5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ
ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກຳ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.

 

 

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ລາຍງານວ່າ: ວຽກຈຸດສຸມການສົ່ງເສີມການຜະລິດ-ການບໍລິການ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະດ້ານການຜະລິດກະສິກຳ ໄດ້ຊຸກຍູ້ການຜະລິດຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງການຜະລິດເຂົ້າ, ຊີ້ນ, ປາ ແລະ ໄຂ່ ສາມາດຜະລິດຕອບສະໜອງພຽງພໍ ຕໍ່ການຊົມໃຊ້ພາຍໃນ. ໃນໄລຍະ 5 ປີຜ່ານມາ ສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ (ແຜນການ 6.98 ລ້ານໂຕນຕໍ່ປີ). ໃນນັ້ນ, ການຜະລິດເຂົ້າບັນລຸໄດ້ 18.91 ລ້ານໂຕນ ສະເລ່ຍ 3.77 ລ້ານໂຕນຕໍ່ປີ, ບັນລຸໄດ້ຕາມແຜນການ (ແຜນການ 3.5-4 ລ້ານໂຕນຕໍ່ປີ), ທຽບໃສ່ປີ 2020 ເພີ່ມຂຶ້ນ 8% ຈາກ 3.5 ລ້ານໂຕນ; ພືດສະບຽງອາຫານ ປະຕິບັດໄດ້ ສະເລ່ຍ 2.41 ລ້ານໂຕນຕໍ່ປີ ລື່ນແຜນການ 13% (ແຜນການ 2.12 ລ້ານໂຕນຕໍ່ປີ) ຊຶ່ງປະກອບມີ ສາລີຫວານ 165,389 ໂຕນ, ເຜືອກມັນ 242,864 ໂຕນ, ພືດຜັກ 1.45 ລ້ານໂຕນ ແລະ ໝາກໄມ້ 451,139 ໂຕນ.

ສໍາລັບການລ້ຽງສັດ ແລະ ສັດນໍ້າ ໃນທົ່ວປະເທດ ກໍມີການຂະຫຍາຍຕົວເຊັ່ນກັນ. ໃນນັ້ນ, ການ ຂະຫຍາຍຕົວຂອງຝູງສັດ ສະເລ່ຍບັນລຸ 4% ຕໍ່ປີ, ການປະມົງຂະຫຍາຍຕົວ 4.2% ຊຶ່ງສາມາດບັນລຸໄດ້ຕາມ ແຜນການທີ່ວາງໄວ້ (ແຜນການ: 3-4%). ສະເພາະໃນໄລຍະ 9 ເດືອນ ປີ 2025 ສາມາດສະ ໜອງຊີ້ນ, ໄຂ່, ປາ ໄດ້ 570,000 ໂຕນ ຫຼື ເທົ່າກັບ 98.8% ຂອງແຜນການ (ແຜນການ 577,000 ໂຕນ). ເມື່ອທຽບໃສ່ຄວາມຕ້ອງການບໍລິໂພກພາຍໃນແລ້ວ ເຫັນວ່າການຜະລິດ ແລະ ການສະໜອງຊີ້ນ, ໄຂ່, ປາ ໃຫ້ແກ່ພົນລະເມືອງລາວແມ່ນພຽງພໍ ແລະ ມີຄວາມໝັ້ນຄົງໂດຍພື້ນຖານ; ໄດ້ດັດສົມການຜະລິດແນວພັນພືດ ແລະ ສັດ ເພື່ອທົດແທນການນໍາເຂົ້າ ແລະ ໄດ້ກຳນົດລາຍການແນວພັນພືດທີ່ຫ້າມນໍາເຂົ້າ ແລະ ລາຍການສິນຄ້າກະສິກຳທີ່ມີຄວາມຈໍາເປັນຕ້ອງໄດ້ນໍາເຂົ້າຈໍານວນໜຶ່ງ ເພື່ອເປັນ ພື້ນຖານໃນການສົ່ງເສີມການຜະລິດ ແລະ ສະໜອງແນວພັນພືດ-ສັດພາຍໃນປະເທດ; ໄດ້ສົ່ງເສີມການຜະລິດອາຫານສັດຂອງໂຮງງານອາຫານສັດ 11 ແຫ່ງໃນຂອບເຂດທົ່ວປະເທດ ຊຶ່ງມີທ່າອ່ຽງການຜະລິດທີ່ເພີ່ມຂຶ້ນໃນແຕ່ລະປີ ຈາກລະດັບການຕອບສະໜອງຕະຫຼາດພາຍໃນ 68% ໃນປີ 2023 ມາເປັນປະມານ 77% ຂອງຄວາມຕ້ອງການພາຍໃນທັງໝົດ ໃນປີ 2025 (ມະຕິສະພາໃຫ້ໄດ້ 70%).

ຄຽງຄູ່ກັນນັ້ນ, ການຜະລິດຝຸ່ນກໍມີທ່າອ່ຽງຂະຫຍາຍຕົວຈາກລະດັບ 974,000 ໂຕນ ກວມເອົາ 48.7% ຂອງການສະໜອງຕະຫຼາດ ພາຍໃນໃນປີ 2021 ມາເປັນ ປະມານ 1 ລ້ານໂຕນໃນປີ 2025 ກວມເອົາປະມານ 50% (ມະຕິສະພາ: 50%); ການສົ່ງອອກສິນຄ້າກະສິກໍາ ໄດ້ຂະຫຍາຍຕົວໃນແຕ່ລະປີ ຊຶ່ງມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ບັນລຸໄດ້ທັງໝົດ ປະມານ 7,890 ລ້ານໂດລາ ຫຼື ສະເລ່ຍເທົ່າກັບ 1,578 ລ້ານໂດລາຕໍ່ປີ ລື່ນແຜນການ 31.49% (ຄາດໝາຍ 1.2 ຕື້ໂດລາຕໍ່ປີ). ໃນນັ້ນ, ການສົ່ງອອກພືດ ແລະ ຜະລິດຕະພັນພືດ ບັນລຸ 5,195 ລ້ານໂດລາ ຫຼື 1,039 ລ້ານໂດລາຕໍ່ປີ; ສັດ ແລະ ຜະລິດຕະພັນສັດ 477 ລ້ານໂດລາ ຫຼື 95.4 ລ້ານໂດລາຕໍ່ປີ; ການສົ່ງອອກໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ ບັນລຸໄດ້ 2,218 ລ້ານໂດລາ ຫຼື 443.6 ລ້ານ ໂດລາຕໍ່ປີ, ພືດສົ່ງອອກທີ່ພົ້ນເດັ່ນ ແມ່ນຢາງພາລາ, ມັນຕົ້ນ, ກ້ວຍ, ກາເຟ, ສາລີ ແລະ ອື່ນໆ.

ນອກຈາກນັ້ນ, ຂະແໜງການທີ່ກ່ຽວຂ້ອງ ໄດ້ເລັ່ງໃສ່ການຂຶ້ນທະບຽນອອກໃບຕາດິນ ໃຫ້ໄດ້ຕາມແຜນ. ນັບແຕ່ 2021 ຮອດເດືອນ 10 ປີ 2025 ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 740,198 ຕອນ ເທົ່າກັບ 46% ຂອງ ແຜນການ (ຄາດໝາຍຂອງແຜນການ: ຈໍານວນ 1,6 ລ້ານ ຕອນ). ສໍາລັບ 10 ເດືອນ ປີ 2025 ສາມາດສໍາເລັດການອອກໃບຕາດິນ ໄດ້ 139,057 ຕອນ ເທົ່າກັບ 46.35% ຂອງແຜນປີ. ພ້ອມດຽວກັນນັ້ນ, ໄດ້ສຸມຄວາມພະຍາຍາມໃນຫັນເປັນທັນສະໄໝໃນການຄຸ້ມຄອງທີ່ດິນ ໂດຍສະເພາະການສະແກນຂໍ້ມູນທີ່ດິນເຂົ້າໃນລະບົບດີຈິຕອນ ແລະ ທົດລອງເຊື່ອມລະບົບຖານຂໍ້ມູນທະບຽນທີ່ດິນ ກັບລະບົບຂໍ້ມູນການເກັບລາຍຮັບຂອງກະຊວງການເງິນ.

(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ