ຂ່າວລະບຸວ່າ: ໂດຍການເຂົ້າຮ່ວມ CPTPP, ອັງກິດ ໄດ້ກາຍເປັນປະເທດສະມາຊິກທີ 12 ຂອງກຸມການຄ້ານີ້. ອັງກິດ ໄດ້ເຊັນສັນຍາເຂົ້າຮ່ວມແຕ່ເດືອນກໍລະກົດຂອງປີກາຍ. ບັນດາການນຳ ອັງກິດ ປາຖະໜາວ່າການເຂົ້າຮ່ວມ CPTPP ຈະນຳເງິນຈຳນວນປະມານ 2,5 ຕື້ໂດລາ ມາໃຫ້ພື້ນຖານເສດຖະກິດຂອງປະເທດຊຶ່ງບັນດາວິສາຫະກິດ ອັງກິດ ອາດຈະເຂົ້າເຖິງຕະຫຼາດທີ່ມີປະຊາກອນ 500 ລ້ານກວ່າຄົນ. CPTPP ໄດ້ຮັບການສ້າງຕັ້ງແຕ່ປີ 2018 ແລະ ປະກອບສ່ວນປະມານ 15% ຂອງ GDP ທົ່ວໂລກ, ປັດຈຸບັນ, CPTPP ມີ 3 ປະເທດແມ່ນສະມາຊິກຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຄື: ການາດາ, ຍີ່ປຸ່ນ ແລະ ອັງກິດ, ພ້ອມກັບ ອົສຕຣາລີ, ນູແວນເຊລັງ, ເມັກຊິກ, ເປຣູ, ຈີເລ, ສິງກະໂປ, ບຣູໄນ, ມາເລເຊຍ ແລະ ຫວຽດນາມ.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ