ທີ່ປະກາດໃນວັນທີ 11 ທັນວາ ຜ່ານມາຢູ່ນະຄອນຫຼວງມານີລາປະເທດຟິລິບປິນ, ລະດັບການຂະຫຍາຍຕົວຂອງ ຫວຽດນາມ ໃນປີນີ້ ແລະ ປີໜ້າ ໄດ້ຮັບການຍົກສູງຂຶ້ນ.
ຂ່າວລະບຸວ່າ: ຄາດຄະເນການຂະຫຍາຍຕົວຂອງ ຫວຽດນາມ ໃນປີ 2024 ໄດ້ຮັບການຍົກສູງຂຶ້ນຢູ່ໃນລະດັບ 6,4% ເມື່ອທຽບໃສ່ລະດັບ 6,0% ທີ່ໄດ້ຄາດຄະເນໃນເມື່ອກ່ອນແລະ ປີ 2025 ເພີ່ມຂຶ້ນ 6,6%. ການເຄື່ອນໄຫວການຄ້າດີກວ່າການຄາດຄະເນ, ການຜະລິດປຸງແຕ່ງ, ຜະລິດສິນຄ້າສົ່ງອອກໄດ້ຮັບການຟື້ນຟູຢ່າງແຂງແຮງ ແລະ ການສືບຕໍ່ປະຕິບັດບັນດາມາດຕະການໜູນຊ່ວຍສົກປີການເງິນແມ່ນປັດໄຈຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.
ໂດຍລວມແລ້ວ, ທະນາຄານ ADB ຄາດຄະເນລະດັບການຂະຫຍາຍຕົວເສດຖະກິດຂອງ ອາຊີ ແລະ ປາຊີຟິກ ຍັງຄົງມີສະຖຽນລະພາບໃນປີນີ້ ແລະ ປີໜ້າ, ແຕ່ຄາດຄະເນວ່າການປ່ຽນແປງນະໂຍບາຍຂອງ ອາເມຣິກາ ອາດຈະສົ່ງຜົນກະທົບຕໍ່ຄວາມຫວັງຍາວນານຂອງພາກພື້ນ.
ຄໍາເຫັນ