65 ປີ ສາຍພົວພັນ ລາວ-ຈີນ ຈາກມິດຕະພາບທີ່ຜ່ານຜ່າການທົບສອບ ສູ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳທີ່ເປັນຕົວແບບ

65 ປີ ສາຍພົວພັນ ລາວ-ຈີນ ຈາກມິດຕະພາບທີ່ຜ່ານຜ່າການທົບສອບ ສູ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳທີ່ເປັນຕົວແບບ

ປີ 2026 ນີ້ ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ, ເປັນຂີດໝາຍ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຊຶ່ງສອງຝ່າຍໄດ້ກຳນົດເອົາ ປີ 2026 ເປັນ "ປີມິດຕະພາບ ລາວ-ຈີນ" ແລະ ໄດ້ຈັດຕັ້ງຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງຮ່ວມກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.

 

ຕະຫຼອດໄລຍະ 6 ທົດສະວັດເຄິ່ງທີ່ຜ່ານມາ, ສາຍພົວພັນລະຫວ່າງສອງຊາດ ລາວ-ຈີນ ໄດ້ຜ່ານຜ່າການທົດສອບຈາກການປ່ຽນແປງ ແລະ ຄວາມບໍ່ແນ່ນອນຂອງສະພາບການສາກົນມາໄດ້ຢ່າງໝັ້ນຄົງ. ເຖິງວ່າສະພາບການໂລກຈະຜັນແປໄປຄືແນວໃດກໍຕາມ, ແຕ່ມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ຍັງຄົງໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າທາງອຸດົມການ ແລະ ການເປັນຄູ່ຮ່ວມຍຸດທະສາດ ທີ່ໝັ້ນຄົງ ແລະ ມີຊີວິດຊີວາທີ່ພົ້ນເດັ່ນຂອງສາຍພົວພັນສອງຝ່າຍ ລາວ-ຈີນ, ຈີນ-ລາວ.

ບົນພື້ນຖານຈິດໃຈ “4 ດີ” ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ, ສອງປະເທດ ລາວ-ຈີນ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2009. ນີ້ຄືພື້ນຖານທາງດ້ານການເມືອງອັນໜັກແໜ້ນ ທີ່ເປັນເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການຂະຫຍາຍການຮ່ວມມືໃນທຸກຂົງເຂດ. ກ້າວມາຮອດປີ 2017, ສອງພັກ ແລະ ສອງລັດ ຈຶ່ງເພີ່ມທະວີການພົວພັນ ກ້າວສູ່ການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຊຶ່ງຖືເປັນການເປີດສັງກາດໃໝ່ໃນການຮັດແໜ້ນຄວາມສາມັກຄີ, ຍົກລະດັບຄວາມໄວ້ເນື້ອເຊື່ອໃຈ ແລະ ຫັນການປະສານງານທາງດ້ານຍຸດທະສາດໃຫ້ເປັນຮູບປະທຳຢ່າງແທ້ຈິງ.

ໃນປັດຈຸບັນ, ສາຍພົວພັນສອງຊາດໄດ້ກ້າວສູ່ລະດັບທີ່ດີທີ່ສຸດໃນປະຫວັດສາດ, ກາຍເປັນແບບຢ່າງຂອງຄວາມສະເໝີພາບ, ການເຄົາລົບຊຶ່ງກັນ ແລະ ກັນ ບົນພື້ນຖານການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຄວາມເຊື່ອໝັ້ນທາງດ້ານການເມືອງລະດັບສູງ ແລະ ອຸດົມການທີ່ສອດຄ່ອງກັນ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງຕໍ່ເນື່ອງ.

ໃນຂົງເຂດການຮ່ວມມືດ້ານເສດຖະກິດ, ສປ ຈີນ ໄດ້ກາຍເປັນປະເທດຜູ້ລົງທຶນອັນດັບທີໜຶ່ງ ແລະ ເປັນຄູ່ຄ້າອັນດັບທີສອງຂອງ ສປປ ລາວ ໂດຍກວມເອົາຫຼາຍຂະແໜງການທີ່ມີທ່າແຮງຮ່ວມກັນ ເຊັ່ນ: ດ້ານພະລັງງານ, ບໍ່ແຮ່, ກະສິກຳ ແລະ ການພັດທະນາໂຄງລ່າງພື້ນຖານ ຊຶ່ງໃນນີ້ ໂຄງການທີ່ໂດດເດັ່ນ ແລະ ເປັນສັນຍາລັກແຫ່ງຄວາມສຳເລັດທີ່ເຂັ້ມແຂງ ຄື "ເສັ້ນທາງລົດໄຟ ລາວ-ຈີນ" ອັນໄດ້ກາຍເປັນຕົວແບບຂອງການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ທີ່ມີຄຸນະພາບສູງ. ໂຄງການນີ້ໄດ້ກາຍເປັນ “ແລວທາງຄຳ” ທີ່ເຊື່ອມຕໍ່ສອງປະເທດ ແລະ ພາກພື້ນ, ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນທາງທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ຊຶ່ງໄດ້ສ້າງການປ່ຽນແປງອັນໃຫຍ່ຫຼວງ ແລະ ນຳເອົາໂອກາດອັນມະຫາສານໃຫ້ແກ່ການພັດທະນາ ຂອງ ສປປ ລາວ. ສປ ຈີນ ຍັງໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ໄດ້ໃຫ້ທຶນຊ່ວຍເຫຼືອ ແກ່ ສປປ ລາວ, ອັນພົ້ນເດັ່ນ ແມ່ນ ພັກ, ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອ "ໂຄງການ 4x100" ທີ່ປະກາດໂດຍ ປະທານ ສີ ຈິ້ນຜິງ ໃນປີ 2017 ອັນໄດ້ປະກອບສ່ວນສຳຄັນໃນການພັດທະນາສາທາລະນະສຸກ, ຊັບພະຍາກອນມະນຸດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວແບບຍືນຍົງ.

ໃນລະດັບພາກພື້ນ ແລະ ສາກົນ, ໃນສະພາບການໂລກທີ່ມີຄວາມບໍ່ແນ່ນອນ ໃນປັດຈຸບັນ, ຍິ່ງມີຄວາມຈໍາເປັນ ສໍາລັບບັນດາປະເທດກໍາລັງພັດທະນາໃນການຢືນຄຽງບ່າຄຽງໄຫຼ່ກັນ, ຢຶດໝັ້ນລັດທິຫຼາຍຝ່າຍ ເພື່ອສ້າງລະບຽບການໂລກທີ່ມີຄວາມເປັນທຳ, ຍຸຕິທຳ ແລະ ສະເໝີພາບ ຫຼາຍຂຶ້ນກວ່າເກົ່າ. ລາວ ແລະ ຈີນ ມີຄວາມໝາຍໝັ້ນຮ່ວມກັນ ໃນການສົ່ງເສີມການພັດທະນາ ແລະ ຮັບປະກັນວ່າ ຜົນປະໂຫຍດລວມຂອງໂລກາພິວັດ ຈະໄດ້ຮັບການແບ່ງປັນຢ່າງກວ້າງຂວາງ. ສປປ ລາວ ສະໜັບສະໜູນຢ່າງເຕັມສ່ວນຕໍ່ບັນດາຂໍ້ລິເລີ່ມທົ່ວໂລກຂອງຈີນ ເຊັ່ນ: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຄວາມໝັ້ນຄົງທົ່ວໂລກ, ຄວາມສີວິໄລທົ່ວໂລກ ແລະ ການປົກຄອງທົ່ວໂລກ. ໃນຂອບອາຊຽນ, ລາວ ແລະ ຈີນ ໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນຢ່າງໃກ້ຊິດ ຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ ທັງໝົດ 5 ສະບັບ ທີ່ກວມເອົາ 3 ເສົາຄ້ຳຂອງປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ. ສປປ ລາວ ຕີລາຄາສູງຕໍ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ຄົບຮອບ 5 ປີ (2021-2026) ຊຶ່ງຈະໄດ້ຮ່ວມກັນຈັດບັນດາກິດຈະກຳ ເພື່ອສະເຫຼີມສະຫຼອງໂອກາດດັ່ງກ່າວ ແລະ ຂໍຂອບໃຈ ສປ ຈີນ ທີ່ຊ່ວຍເຫຼືອລາວໃນການເປັນປະທານອາຊຽນ 3 ຄັ້ງທີ່ຜ່ານມາ. ພ້ອມນີ້, ໃນປີ 2027, ສປປ ລາວ ກໍກຽມພ້ອມທີ່ຈະຮັບໜ້າທີ່ເປັນປະເທດປະສານງານການພົວພັນອາຊຽນ-ຈີນ ສໍາລັບໄລຍະ 2027-2030 ເພື່ອສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ກໍຄື ສາຍພົວພັນສອງຝ່າຍ ລາວ-ຈີນ ໃຫ້ນັບມື້ນັບເລິກເຊິ່ງກວ່າເກົ່າ; ຄຽງຄູ່ກັນນັ້ນ, ໃນຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ລາວ ແລະ ຈີນ ໄດ້ຮ່ວມກັນເປີດສັງກາດໃໝ່ ໃນການຫັນປ່ຽນສາຍນ້ຳແຫ່ງທຳມະຊາດ ໃຫ້ກາຍເປັນສາຍນ້ຳແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ, ກາຍເປັນກົນໄກການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນ ຊຶ່ງສາມາດຫັນເອົາວິໄສທັດໃຫ້ກາຍເປັນໝາກຜົນທີ່ເປັນຮູບປະທໍາ.

ສປປ ລາວ ຂໍຢືນຢັນຄືນຄວາມໝາຍໝັ້ນອັນແນ່ວແນ່ ທີ່ຈະຮ່ວມມືກັບ ສປ ຈີນ ຢ່າງໃກ້ຊິດ, ປະສານຍຸດທະສາດການພັດທະນາຮ່ວມກັນຢ່າງຮອບດ້ານ, ສະໜັບສະໜູນຄວາມພະຍາຍາມໃນການພັດທະນາ ຂອງກັນ ແລະ ກັນ, ເພີ່ມທະວີການປະຕິຮູບ ແລະ ເປີດກວ້າງການຮ່ວມມືສາກົນ ແລະ ພ້ອມກັນເດີນຕາມເສັ້ນທາງການພັດທະນາສັງຄົມນິຍົມ ໂດຍສອດຄ່ອງກັບເງື່ອນໄຂຄວາມເປັນຈິງຂອງແຕ່ລະປະເທດ, ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ, ມີມາດຕະຖານສູງ, ຄຸນະພາບສູງ ແລະ ລະດັບສູງເພື່ອນຳເອົາຄວາມສີວິໄລ ແລະ ຄວາມຜາສຸກມາສູ່ປະຊາຊົນສອງຊາດພວກເຮົາຢ່າງແທ້ຈິງ.

ຄໍາເຫັນ

ຂ່າວເດັ່ນ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ເພີ່ມເຕີມ