6 ເດືອນຕົ້ນປີ ອັດຕະປືສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ

6 ເດືອນຕົ້ນປີ ອັດຕະປືສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ
ໂດຍ: ຕະວິນຍານ
    
ແຂວງອັດຕະປືຊຸກຍູ້ສົ່ງເສີມຊາວກະສິກອນ ແລະ ຜູ້ປະກອບການພາກເອກະຊົນ ສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດກະສິກຳເປັນສິນຄ້າ ມີການຂະຫຍາຍຕົວດີພໍສົມຄວນ.ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ແຂວງ ຜະລິດສະບຽງອາຫານເປັນຕົ້ນຜະລິດ ເຂົ້ານາແຊງ ປະຕິບັດໄດ້ 661 ເຮັກຕາມີີ 814 ຄອບຄົວ, ຜົນຜະລິດ 1.728 ໂຕນ ເທົ່າກັບ 40% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຜົນຜະລິດເຂົ້າຫຼຸດລົງ 1.672 ໂຕນ ເທົ່າກັບ 49%, ສາເຫດທີ່ບໍ່ສາມາດບັນລຸຕາມແຜນການຍ້ອນທຶນການຜະລິດສູງຖ້າທຽບໃສ່ປີຜ່ານມາ ເປັນຕົ້ນ: ຄ່າກະແສໄຟຟ້າ,ປະຊາຊົນຈໍານວນໜຶ່ງ ຫັນໄປປູກມັນຕົ້ນ,ປູກອ້ອຍ ລວມທັງໄປອອກແຮງງານຢູ່ຕາມຫົວໜ່ວຍການຜະລິດອື່ນໆ, ນອກຈາກນັ້ນ ຍັງເກີດສັດຕູພືດລະບາດ ແລະ ບາງເຂດປະຕິບັດບໍ່ຖືກຕາມເຕັກນິກ.ແຜນການປູກເຂົ້ານາປີ ເນື້ອທີ່ 25.300 ເຮັກຕາ,ຄາດຄະເນຜົນຜະລິດ 85.329 ໂຕນ.ແຜນການປູກເຂົ້າໄຮ່ ເນື້ອທີ່ 1.660 ເຮັກຕາ,ຄາດຄະເນຜົນຜະລິດ 3.652 ໂຕນ.
ການປູກພືດລະດູແລ້ງໃນເຂດ ແລະ ນອກເຂດຊົນລະປະທານ ເຊັ່ນ: (ພືດກິນໝາກ, ກິນຫົົົວ, ກິນໃບ, ເຜືອກ-ມັນ ແລະ ສາລີຫວານ) ປະຕິບັດໄດ້ 358 ເຮັກຕາ ເທົ່າກັບ 24% ຂອງແຜນການ (ມະຕິສະພາ 1.513 ເຮັກຕາ), ຜົນຜະລິດໄດ້ 1.915 ໂຕນ ເທົ່າກັບ 18% ຂອງແຜນການ (ມະຕິສະພາ 10.861 ໂຕນ);ແຜນການປູກພືດລະດູຝົນ 717 ເຮັກຕາ ຄາດຄະເນຜົນຜະລິດ 7.844 ໂຕນ. ການສະໜອງຊີ້ນ, ປາ ແລະ ໄຂ່: ປະຕິບັດໄດ້ 5.701.147 ກິໂລ ເທົ່າກັບ 55% ຂອງແຜນການ (ມະຕິສະພາ 10.426.000 ກິໂລ), ໃນນັ້ນ: ຊີ້ນຄວາຍ 194.570 ກິໂລ, ຊີ້ນງົວ 287.661 ກິໂລ,ຊີ້ນໝູ 1.098.048 ກິໂລ,ຊີ້ນແບ້ 69.574 ກິໂລ,ສັດປີກ 598.057 ກິໂລ,ປາ 2.773.258 ກິໂລ,ໄຂ່ 433.276 ກິໂລ ແລະ ອື່ນໆ 255.703 ກິໂລ, ສະເລ່ຍອັດຕາການບໍລິໂພກ 33 ກິໂລ/ຄົນ/6 ເດືອນ (ມະຕິສະພາສະເລ່ຍການບໍລິໂພກ 65 ກິໂລ/ຄົນ/ປີ) ແຂວງໄດ້ເອົາໃຈໃສ່ຊຸກຍູ້-ສົ່ງເສີມ ການຜະລິດເປັນສິນຄ້າຕາມທ່າແຮງ ແລະ ຄວາມຕ້ອງການຂອງຕະຫລາດ ມີຄື: ການເກັບກູ້ຜົນຜະລິດມັນຕົ້ນ (ປູກປີ 2022) ເນື້ອທີ່ປູກ 16.463 ເຮັກຕາ, ເນື້ອທີ່ເສຍຫາຍ 586 ເຮັກຕາ, ເນື້ອທີ່ເກັບກູ້ຕົວຈິງ 15.877 ເຮັກຕາ ຜົນຜະລິດ 599.149 ໂຕນ, ໃນນັ້ນ: ຜົນຜະລິດມັນດິບ 422.511 ໂຕນ, ມູນຄ່າ 464 ຕື້ກີບ, ຜົນຜະລິດມັນແຫ້ງ 177.004 ໂຕນ, ມູນຄ່າ 495 ຕື້ກີບ; ແຜນການຜະລິດເປັນສິນຄ້າ (ວຽກປູກຝັງ) ໃຫ້ໄດ້ 54.178 ເຮັກຕາ, ຄາດຄະເນຜົນຜະລິດ 1.279.854 ໂຕນ,ໃນນີ້ສົ່ງເສີມປູກແບບທົ່ວໄປໃຫ້ໄດ້ 1.090 ເຮັກຕາ, ຄາດຄະເນຜົນຜະລິດ 1.641 ໂຕນ ລວມມີ: (ໝາກໂມ, ຢາສູບໝາກແໜ່ງ, ໝາກນັດ, ພືດຕະກຸນຖົ່ວ, ໝາກກ້ວຍ, ໝາກຂາມ ແລະ ພືດອື່ນໆ).ສົ່ງເສີມແບບມີຈຸດສຸມໃຫ້ໄດ້ 17.752 ເຮັກຕາ, ຜົນຜະລິດ 472.422 ໂຕນ (ສາລີແຂງ,ກາເຟ ແລະ ມັນຕົ້ນ) ແລະສົ່ງເສີມບໍລິສັດ ໃຫ້ໄດ້ 39.285,91ຮຕ, ຜົນຜະລິດ 916.505,75ໂຕນ ມີຄື: (ອ້ອຍ, ກ້ວຍ, ໝາກມັງກອນ, ໝາກພ້າວ, ຖົ່ວລຽນ, ສົ້ມໂອ, ໝາກມ່ວງ, ລຳໄຍ, ໝາກມີ້, ໝາກນັດ, ພິກໄທ,ຢາງພາລາ ແລະ ເຂົ້າ.ການເກັບຊື້ເຂົ້າ ຂອງບໍລິສັດ IDP ມີຄື: ເມືອງສະໜາມໄຊ ເກັບຊື້ເຂົ້າໜຽວ ໄດ້ 107 ໂຕນ ເທົ່າກັບ 54% ຂອງແຜນການ (ແຜນການ 200 ໂຕນ) ລາຄາ 5,7 ລ້ານກີບ/ໂຕນ ລວມເປັນເງິນ 609 ລ້ານກີບ; ເກັບຊື້ເຂົ້າຈ້າວມະລິ ໄດ້ 153 ໂຕນ ເທົ່າກັບ 51% ຂອງແຜນການ (ແຜນການ 300 ໂຕນ) ລາຄາ 6 ລ້ານກີບ/ໂຕນ ລວມເປັນເງິນ 918 ລ້ານກີບ. ສ່ວນຢູ່ເມືອງພູວົງ ສາມາດເກັບຊື້ເຂົ້າຈ້າວລະຄອນ ໄດ້ 21 ໂຕນ ລາຄາ 3,69 ລ້ານກີບ/ໂຕນ ລວມເປັນເງິນ 84 ລ້ານກີບ.
ສໍາລັບການລ້ຽງສັດ ມີການຂະຫຍາຍຝູງສັດ ສະເລ່ຍເພີ່ມຂຶ້ນຢູ່ໃນລະດັບ 1,57% ຕໍ່ປີ, ປັດຈຸບັນ,ທົ່ວແຂວງ ມີຝູງສັດລ້ຽງທັງໝົດ 558.513 ໂຕ, ໃນນັ້ນ: ຄວາຍ 35.258 ໂຕ ເພີ່ມຂຶ້ນ 0,03%, ງົວ 49.302 ໂຕ ເພີ່ມຂຶ້ນ 0,06%, ໝູ 23.829 ໂຕ ເພີ່ມຂຶ້ນ 8,5%, ແບ້ 15.272 ໂຕ ເພີ່ມຂຶ້ນ 21%, ສັດປີກ 434.812 ໂຕ ເພີ່ມຂຶ້ນ 0,95%.ໃນໄລຍະຜ່ານມາ,ໄດ້ເອົາໃຈໃສ່ໃນການສົ່ງເສີມການລ້ຽງສັດ ຢ່າງປັນລະບົບ ໂດຍສະເພາະແມ່ນການສັກຢາປ້ອງກັນພະຍາດ, ການປ້ອງກັນ ແລະ ເຝົ້າລະວັງການລະບາດຂອງພະຍາດສັດ ພ້ອມທັງສົ່ງເສີມການປູກຫຍ້າ ຊຶ່ງທົ່ວແຂວງ ມີຟາມສັດທັງໝົດ 13 ຟາມ,ມີສັດລ້ຽງໃນຟາມທັງໝົດ 47.337 ໂຕ ແລະ ຟາມລ້ຽງປາ 1 ຟາມ ມີ37.333 ໂຕ.                                                                                                             
    

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ