖິ່ນ ໄດ້ມີໂຮງໝໍສູນກາງ 5 ແຫ່ງ, ສູນປິ່ນປົວສະເພາະທາງ 3 ແຫ່ງ, ໂຮງໝໍແຂວງ  17 ແຫ່ງ, ໂຮງໝໍເມືອງ 135 ແຫ່ງ, ສຸກສາລາ 1.080 ແຫ່ງ. ໃນນັ້ນການບໍລິການສຸຂະພາບ ກໍໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ ຈາກໃນເມື່ອກ່ອນແມ່ນສາມາດໃຫ້ການບໍລິການປິ່ນປົວໃນຂັ້ນພື້ນຖານມາເຖິງປັດຈຸບັນຂະແໜງສາທາລະນະສຸກສາມາດໃຫ້ການບໍລິການສຸຂະພາບດ້ວຍເຄື່ອງມືທີ່ທັນສະໄໝ ແລະ ລົງເລິກສະເພາະທາງເປັນຕົ້ນ ການຜ່າຕັດກະດູກ, ຜ່າຕັດສະໝອງ, ຜ່າຕັດຫົວໃຈ, ຜ່າຕັດລະບົບຖ່າຍເທຜ່ານທໍ່, ການປິ່ນປົວພະຍາດມະເຮັງ, ພະຍາດເບົາຫວານ ແລະ ອື່ນໆ. ນອກນັ້ນຍັງໄດ້ເອົາໃຈໃສ່ວຽກງານການປະກັນຄຸນນະພາບຄວາມປອດໄພຂອງອາຫານ ແລະ ຢາ ໂດຍການຕິດຕາມກວດກາອາຫານ ແລະ ຢາ ທີ່ຈໍລະຈອນຈໍາໜ່າຍຢູ່ໃນຂອບເຂດທົ່ວປະເທດ.ພ້ອມທັງເອົາໃຈໃສ່ສົ່ງເສີມການຜະລິດພາຍໃນໃຫ້ເປັນຮູບປະທໍາຫຼາຍຂຶ້ນ. ທົ່ວປະເທດໄດ້ມີໂຮງງານຜະລິດຢາຫຼວງ 4 ແຫ່ງ ເພື່ອຕອບສະໜອງຢາທີ່ຈໍາເປັນພື້ນຖານໃຫ້ແກ່ຕາໜ່າງສາທາລະນະສຸກ.ຄຽງຄູ່ກັນນັ້ນ, ຂະແໜງສາທາລະນະສຸກ ຍັງໄດ້ເອົາໃຈໃສ່ໃນການກໍ່ສ້າງບຸກຄະລາກອນທາງການແພດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍມີພະນັກງານສາທາລະນະສຸກ ຈໍານວນ 5.022ຄົນ.ປັດຈຸບັນມີພະນັກງານທັງໝົດ 19.560 ຄົນຍິງ 12.853 ຄົນ. ໃນນັ້ນມີຈໍານວນແພດຊ່ຽວຊານຂັ້ນ II ຈໍານວນ 22 ຄົນ ກວມ 0,1%, ມີຊ່ຽວຊານຂັ້ນ I ຈໍານວນ 810 ຄົນ ກວມ 4,1% ຂອງລັດຖະກອນສາທາລະນະສຸກທັງໝົດ;ຂົງເຂດການສຶກສາສາທາລະນະສຸກໄດ້ມີການປັບປຸງ ແລະ ພັດທະນາ.ສະຖານການສຶກສາສາທາລະນະສຸກກ່ອນປີ 1975 ມີພຽງໂຮງຮຽນສາທາລະນະສຸກ 1 ແຫ່ງ,ປັດຈຸບັນມີທັງໝົດ 11 ແຫ່ງປະກອບມີ: ມະຫາວິທະຍາໄລວິທະຍາສາດສຸຂະພາບ 1 ແຫ່ງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ 1 ແຫ່ງ ຢູ່ນະຄອນຫຼວງວຽງຈັນ,ວິທະຍາໄລວິທະຍາສາດສຸຂະພາບ 4 ແຫ່ງຢູ່ແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ຈຳປາສັກ. ໃນນັ້ນມີໂຮງຮຽນສາທາລະນະສຸກ 3 ແຫ່ງຢູ່ແຂວງອຸດົມໄຊ, ວຽງຈັນ, ຄຳມ່ວນແລະ ຍັງມີສູນຝຶກອົບຮົມ 2 ແຫ່ງຢູ່ແຂວງສາລະວັນ ແລະ ອັດຕະປືທີ່ສ້າງນັກວິຊາຊີບສາທາລະນະສຸກຫຼາຍຫຼັກສູດລວມທັງລະດັບຊ່ຽວຊານ ແລະ ປະລິນຍາໂທ. ພ້ອມນັ້ນການບໍລິການດ້ານສາທາລະນະສຸກເປັນຕົ້ນຢູ່ໂຮງໝໍຂັ້ນຕ່າງໆໃນທົ່ວປະເທດໄດ້ຮັບການປັບປຸງ ນັບທັງດ້ານສະຖານທີ່, ການປະກອບພະນັກງານ ແລະ ອຸປະກອນການແພດທີ່ທັນສະໄໝ. ນອກນັ້ນຍັງໄດ້ຝຶກອົບຮົມດ້ານເຕັກນິກວິຊາການຕ່າງໆໃຫ້ພະນັກງານ, ແພດໝໍ ແລະ ພະຍາບານເພື່ອຍົກສູງຄຸນນະພາບ ແລະ ລະດັບຄວາມສາມາດໃຫ້ສູງຂຶ້ນເທື່ອລະກ້າວ. ໂຮງໝໍເມືອງຫຼາຍແຫ່ງສາມາດຜ່າຕັດແກ້ໄຂສຸກເສີນສ້າງຄວາມເຊື່ອໝັ້ນໃຫ້ແກ່ຄົນເຈັບໄດ້ເປັນຢ່າງດີ. ເມື່ອທຽບກັບຊຸມປີພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ບັນດາໂຮງໝໍແຂວງໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ ແລະ ໄດ້ປະກອບອຸປະກອນການແພດທີ່ທັນສະໄໝ ເພື່ອຊ່ວຍໃຫ້ການກວດ ແລະ ບົ່ງມະຕິພະຍາດໃຫ້ມີຄວາມຊັດເຈນ ແລະ ວ່ອງໄວ ເປັນຕົ້ນເຄື່ອງຊີທີສະແກນເນີ (CT scanner), ເອໂກກຣາຟີ/ສຽງສະທ້ອນ (Echography), ເຄື່ອງຜ່າຕັດຜ່ານທໍ່ (Endoscopy) ແລະ ເຄື່ອງມືອຸປະກອນສໍາລັບການວິເຄາະ ແລະ ອື່ນໆ.
ທ່ານບຸນແຝງພູມມະໄລສິດຍັງລາຍງານວ່າ: ຈາກການປັບປຸງ ແລະ ພັດທະນາ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນແຕ່ລະໄລຍະນັບແຕ່ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເຖິງປັດຈຸບັນເຫັນໄດ້ວ່າການສະໜອງການບໍລິການສຸຂະພາບ ໄດ້ມີການຂະຫຍາຍຕົວຢ່າງແຂງແຮງ ແລະ ມີຄຸນນະພາບດີພໍສົມຄວນສາມາດປະກອບສ່ວນເຮັດໃຫ້ປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນ ຊຶ່ງສະແດງໃຫ້ເຫັນບັນດາຄາດໝາຍຕົວຊີ້ບອກສະຫະສະວັດດ້ານການພັດທະນາທີ່ຕິດພັນກັບຂະແໜງສາທາລະນະສຸກເປັນຕົ້ນ ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ ອີງຕາມໂຕເລກລາຍງານໃນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີຄັ້ງທີ IV (1996-2000), ໃນປີ 1995ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ແມ່ນ 104/1.000 ເດັກເກີດມີຊີວິດ, ມາຮອດ 9 ເດືອນປີ 2023, ໂຕເລກລາຍງານຈາກລະບົບຂໍ້ມູນຂ່າວສານສາທາລະນະສຸກ (DHIS2) ແມ່ນຍັງເຫຼືອພຽງ 46/1.000 ເດັກເກີດມີຊີວິດ; ສໍາລັບອັດຕາສ່ວນການຕາຍຂອງແມ່ຫຼຸດລົງຈາກ 656/100.000 ເດັກເກີດມີຊີວິດໃນປີ 1995 ມາຮອດປີ 2022 ແລະ ອີງຕາມໂຕເລກລາຍງານຂອງອົງການສະຫະປະຊາຊາດຍັງເຫຼືອ 126/100.000 ເດັກເກີດມີຊີວິດ. ໃນນັ້ນ, ອາຍຸຍືນສະເລ່ຍລວມຂອງປະຊາຊົນລາວໄດ້ເພີ່ມຂຶ້ນຈາກ 51 ປີໃນປີ 1995 ມາເປັນ 67 ປີໃນປີ 2022.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ