5ແຂວງ ສໍາມະນາການເປັນຄູຝຶກການນໍາໃຊ້ລະບົບເຄືອຂ່າຍພາຍໃນຂອງສະພາແຫ່ງຊາດ

5ແຂວງ ສໍາມະນາການເປັນຄູຝຶກການນໍາໃຊ້ລະບົບເຄືອຂ່າຍພາຍໃນຂອງສະພາແຫ່ງຊາດ
ສພຊ ກອງປະຊຸມຝຶກອົບຮົມການເປັນຄູຝຶກການນໍາໃຊ້ລະບົບເຄືອຂ່າຍພາຍໃນຂອງສະພາແຫ່ງຊາດ ໃຫ້ແກ່ພະນັກງານສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ)5 ແຂວງຄື: ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງແລະ ອັດຕະປື ໄດ້ຈັດຂຶ້ນທີ່ເມືອງໂຂງ ແຂວງຈຳປາສັກ ໃນລະຫວ່າງວັນທີ 29-30 ເມສາ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ສິນທະລາ ຫຼ້າສຸກສະໄໝ ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ; ມີທ່ານ ຄຳແທ່ນ ວິລະກຸນ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ, ບັນດາທ່ານເລຂາທິການ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າສູນ, ຄະນະພະແນກ ແລະ ລັດຖະກອນວິຊາການພາຍໃນສະຖາບັນດັ່ງກ່າວ ພ້ອມດ້ວຍສຳມະນາກອນຈາກບັນດາກົມ-ສູນພາຍໃນ ສພຊ ແລະ ສພຂ 5 ແຂວງ ເຂົ້າຮ່ວມ.
ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດທະນາການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ໄລຍະ 5 ປີ (2021-2025) ໃຫ້ເປັນຮູບປະທໍາໃນວຽກງານຕົວຈິງ; ເພື່ອປັບປຸງການສະໜອງຂໍ້ມູນ-ຂ່າວສານຜ່ານລະບົບເຄືອຂ່າຍພາຍໃນ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ຕົກລົງບັນຫາຕ່າງໆຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ; ເພື່ອຝຶກອົບຮົມວິທີນໍາໃຊ້ລະບົບເຄືອຂ່າຍພາຍໃນໃຫ້ແກ່ພະນັກງານສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ກາຍເປັນຄູຝຶກທີ່ສາມາດເຜີຍແຜ່, ແນະນໍາວິທີນໍາໃຊ້ລະບົບເຄືອຂ່າຍພາຍໃນ ໃຫ້ແກ່ເປົ້າໝາຍຕ່າງໆຂອງການຈັດຕັ້ງ, ທ້ອງຖິ່ນຮາກຂອງຕົນ ທັງປະກອບສ່ວນປັບປຸງເນື້ອໃນ ແລະ ບໍາລຸງຮັກສາລະບົບເຄືອຂ່າຍພາຍໃນໄດ້ເປັນຢ່າງດີ.
             ກອງປະຊຸມໄດ້ຮັບຟັງການສະເໜີວິທີການສະໝັກການນໍາໃຊ້ລະບົບເຄືອຂ່າຍພາຍໃນສະພາແຫ່ງຊາດ, ການເຂົ້າເຖິງ ແລະ ຊອກຫາເອກະສານ ແລະ ນິຕິກຳຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາອົງການລັດ ໃນລະບົບເຄືອຂ່າຍພາຍໃນ ແລະ ການຄຸ້ມຄອງ, ປັບປຸງ ແລະ ບົວລະບັດຮັກສາລະບົບ; ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຖາມ-ຕອບຢ່າງກົງໄປກົງມາ ທັງໄດ້ລົງທະບຽນສະໝັກເຂົ້ານຳໃຊ້ເຄືອຂ່າຍດັ່ງກ່າວ ແລະ ທົດລອງນຳໃຊ້ຕົວຈິງໃນການເຂົ້າລະບົບ ແລະ ຊອກຄົ້ນບັນດາເອກະສານທີ່ຕ້ອງການ, ວິທີບຳລຸງຮັກສາລະບົບດັ່ງກ່າວ ໃຫ້ມີຄວາມປອດໄພ ເພື່ອເຮັດໃຫ້ສາມາດເຂົ້າໃຈຢ່າງຈະແຈ້ງ ແລະ ສາມາດນຳໃຊ້ໄດ້ຢ່າງຄ່ອງຕົວ ເພື່ອຈະສືບຕໍ່ນຳເອົາບົດ ຮຽນໃນຄັ້ງນີ້ ໄປຝຶກຕໍ່ໃຫ້ແກ່ພະນັກງານ-ລັດຖະກອນໃນຂົງເຂດຂອງຕົນ ສາມາດຮັບປະກັນໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນໃຫ້ມີຄວາມວ່ອງໄວ ແລະໄດ້ຮັບຂໍ້ມູນຖືກຕ້ອງໃຫ້ແກ່ ສສຊ ແລະ ສສຂ.
(ຂ່າວ-ພາບ:ນາງ ກຸກກິກ ບຸດດາໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ