6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ

6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ

6 ເດືອນຕົ້ນປີ 2025 ນວ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ
ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ນວ) ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບສະພາບການເກີດອັກຄີໄພ ແລະ ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ ວ່າ: ປັດຈຸບັນ ກອງບັນຊາການປ້ອງກັນຄວາມສະຫງົບ ນວ ມີລົດມອດໄຟທັງໝົດ 31 ຄັນ,

ໃນນີ້ ໃຊ້ງານໄດ້ປົກກະຕິຈຳນວນ 11 ຄັນ, ສ່ວນທີ່ຍັງເຫຼືອ ຈຳນວນ 20 ຄັນ ແມ່ນເປ່ເພ ແລະ ລົດດັ່ງກ່າວໄດ້ແຈກຢາຍໃຫ້ບັນດາພາກສ່ວນ ເພື່ອການປົກປັກຮັກສາ ແລະ ນຳໃຊ້; ຢູ່ກອງຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງ 7 ເມືອງ (ສ່ວນ 2 ເມືອງ ຄື: ເມືອງຈັນທະບູລີ ແລະ ສີສັດຕະນາກ ແມ່ນຍັງບໍ່ທັນມີ) ມີຈຳນວນ 17 ຄັນ; ສາເຫດທີ່ລົດມອດໄຟໃຊ້ງານບໍ່ໄດ້ ຫຼື ເປ່ເພຍ້ອນ: ເຄື່ອງຈັກເພ (2 ຄັນ), ແຜ່ນຄາດໝົດ, ຕີນລົດແຕກ, ຢ່າງລົດເກົ່າຊຸດໂຊມ ແລະ ເປ່ເພສະພາບເຕັກນິກອື່ນໆ (ໃນນີ້ມີລົດຂັ້ນໄດກູ້ຊີບ 1 ຄັນ).

ການປະຕິບັດວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພໃນໄລຍະຜ່ານມາ: ໄດ້ລົງກວດກາຄວາມປອດໄພຢູ່ຫົວໜ່ວຍທຸລະກິດ ແລະ ສະຖານທີ່ປຸກສ້າງ 7 ຄັ້ງ; ເຖິງວ່າເຈົ້າໜ້າທີ່ພວກເຮົາໄດ້ເອົາໃຈໃສ່ໃນການໂຄສະນາ ແລະ ວຽກງານກວດກາຄວາມປອດໄພກໍຕາມ, ແຕ່ບັນຫາອັກຄີໄພກໍຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະລະດູແລ້ງຂອງທຸກໆປີ ໃນລະຫວ່າງເດືອນມັງກອນ-ເດືອນເມສາ ເປັນໄລຍະທີ່ອາກາດແຫ້ງແລ້ງ, ຮ້ອນອົບເອົ້າ ມີຄວາມສ່ຽງສູງທີ່ພາໃຫ້ເກີດໄຟໄໝ້, ໄລຍະ6 ເດືອນຕົ້ນປີ 2025 ມີສະພາບອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ (ທຽບໃສ່ 6 ເດືອນທ້າຍປີ 2024 ຫຼຸດລົງ 8 ຄັ້ງ) ໃນນີ້ມີໄຟໄໝ້ລະດັບປານກາງ 1 ລາຍ, ໄຟໄໝ້ນ້ອຍ 24 ລາຍ, ໄໝ້ເຮືອນປະຊາຊົນ 18 ຫຼັງ, ໂຮງງານນ້ຳດື່ມ 1 ຫ້ອງ, ສາລາ 1 ຫ້ອງ, ຮ້ານເຟີນີເຈີ 1 ຮ້ານ, ຮ້ານຂາຍເສື້ອຜ້າ 1 ຮ້ານ, ຮ້ານຂາຍເຄື່ອງກໍ່ສ້າງ 1 ຮ້ານ, ປ່າຫຍ້າ 2 ຕອນ, ມູນຄ່າຜົນເສຍຫາຍທັງໝົດ 5,051,000,000 ກີບ, 2,107,000,000 ບາດ, 36,000 ໂດລາ.

ສາເຫດເກີດໄຟໄໝ້ສ່ວນຫຼາຍ ຍ້ອນຜູ້ເສຍຫາຍບໍ່ມີຄວາມລະມັດລະວັງ, ນຳໃຊ້ເຄື່ອງໃຊ້ໄຟຟ້າບໍ່ມີຄຸນນະພາບສູງ, ລະບົບສາຍໄຟຟ້າອາຄານເກົ່າຊຸດໂຊມ ແລະ ມີຫຼາຍອາຄານບໍ່ມີການຕິດຕັ້ງລະບົບສະກັດກັ້ນອັກຄີໄພ ຈຶ່ງເກີດມີເຫດການໄຟໄໝ້ຢ່າງຕໍ່ເນື່ອງ ໃນນັ້ນເກີດຈາກໄຟຟ້າລັດວົງຈອນ 9 ຄັ້ງ, ຄົນຈູດປ່າຫຍ້າ 1 ລາຍ (ຄົນເລ່ລ່ອນຈູດ) ແລະ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ 15 ລາຍ. ຄຽງຄູ່ກັນນັ້ນ ກໍມີຂໍ້ຫຍຸ້ງຍາກຕໍ່ກັບເຈົ້າໜ້າທີ່ໃນການມອດໄຟ; ລົດມອດໄຟໃນປັດຈຸບັນແມ່ນເກົ່າແກ່ຊຸດໂຊມຫຼາຍຄັນ, ເວລາອອກປະຕິບັດໜ້າທີ່ກໍມີຄວາມສ່ຽງ; ງົບປະມານຮັບໃຊ້ຝຶກອົບຮົມ ແລະ ງົບປະມານບຳລຸງ-ສ້ອມແປງ ຫຼື ຈັດຊື້ພາຫະນະໃໝ່, ຊຸດເຄື່ອງນຸ່ງຫົ່ມ, ອຸປະກອນຮັບໃຊ້ມອດໄຟ-ກູ້ຊີບມີຈຳກັດ ເປັນຕົ້ນໂສ້ງ, ເສື້ອ, ເກີບ, ໝວກ ຫຼື ຊຸດກັນຄວາມຮ້ອນ, ສາຍສີດ ແລະ ໂຟມມອດໄຟ ບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຕົວຈິງ; ພະນັກງານບໍ່ພຽງພໍ, ໝໍ້ນັບ, ສາຍສົ່ງໄຟຟ້າເກົ່າແກ່ ຫຼື ຄຸນນະພາບໃນການໃຊ້ງານບໍ່ສູງ ຈຶ່ງມີຄວາມສ່ຽງພາໃຫ້ເກີດອັກຄີໄພ; ລະບົບສາຍໄຟຟ້າຂອງບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ, ສຳນັກງານ-ອົງການ ລວມທັງສາຍໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າຢູ່ຄົວເຮືອນເກົ່າຊຸດໂຊມ ການປັບປຸງ, ປ່ຽນຖ່າຍຕ້ອງໄດ້ໃຊ້ງົບປະມານຫຼາຍແດ່; ມີບາງຄົນ ກໍຄືພໍ່ແມ່ປະຊາຊົນຈຳນວນໜຶ່ງຍັງມີການຈູດໄຮ່ນາ-ຮົ້ວສວນ, ຈູດຂີ້ເຫຍື້ອແບບຊະຊາຍ, ດັງໄຟຢູ່ປ່າ-ຢູ່ສວນແຕ່ບໍ່ດັບມອດໄຟໃຫ້ລະອຽດ ລວມທັງການສູບຢາແລ້ວຖິ້ມ (ສົ້ນ) ກິດກອກຢາທີ່ຍັງມີໄຟລົງໃນປ່າຫຍ້າຂ້າງທາງ ໂດຍສະເພາະລະດູແລ້ງ, ການຄຸ້ມຄອງ, ກວດກາຂອງພາກສ່ວນກ່ຽວຂ້ອງກໍຍາກ. ບາງມາດຕະການສະກັດກັ້ນຮັບຮອງ.

ເພື່ອແກ້ໄຂໃນສະເພາະໜ້າ ສືບຕໍ່ເພີ່ມທະວີເຮັດວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ ນວ ຈະໄດ້ເອົາໃຈໃສ່ຮັບປະກັນແຜນສະກັດກັ້ນອັກຄີໄພ, ການກວດຜ່ານການອອກແບບກ່ຽວກັບຄວາມປອດໄພດ້ານອັກຄີໄພ ແລະ ເຮັດວຽກງານສະກັດກັ້ນອັກຄີໄພ ຈຳນວນ 15 ເປົ້າໝາຍ ແລະ ຈະໄດ້ສຸມໃສ່ນຳພາກຳລັງວິຊາສະເພາະ ໃນການຈັດຕັ້ງປະຕິບັດບາງໜ້າວຽກທີ່ສຳຄັນ; ສືບຕໍ່ປະສານສົມທົບກັບກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອເປິດຝືກອົບຮົມວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານວິຊາສະເພາະໃຫ້ທົ່ວເຖິງພ້ອມທັງເພີ່ມທະວີວຽກງານການປະຈຳການ ຕະຫຼອດ 24 ຊົ່ວໂມງ ແລະ ວຽກງານອື່ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ