ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ລາຍງານວ່າ, ໃນ 8 ເດືອນຂອງປີ 2026, ການສົ່ງອອກເຂົ້າສານບັນລຸ 6 ລ້ານກວ່າໂຕນ, ດ້ວຍມູນຄ່າການສົ່ງອອກບັນລຸເກືອບ 2.91 ຕື້ໂດລາ, ຫຼຸດລົງເມື່ອທຽບກັບໄລຍະດຽວກັນຂອງປີ 2025. ເຖິງຢ່າງໃດກໍຕາມ, ລາຄາສົ່ງອອກເລີ່ມຟື້ນຟູພ້ອມກັບບັນດາການປ່ຽນແປງກ່ຽວກັບການສະໜອງ ແລະ ຄວາມຕ້ອງການຢູ່ບັນດາຕະຫຼາດໃຫຍ່ທີ່ພວມສ້າງໂອກາດໃຫ້ຂະແໜງການນີ້ ເພີ່ມລະດັບຄວາມໄວໃນທ້າຍປີ.
ສິ່ງທີ່ໜ້າສົນໃຈແມ່ນ, ໃນເດືອນກໍລະກົດປີ 2026 ລາຄາສົ່ງອອກເຂົ້າສານສະເລ່ຍບັນລຸ 511 ໂດລາ/ໂຕນ, ເປັນຄັ້ງທຳອິດໃນປີທີ່ໄດ້ເພີ່ມຂຶ້ນ ເມື່ອທຽບກັບໄລຍະດຽວກັນຂອງປີ 2025, ດ້ວຍລະດັບເພີ່ມຂຶ້ນແມ່ນ 5.8%.
ຄາດວ່າໝົດປີ 2026, ຍອດວົງເງິນສົ່ງອອກເຂົ້າສານຂອງ ຫວຽດນາມ ຈະບັນລຸປະມານ 3.94 ຕື້ໂດລາ, ຫຼຸດ 4% ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ສາເຫດຕົ້ນຕໍແມ່ນລາຄາສົ່ງອອກຕ່ຳໃນຊຸມເດືອນຕົ້ນປີ. ແຕ່ເຖິງຢ່າງໃດກໍຕາມ, ການຟື້ນຟູລາຄານັບແຕ່ເດືອນກໍລະກົດອາດຈະປະກອບສ່ວນປັບປຸງວົງເງິນສົ່ງອອກໃນຊຸມເດືອນທ້າຍປີ.
ຄໍາເຫັນ