ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່

6 ເດືອນຕົ້ນປີ ໂຄສະນາອົບຮົມແຂວງໄຊຍະບູລີມີຜົນງານເດັ່ນຫຼາຍດ້ານ

6 ເດືອນຕົ້ນປີ ໂຄສະນາອົບຮົມແຂວງໄຊຍະບູລີມີຜົນງານເດັ່ນຫຼາຍດ້ານ
ໂດຍ:ສຳນານ ໂດຍປະຕິບັດຕາມຄາດໝາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ເນື້ອໃນມະຕິກອງປະຊຸມ ວຽກງານແນວຄິດທົ່ວປະເທດ ຄັ້ງທີ V,ຄະນະໂຄສະນາອົບຮົມແຕ່ລະຂັ້ນໃນທົ່ວແຂວງໄຊຍະບູລີໄດ້ເອົາໃຈໃສ່ ເຄື່ອນໄຫວ ນຳພາ-ຊີ້ນຳ ຍາດໄດ້ຜົນງານເດັ່ນຫຼາຍດ້ານ.

 

 

ໃນບົດສະຫຼຸບ6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024ໄດ້ຊີ້ໃຫ້ເຫັນວ່າ:ຜ່ານມາໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການເຄື່ອນໄຫວວຽກງານ ໂຄສະນາ-ປາຖະກະຖາ, ຊຸກຍູ້ບັນດາເມືອງ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ - ສາກົນ, ຈັດຕັ້ງການສໍາມະນາຄົ້ນຄວ້າສະພາບການ, ເຫດການຕ່າງໆ,ໃນ 6 ເດືອນຜ່ານມາ ໄດ້ທັງໝົດ7ຄັ້ງຊຶ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ4.168ຄົນຍິງ1.429ຄົນ,ໃນນັ້ນວຽກອົບຮົມໄດ້ເຜີຍແຜ່ເນື້ອໃນກອງປະຊຸມກາງສະໄໝ ຂອງກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ, ຄັ້ງທີ VII ຂອງແຂວງ ມີຜູ້ເຂົ້າຮ່ວມທັງໝົດ 17.039 ສະຫາຍຍິງ 6.928 ສະຫາຍ,ຈັດຕັ້ງເຜີິຍແຜ່ເຊື່ອມຊຶມເນື້ອໃນຖະແຫຼງການຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມສືບຕໍ່ສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ມີຜູ້ເຂົ້າຮ່ວມທັງໝົດ 7.580 ຄົນ ຍິງ 3.208 ຄົນ,ເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດການພົບປະການນຳຂັ້ນສູງ ສປປ ລາວ - ສສ ຫວຽດນາມ, ສປປ ລາວ - ຣັດເຊຍ ແລະ ສປປ ລາວ - ກໍາປູເຈຍ ຢູ່ຂັ້ນແຂວງ ແລະ ບັນດາເມືອງ ມີຜູ້ເຂົ້າຮ່ວມເຊື່ອມຊຶມທັງໝົດ 1.964 ສະຫາຍຍິງ 643 ສະຫາຍ; ເຜີຍແຜ່ເຊື່ອມຊຶມ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຢູ່ຂັ້ນແຂວງ, ມີຜູ້ເຂົ້າຮ່ວມເຊື່ອມຊຶມທັງໝົດ 544 ສະຫາຍ ຍິງ 123, ເຜີຍແຜ່ເອກະສານການເມືອງ - ແນວຄິດ ໃຫ້ປະຊາຊົນ ເພື່ອດໍາເນີນກອງປະຊຸມ 3 ຂັ້ນ ມີຜູ້ເຂົ້າຮ່ວມ 25.450 ຄົນ ຍິງ 11.125 ຄົນ; ເປີດຮຽນສະໜັບສະໜູນ ໄດ້ 2 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 24 ຄົນ ຍິງ 9 ຄົນ ແລະ ເຜີຍແຜ່ເອກະສານໃຫ້ມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າເປັນສະມາຊິກພັກທົ່ວແຂວງ ມີຜູ້ເຂົ້າຮ່ວມ 154 ສະຫາຍ ຍິງ 60 ສະຫາຍ.

ໃນຂະນະດຽວກັນ ຂະແໜງຂໍ້ມູນຂ່າວສານໄດ້ເກັບຂ່າວ, ຂຽນຂ່າວນຳພະແນກການ, ບັນດາເມືອງ ພ້ອມທັງລົງຂ່າວໄດ້ທັງໝົດ 54 ຂ່າວ,ໄດ້ຮັບປຶ້ມຈາກກົມວາລະສານ ພ້ອມແຈກຢາຍປຶ້ມວາລະສານ ອະລຸນໃໝ່ໃຫ້ພະແນກການ ທັງໝົດ 3 ສະບັບ, ຈຳນວນ 225 ຫົວ. ຊໍາລະເງິນວາລະສານ ປະຈໍາປີ 2023 ໃຫ້ກົມວາລະສານອະລຸນໃໝ່ ທັງໝົດ 1.798.000 ກີບ,ແຈກຢາຍວາລະສານໂຄສະນາ ໃຫ້ພະແນກການອ້ອມຂ້າງແຂວງ ແລະ ບັນດາເມືອງ ທັງໝົດ 4 ສະບັບ ຈໍານວນ 140 ຫົວ, ເຮັດໃບທວງໜີ້ຄ່າວາລະສານໄດ້ 2 ເມືອງຄື: ເມືອງເງິນ, ເມືອງຄອບ, ໄດ້ເກັບກຳສະພາບແນວຄິດ - ຫາງສຽງສັງຄົມ ນຳເພື່ອນຮ່ວມງານພະແນກການອ້ອມຂ້າງແຂວງ ແລະ ເມືອງ, ສະຫຼຸບລາຍງານໃຫ້ຂັ້ນເທິງຮັບຊາບ ເພື່ອມີທິດຊີ້ນຳເປັນປົກກະຕິ. ພ້ອມທັງຊຸກຍູ້ບັນດາເມືອງ ເປີດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຕິດຕາມ ເກັບກຳ ແນວຄິດ -ຫາງສຽງສັງຄົມ ປີ 2023 ໄດ້ 1 ເມືອງຄື: ເມືອງພຽງ ມີຜູ້ເຂົ້າຮ່ວມທັງໝົດ 118 ສະຫາຍ ຍິງ 30 ສະຫາຍ.ເຂົ້າຮ່ວມກອງປະຊຸມ ຝຶກອົບຮົມວຽກງານ ຂໍ້ມູນຂ່າວສານທາງໄກທົ່ວປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ ໃນຂົງເຂດທົ່ວປະເທດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ