ໃນ 6 ເດືອນຕົ້ນປີນີ້, ປະລິມານການຄ້າຂາຍຂອງຕະຫຼາດເງິນຕາຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນເປັນກ້າວໆຢ່າງໝັ້ນທ່ຽງ, ປະລິມານການຄ້າຂາຍຂອງຕະຫຼາດເງິນຕາຕ່າງປະເທດເງິນຢວນຢູ່ພາຍໃນປະເທດຈີນລວມທັງໝົດມີເຖິງ 22,100 ຕື້ໂດລາ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້ຢູ່ເຂດໃຊ້ສະກຸນເງິນເອີໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງທົບສອງເທົ່າເມື່ອທຽບໃສ່ຄາດໝາຍຂອງທະນາຄານກາງເອີຣົບ (ECB). ສາເຫດຕົ້ນຕໍຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ ໃນສະພາບທີ່ການປະທະກັນຢູ່ເຂດຕາເວັນອອກກາງຍັງສືບຕໍ່ມີການຜັນແປຢ່າງສັບສົນ, ກໍ່ຄວາມກົດດັນຕໍ່ ECB ໃນການສືບຕໍ່ຮັດກຸມນະໂຍບາຍເງິນຕາ.
ຄໍາເຫັນ