ນັບມາຮອດວັນທີ 17 ກໍລະກົດຜ່ານມານີ້, ຈີນໄດ້ຍົກເວັ້ນວີຊາຊຶ່ງກັນ ແລະ ກັນຢ່າງຮອບດ້ານກັບ 29 ປະເທດໃນໂລກ ແລະ ຍົກເວັ້ນວີຊາແຕ່ຝ່າຍດຽວຕໍ່ 46 ປະເທດ. ເພື່ອຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວຂອງນັກທ່ອງທ່ຽວຕ່າງປະເທດໃຫ້ດີກວ່າເກົ່າ, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນໄດ້ປັບປຸງນະໂຍບາຍຍົກເວັ້ນວີຊາໃນເວລາຜ່ານແດນ ແລະ ນະໂຍບາຍຍົກເວັ້ນວີຊາຕໍ່ປະເທດ ຫຼື ພາກພື້ນສະເພາະໃຫ້ສົມບູນຂຶ້ນຢ່າງຮອບ ດ້ານ, ນະໂຍບາຍຍົກເວັ້ນວີຊາຂອງຈີນໄດ້ມີບົດບາດຊ້ອນກັນກັບຈຸດສຸມໃນຂົງເຂດວັດທະນະທຳ, ກິລາ, ເສດຖະກິດແລະ ຂົງເຂດອື່ນໆ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ