ຈາກນັ້ນ, ສນຊ ໄດ້ເປັນຄັນທຸງເຕົ້າໂຮມຄວາມສາມັກຄື ເຄື່ອນໄຫວປຸກລະດົມປະຊາຊົນລາວບັນດາເຜົ່າກໍ່ສ້າງກຳລັງຮາກຖານການເມືອງເຕົ້າໂຮມເອົາສອງແຂວງຄື: ແຂວງຫົວພັນ ແລະ ຜົ້ງສາລີ ແລະ ກອງປະຊຸມໃນວັນທີ 22 ມີນາ 1955 ໄດ້ວາງໂຄງການ ການເມືອງຄັ້ງທີ I ຈໍານວນ 12 ຂໍ້ເຊັ່ນດຽວກັນ. ໃນນັ້ນມີຂໍ້ 1 ຕ້ອງໄດ້ປົດປ່ອຍປະເທດຊາດຂອງພວກເຮົາ ແລະ ສິ່ງສໍາຄັນບໍ່ໃຫ້ຈຳແນກບັນດາເຜົ່າ ແລະ ບັນດາຊັ້ນຄົນຕ່າງໆ ແນວລາວສ້າງຊາດໄດ້ສືບຕໍ່ມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ, ແນວລາວຮັກຊາດຈົນມາເຖິງແນວລາວສ້າງຊາດໃນປັດຈຸບັນ. ໃນແຕ່ລະໄລຍະແມ່ນຖືເອົາການປຸກລະດົມປະຊາຊົນລາວບັນດາເຜົ່າໃຫ້ເຕົ້າໂຮມຄວາມສາມັກຄື ແລະ ມູນເຊື້ອຂອງແນວລາວສ້າງຊາດ ເຊິ່ງບໍ່ສາມາດຕັດແຍກອອກຈາກມູນເຊື້ອຂອງກອງທັບ, ຂອງພັກ, ຂອງປະເທດຊາດພວກເຮົາໄດ້. ຕະຫຼອດໄລຍະ 75 ປີທີ່ຜ່ານມາ, ຜູ້ທີ່ເປັນປະທານ ສນຊ ຈຳນວນ 9 ທ່ານ, ໃນນັ້ນທ່ານປະທານ ສຸພານຸວົງ ເປັນປະທານ ສນຊ ເຖິງ 4 ສະໄໝ ສະແດງໃຫ້ເຫັນວ່າ 9 ທ່ານລ້ວນແລ້ວແຕ່ມີຜົນງານໃນການເຕົ້າໂຮມຄວາມສາມັກຄີນັບແຕ່ຕົ້ນຕະຫຼອດປາຍຈົນມາເຖິງປັດຈຸບັນນີ້ ແລະ ໃນ 75 ປີແມ່ນການເສີມຂະຫຍາຍມູນ ເຊື້ອການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ແລະ ໃນພົນລະເມືອງລາວ 7 ລ້ານກວ່າຄົນນີ້ ແມ່ນຮັບຮອງເອົາ 50 ຊົນເຜົ່າ, ໃນນັ້ນພວກເຮົາໃດ້ເປັນຕົວແທນໃຫ້ແກ່ບັນດາຊັ້ນຄົນຕ່າງໆຢູ່ໃນ ສປປ ລາວ ຊຶ່ງຊັ້ນຄົນນັ້ນລວມມີທັງນັກສຶກສາ, ນັກຮຽນຮູ້, ປັນຍາຊົນ, ກຳມະກອນ, ຊາວນາ ລວມທັງພີ່ນ້ອງຊາວລາວທີ່ອາໃສຢູ່ຕ່າງປະເທດ.
ຕະຫຼອດໄລຍະ 50 ປີແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ພັກ-ລັດໄດ້ນໍາພາປະເທດຊາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ມີຄວມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງບໍ່ວ່າຈະເປັນດ້ານພື້ນຖານໂຄງລ່າງຖະໜົນຫົນທາງແຕ່ເໜືອຮອດໃຕ້, ມີລະບົບໄຟຟ້າ, ນໍ້າປະປາ ລວມທັງເຄືອຂ່າຍໂທລະຄົມມະນາຄົມໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ ແລະ ມີຄວາມສະດວກສະບາຍຂຶ້ນ, ປະຊາ ຊົນບັນດາເຜົ່າທຸກຊັ້ນຄົນໄດ້ເຂົ້າເຖິງການບໍລິການຂອງພາກລັດຢ່າງທົ່ວເຖິງ.
ເນື່ອງໃນໂອກາດວັນສຳຄັນຂອງຊາດ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນທົ່ວ ສນຊ ສະແດງຄວາມຮູ້ບຸນຄຸນມາຍັງການນໍາພັກ-ລັດທີ່ໄດ້ຊີ້ນໍາ-ນໍາພາ ສນຊ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ພ້ອມທັງອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດທຸກຂັ້ນ, ພະນັກງານປະຕິວັດອາວຸໂສບຳນານ, ນາຍ ແລະ ພົນທະຫານ ຕະຫຼອດເຖິງປະຊາຊົນບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະພາບແຂງແຮງ ພ້ອມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວດ້ວຍຄວາມເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ.
ຄໍາເຫັນ