6 ເດືອນ ຕົ້ນປີ ອັດຕະປື ສົ່ງເສີມວຽກອຸດສະຫະກໍາ-ການຄ້າໄດ້ດີຂື້ນ

6 ເດືອນ ຕົ້ນປີ ອັດຕະປື ສົ່ງເສີມວຽກອຸດສະຫະກໍາ-ການຄ້າໄດ້ດີຂື້ນ
ໂດຍ: ຕະວິນຍານ
ເຖິງວ່າສະພາບເສດຖະກິດຈະມີຄວາມຫຍຸ້ງຍາກປານໃດກໍຕາມ ໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້ ແຂວງອັດຕະປືຍັງໄດ້ເອົາໃຈໃສ່ສົ່ງເສີມວຽກງານອຸດສາຫະກໍາ-ການຄ້າໄດ້ດີຂຶ້ນພໍສົມຄວນ ສະແດງອອກໃນການສົ່ງອອກສິນຄ້າກະສິກໍາ ໄປຕ່າງແຂວງ ແລະ ຕ່າງປະເທດ ໃນໄລຍະ 6 ເດືອນ ແຂວງສາມາດສົ່ງສິນຄ້າອອກມີມູນຄ່າທັງໝົດ 37,73 ລ້ານໂດລາ ເທົ່າກັບ 51% ຂອງແຜນການ (ແຜນການ 36,42 ລ້ານໂດລາ),ໃນນັ້ນ: ສົ່ງໝາກກ້ວຍໄປຈີນ 2.943 ໂຕນ ມູນຄ່າ 1,66 ລ້ານໂດລາ; ສົ່ງແປ້ງໝາກກ້ວຍໄປຫວຽດນາມ 120 ໂຕນ ມູນຄ່າ 56 ພັນໂດລາ; ສົ່ງນໍ້າຕານຊາຍ ໄປອີຢູ 912 ໂຕນ ມູນຄ່າ 7 ແສນກວ່າໂດລາ; ສົ່ງນໍ້າຕານຊາຍ ໄປຫວຽດນາມ 803 ໂຕນ ມູນຄ່າ 4 ແສນກວ່າໂດລາ; ກາກນໍ້າຕານ 1.429 ໂຕນ ມູນຄ່າ 1 ແສນກວ່າໂດລາ ແລະ ຂີ້ຢາງພາລາ 74 ໂຕນ ມູນຄ່າ 3 ພັນກວ່າໂດລາ.ສົ່ງຄວາຍອອກຂາຍຕ່າງແຂວງ 263 ໂຕ, ງົວ 86 ໂຕ, ປາ ແລະ ຜະລິດຕະພັນປາ 32,5 ໂຕນ; ການນໍາເຂົ້າສັດ ຈາກຕ່າງແຂວງ ແລະ ຕ່າງປະເທດ ມີທັງໝົດ 72.240 ໂຕ, ໃນນີ້: ນໍາເຂົ້າຈາກຕ່າງແຂວງ 44.700 ໂຕ (ງົວ 200 ໂຕ, ໝູ 1.090 ໂຕ, ເປັດ 10.220 ໂຕ ແລະ ໄກ່ 33.390 ໂຕ) ແລະ ນໍາເຂົ້າຈາກຕ່າງປະເທດ 27.540 ໂຕ (ເປັດ 13.500 ໂຕ, ໄກ່ 14.040 ໂຕ); ການນໍາເຂົ້າຜະລິດຕະພັນສັດ ມີທັງໝົດ 567.590 ກິໂລ (ຜະລິດຕະພັນງົວ-ຄວາຍ,ຜະລິດຕະພັນໝູ, ຜະລິດຕະພັນສັດປີກ,ປາລ້ຽງ, ປາທະເລ, ກຸ້ງ) ແລະ ໄຂ່ 1.869.650 ໜ່ວຍ. ການນຳເຂົ້າຜະລິດຕະພັນສິນຄ້າກ່ຽວກັບສັດ ມີທັງໝົດ 1.366 ໂຕນ (ອາຫານໝູ 325 ໂຕນ, ອາຫານສັດປີກ 322 ໂຕນ ແລະ ອາຫານປາ 719 ໂຕນ).ລວມມູນຄ່າຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ 212,62 ຕື້ກີບ ເທົ່າກັບ 43% ຂອງແຜນການ (ມະຕິສະພາ 489 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 51,45 ຕື້ກີບ ເທົ່າກັບ19%, ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ຊຸກຍູ,ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ-ຫັດຖະກຳ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ  ແລະ ໃຫ້ມີຄວາມຍືນຍົງ ດ້ວຍການເອື້ອອຳນວຍຄວາມສະດວກ, ການນຳໃຊ້ນະວັດຕະກຳໃໝ່ໆ ແລະ ເຕັກໂນໂລຊີເຂົ້າໃນການຜະລິດ ເພື່ອເພີ່ມຜະລິດຕະພັນໃຫ້ຫຼາກຫຼາຍ, ການສ້າງມູນຄ່າເພີ່ມ ແລະ ດຳເນີນການຜະລິດຕາມທິດສີຂຽວ-ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ; ຜົນຜະລິດທີ່ພົ້ນເດັ່ນ ແລະ ສ້າງມູນຄ່າເພີ່ມ ລວມມີຜະລິດຕະພັນໄມ້,ຜະລິດຕະພັນນໍ້າຕານ ແລະ ຜະລິດຕະພັນຢາງພາລາ ແລະ ອື່ນໆ,ປັດໄຈທີ່ພາໃຫ້ຂະແໜງອຸດສາຫະກຳປຸງແຕ່ງ ມີການຂະຫຍາຍຕົວ ຍ້ອນແຂວງເຮົາມີທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ເຊັ່ນ: ແຫຼ່ງນ້ຳ,ບໍ່ແຮ່,ພື້ນທີ່ປູກພືດກະສິກຳ ທີ່ເປັນເງື່ອນໄຂໃຫ້ຂະແໜງອຸດສາຫະກຳມີການຂະຫຍາຍຕົວ. ປັດຈຸບັນ,ທົ່ວແຂວງ ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ທັງໝົດ 314 ຫົວໜ່ວຍ,ມູນຄ່າການລົງທຶນ 2.203 ຕື້ກີບໃນນີ້:ໂຮງງານອຸດສາຫະກຳປຸງແຕ່ງ 255 ຫົວໜ່ວຍ (ໂຮງງານຂະໜາດໃຫຍ່ ມີ 17 ຫົວໜ່ວຍ, ຂະໜາດກາງ 25 ຫົວໜ່ວຍ, ຂະໜາດນ້ອຍ 99 ຫົວໜ່ວຍ ແລະ ແບບຄອບຄົວ 114 ຫົວໜ່ວຍ) ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 8 ຫົວໜ່ວຍ, ມູນຄ່າການລົງທຶນ 2.182 ຕື້ກີບ; ຫົວ
ໜ່ວຍຫັດຖະກຳ ມີ 59 ຫົວໜ່ວຍ ທຽບໃສ່ປີຜ່ານມາ ຫຼຸດລົງ 41 ຫົວໜ່ວຍ,ມູນຄ່າການລົງທຶນ 21,38 ຕື້ກີບ,ສາມາດສ້າງວຽກເຮັດງານທຳໃຫ້ກຳລັງແຮງງານພາຍໃນໄດ້ຫຼາຍກວ່າ 3.000 ຄົນ.
ສໍາລັບການຄ້າຕ່າງປະເທດມູນຄ່າການນໍາເຂົ້າ-ສົ່ງອອກ ປະຕິບັດໄດ້ທັງໝົດ71,52 ລ້ານໂດລາ ເທົ່າກັບ45% ຂອງແຜນການ (ມະຕິສະພາ 160,21 ລ້ານໂດລາ)ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 2,42 ລ້ານໂດລາ ເທົ່າກັບ 3,6%,ໃນນີ້ມູນຄ່າການນໍາເຂົ້າ (ຕາມການຮັບຮອງແຜນນຳເຂົ້າ)ປະຕິບັດໄດ້ 14,52 ລ້ານໂດລາ(ໂຕເລກຈາກດ່ານສາກົນພູເກືອ, ແຕ່ຕົວຈິງຍັງມີການນຳເຂົ້າຈາກບັນດາແຂວງໃກ້ຄຽງຈຳນວນຫຼາຍ)ລື່ນແຜນ 4 ເທົ່າຕົວ (ມະຕິສະພາ 3,21 ລ້ານໂດລາ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 13,63 ລ້ານໂດລາ, ປະເພດສິນຄ້ານໍາເຂົ້າ ລວມມີພາຫະນະຮັບໃຊ້ການຜະລິດ, ເຄື່ອງກົນຈັກ, ວັດຖຸ-ອຸປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ.ມູນຄ່າການສົ່ງອອກ ປະຕິບັດໄດ້ 57 ລ້ານໂດລາ ເທົ່າກັບ 36% ຂອງແຜນການ (ມະຕິສະພາ 157 ລ້ານໂດລາ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 11,12 ລ້ານໂດລາ ເທົ່າກັບ 16%; ປະເພດສິນຄ້າສົ່ງອອກ ລວມມີຜະລິດຕະພັນໄມ້,ກະແສໄຟຟ້າ, ນໍ້າຕານຊາຍ, ກາກນໍ້າຕານ, ຢາງພາລາແຫ້ງ, ຫີນອ່ອນປາໂກໄດ, ຜະລິດຕະພັນຖ່ານ, ມັນຕົ້ນແຫ້ງ, ສິນຄ້າກະສິກໍາ (ໝາກກ້ວຍ, ສົ້ມໂອ, ໝາກມັງກອນ) ແລະ ເຄື່ອງປ່າຂອງດົງ.ເກີນດຸນ 42,48 ລ້ານໂດລາ ກວມເອົາ 18% ຂອງ GDP.ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ປະຕິບັດໄດ້ 4.668,59 ຕື້ກີບ ເທົ່າກັບ 82% ຂອງແຜນການ (ມະຕິສະພາ 5.682 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 3.165 ຕື້ກີບ ເທົ່າກັບ 211%, ໝວດສິນຄ້າທີ່ຊົມໃຊ້ຫຼາຍກວ່າໝູ່ ໄດ້ແກ່: ໝວດນໍ້າມັນເຊື້ອໄຟ ແລະ ອາຍແກັສ 1.920 ຕື້ກີບ,ຮອງລົງມາແມ່ນໝວດສະບຽງອາຫານ ປະຕິບັດໄດ້ 225 ຕື້ກີບ ແລະ ໝວດເຄື່ອງດື່ມ 66 ຕື້ກີບ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ