ກິດຈະກຳຄັ້ງນີ້ຈະຄັດເລືອກລົດພະລັງງານໃໝ່ທີ່ສອດຄ່ອງກັບຄວາມຕ້ອງການໃນການນຳໃຊ້ຢູ່ເຂດຊົນນະບົດ ມີຊື່ສຽງທີ່ດີ ແລະ ມີຄຸນນະພາບທີ່ໜ້າໄວ້ວາງໃຈ, ຈັດການວາງສະແດງທົດລອງຂັບຂີ່ ແລະ ອື່ນໆ; ຈັດຕັ້ງວິສາຫະກິດທີ່ໃຫ້ການບໍລິການສ້ອມແປງ ແລະ ບຳລຸງຮັກສາຫຼັງການຈຳໜ່າຍ, ວິສາຫະກິດທີ່ໃຫ້ບໍລິການສາກໄຟ ແລະ ປ່ຽນໝໍ້ໄຟ, ວິສາຫະກິດທີ່ໃຫ້ການບໍລິການດ້ານການທະນາຄານ ຊຶ່ງລວມທັງການປະກັນໄພ ສິນເຊື່ອຮ່ວມກັນລົງສູ່ຊົນນະບົດ; ຊຸກຍູ້ໃຫ້ເຕັກໂນໂລຊີເຊື່ອມຕໍ່ລົດກັບອິນເຕີເນັດສາມາດນຳໃຊ້ຢູ່ເຂດຊົນນະບົດ, ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເຊັ່ນ: ຫຼຸດ ຫຼື ຍົກເວັ້ນອາກອນຈັດຊື້ລົດ ອາກອນລົດ ແລະ ກຳປັ່ນ, ເອົາລົດເກົ່າແລກປ່ຽນລົດໃໝ່ ແລະ ອື່ນໆ, ລວມເຖິງສົ່ງເສີມໃຫ້ວິສາຫະກິດລົດເພີ່ມທະວີການສະໜອງຜະລິດຕະພັນ ແລະ ຍົກລະດັບການບໍລິການ.
ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ຄໍາເຫັນ