ອາສາສະໝັກຊາວໜຸ່ມລະດູຮ້ອນກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ

ອາສາສະໝັກຊາວໜຸ່ມລະດູຮ້ອນກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ

ອາສາສະໝັກຊາວໜຸ່ມລະດູຮ້ອນກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ
ວັນທີ 1 ສິງຫາ 2026, ຄະນະອາສາສະໝັກຊາວໜຸ່ມລະດູຮ້ອນ, ກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ, ສະຫະພັນຊາວໜຸ່ມນະຄອນໂຮ່ຈີມິນ ຈຳນວນ 30 ຄົນ, ໄດ້ມາເຄື່ອນໄຫວມິດຕະພາບຊາວໜຸ່ມ ລາວ-ຫວຽດນາມ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງຈຳປາສັກແຂວງຈຳປາສັກ. ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມືມິດຕະພາບ ຂອງຄະນະບໍລິຫານງານຊາວໜຸ່ມ ທັງສອງປະເທດ, ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ (1962-2026) ແລະ ວັນຄົບຮອບ 49 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ (1977-2026) ແລະ ກ້າວໄປສູ່ວັນຄົບຮອບ 70 ປີ ຂອງວັນປະເພນີ ຂອງສະຫະພັນຊາວໜຸ່ມຫວຽດນາມ (15 ຕຸລາ 1956-15 ຕຸລາ 2026).
ອາສາສະໝກຊາວໜມລະດຮອນກມ G9-ເພອຮອຍຍມຂອງເດກ - image 1
 

ທັງເປັນການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ຕ່າງໆ ໃຫ້ເມືອວຈຳປາສັກ. ນີ້ແມ່ນໂອກາດສຳລັບສອງໜ່ວຍງານ ທີ່ຈະຮ່ວມມືກັນໃນກິດຈະກຳສະຫວັດດີການສັງຄົມ ແລະ ເບິ່ງແຍງຊີວິດຂອງຜູ້ດ້ອຍໂອກາດ, ເຊິ່ງເປັນໂຄງການທີ່ຊາວໜຸ່ມຫວຽດນາມ ແລະ ລາວ ໄດ້ສ້າງຂຶ້ນມາເປັນເວລາຫຼາຍປີ. ຊຶ່ງກິດຈະກໍ່ດັ່ງກ່າວ ມີມູນຄ່າທັງໝົດ 103,000,000 ກີບລວມມີ:1. ມອບພັດລົມໂຄຈອນ 14 ໜ່ວຍ, ໃຫ້ແກ່ໂຮງຮຽນປະຖົມຈຳປາສັກ ລລມມູນຄ່າ 14,000,0000 ກີບ,ມອບພັດລົມຕິດຝາ 10 ເຄື່ອງໃຫ້ໂຮງຮຽນອະນຸບານຈຳປາສັກ ມູນຄ່າ 10,000,0000 ກີບ, ມອບແຜ່ນໂຟມປູພື້ນຈຳນວນ 150 ແມັດ, ໃຫ້ແກ່ໂຮງຮຽນອະນຸບານຈຳປາສັກ ມູນຄ່າ 15,000,000 ກີບ,ມອບຫລອດໄຟພະລັງງານແສງຕາເວັນ 15 ຫຼອດສຳລັບໂຄງການແສງສະຫວ່າງ ມູນຄ່າ 40,000,000 ກີບ ທີ່ບ້ານໄຮ່ ຈຳນວນ 5 ດອກ ແລະ ບ້ານວັດຫຼວງເກົ່າ ຈຳນວນ 10 ດອກ,ມອບນົມ 200 ແກັດໃຫ້ກັບນັກຮຽນທີ່ເຂົ້າຮ່ວມກິດຈະກຳ ມູນຄ່າ 24,000,000 ກີບແລະ ມອບທຸງຊາດລາວ ຈຳນວນ 100 ຜືນໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງຈຳປາສັກ.

ນອກຈາກນີ້, ຍັງມີພິທີພົບປະມິດຕະພາບ ຢູ່ທີ່ສະໂມສອນເມືອງຈຳປາສັກ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳພູ ສີພົມມາ, ຮອງເລຂາພັກເມືອງ, ປະທານອົງການກວດກາລັດເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຕົງ ຮວ່າງ ກວນ, ຄະນະກຳມະການ ບໍລິຫານກຸ່ມ G9-ເພື່ອຮອຍຍິ້ມຂອງເດັກ, ສະຫະພັນຊາວໜຸ່ມນະຄອນໂຮ່ຈີມິນ ໂດຍມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະອາສາສະໝັກລະດູຮ້ອນ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງຈໍາປາສັກ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ຈາກນັ້ນ, ໄດ້ມີການຈັດກິດຈະກຳຮ່ວມກັບນັກຮຽນປະຖົມ ແລະ ອະນຸບານ ຈຳນວນ 200ຄົນ ແລະ ໄດ້ມີການມອບໃບກຽດຕິຄຸນ ໃຫ້ແກ່ອາສາສະໝັກລະດູຮ້ອນ ທັງ 30ຄົນ ທີ່ໄດ້ມາເຄື່ອນໄຫວວຽກງານອາສາສະໝັກຢ່າງຕັ້ງໜ້າ ຢູ່ເມືອງຈຳຈ, ແຂວງຈຳປາສັກ. ພາຍຫຼັງພິທີ ຍັງໄດ້ມີການບາຍສີສູ່ຂວັນ ໃຫ້ແກ່ຄະນະອາສາສະໝັກທີ່ເຂົ້າຮ່ວມ ຕາມຮີດຄອງປະເພນີຂອງລາວ.ຂ່າວ-ພາບ. ໄຊນະສິດ ສີຫາວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມ ແນະນຳຄືນການນຳໃຊ້ໂປຣແກມການບັນຊີພາກລັດ

ຝຶກອົບຮົມ ແນະນຳຄືນການນຳໃຊ້ໂປຣແກມການບັນຊີພາກລັດ

ຊຸດອົບຮົມ ແນະນໍາຄືນການນໍາໃຊ້ໂປຣແກມການບັນຊີພາກລັດ ໃຫ້ແກ່ການເງິນ ຂອງຂະແໜງສາທາລະນະສຸກຂັ້ນແຂວງ, ເມືອງ ກ່ຽວກັບການສ້າງແຜນ ແລະ ແຜນງົບປະມານ, ການບັນທຶກບັນຊີ ລາຍຮັບ-ລາຍຈ່າຍ ແລະ ການບັນທຶກບັນຊີຂໍ້ມູນຊັບສິນ ແບບເຊື່ອມສານທຸກແຫຼ່ງທຶນ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2026 ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງເຊກອງ ໂດຍເປັນປະທານຂອງທ່ານ ນາງ ລຳພັນ ໄຊຄຳມີ ກຳມະການພັກແຂວງຫົວຫນ້າພະແນກສາທາລະນະສຸກແຂວງ ຊຶ່ງສຳມະນາກອນເຂົ້າຮ່ວມ.
ສລດ ປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026

ສລດ ປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026

​ ໃນວັນທີ 31 ກໍລະກົດຜ່ານມາ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າປະຈຳປີ 2026 ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຢ່າງສົມກຽດ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ສສກ ທັງເປັນເລຂາໜ່ວຍພັກຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂາວພອນ ລາດຊະພູມີ ຖືກລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ

ທ່ານ ຂາວພອນ ລາດຊະພູມີ ຖືກລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ

ບໍລິສັດ ລັດວິສາຫະກິດຫວຍພັດທະນາ ໄດ້ຈັດພິທີ ມອບ-ຮັບເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1 ຂອງສະຫຼາກພັດທະນາ 5/45 ແບບທັນສະໄໝໃນງວດທີ 86 ອອກຄັ້ງວັນທີ 27 ກໍລະກົດ 2026.
ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ວັນທີ 5 ສິງຫາ 2026 ທີ່ຜ່ານມາ, ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ - ຫັດແອບການເມືອງ - ການທະຫານ ໃຫ້ແກ່ກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ປກຊ - ປກສ) ບ້ານ ທົ່ວເມືອງ ປະຈຳປີ 2026 ຢູ່ສະໜາມຍິງລູກປືນແທ້ປາອາວ ທ່າມກາງບັນຍາກາດອັນເຂັ້ມງວດ ແລະ ສະແດງເຖິງຜົນສຳເລັດຂອງການຍົກລະດັບຄຸນນະພາບກຳລັງ ປກຊ-ປກສ ບ້ານ ໃນການຮັກສາຄວາມສະຫງົບ.
ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດແສງອາລຸນ ໄດ້ນຳເອົາວັດຖຸປັດໄຈມາຊ່ວຍເຫຼືອ ແຂວງອັດຕະປື ເຊິ່ງປະກອບມີ: ລົດຈັກ Honda Wave 100 ຈຳນວນ 1 ຄັນ ມອບໃຫ້ແກ່ ຫ້ອງວ່າການແຂວງ ເພື່ອໝູນໃຊ້ເຂົ້າໃນວຽກງານບໍລິຫານ ແລະ ຮັບໃຊ້ວຽກງານລວມຂອງຫ້ອງວ່າການ; ເງິນສົດ ຈຳນວນ 50,000,000 ກີບ ເພື່ອນຳໃຊ້ເຂົ້າໃນການສະໜັບສະໜູນວຽກງານປ້ອງກັນຊາດ ໂດຍສະເພາະແມ່ນວຽກງານ ຄຸ້ມຄອງ ແລະ ປ້ອງກັນຊາຍແດນ ລວມມູນຄ່າທັງໝົດ 85,000,000 ກີບ.
ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງວຽງຈັນ.

ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງວຽງຈັນ.

ໃນວັນທີ 4 ສິງຫາ2026 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ຄະນະບໍລິຫານງານ ຮອງປະທານສະຫະພັນນັກຮົບເກົ່າແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ,ວຽກພັກ-ພະນັກງານແລະ ວຽກອົງການຈັດຕັ້ງມະຫາຊົນຂອງແຂວງ,ທ່ານ ພັນໂທ ຄຳປອງ ຄຳສີດາ ປະທານນັກຮົບເກົ່າແຂວງວຽງຈັນ, ບັນດາທ່ານແຂກຜູ້ຖືກເຊີນ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ການນໍາແຂວງຄໍາມ່ວນ ຕິດຕາມຄວາມ​ເສຍ​ຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

ການນໍາແຂວງຄໍາມ່ວນ ຕິດຕາມຄວາມ​ເສຍ​ຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

​ ການນຳແຂວງຄໍາມ່ວນ ລົງຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ເມືອງ​ທ່າ​ແຂກແຂວງ​ຄຳ​ມ່ວນ, ພ້ອມຊີ້ນໍາໃຫ້ໜ່ວຍງານຮັບຜິດຊອບ ເລັ່ງສັງລວມເພື່ອປະເມີນຜົນເສຍຫາຍ.
ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖໍ້າ ເຮັດໃຫ້ແມ່ເຖົ້າ ໄວ 89 ປີ ເສຍຊີວິດຄາທີ່

ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖໍ້າ ເຮັດໃຫ້ແມ່ເຖົ້າ ໄວ 89 ປີ ເສຍຊີວິດຄາທີ່

​ ໃນວັນທີ 2 ສິງຫາ 2026 ໄດ້ເກີດອຸບັດເຫດທາງໄພທຳມະຊາດອັນສະເທືອນໃຈຂຶ້ນ ເມື່ອເວລາ 02:20 ນາທີ ຂອງວັນທີ 2 ສິງຫາ 2026 ໄດ້ມີຝົນຕົກລົມແຮງສົ່ງຜົນໃຫ້ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູູ່ບ້ານຖໍ້າ ເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ຊັບສິນເປເພເສຍຫາຍ.
ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ໃນຊຸມຊົນແຫຼ່ງທຶນແມ່ນຫົວໃຈສໍາຄັນຂອງການດໍາລົງຊີວິດ, ການເຂົ້າເຖິງການເງິນ ບໍ່ໄດ້ໝາຍເຖິງພຽງແຕ່ "ການກູ້ຢືມ", ແຕ່ແມ່ນ "ໂອກາດ" ໃນການສ້າງອາຊີບ, ຂະຫຍາຍການຜະລິດ ແລະ ຍົກລະດັບຄຸນນະພາບຊີວິດ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດນາກາຍ ເມືອງນາກາຍ ແຂວງຄໍາມ່ວນ ພິສູດໃຫ້ເຫັນວ່າ: ການອອມຢ່າງເປັນລະບົບ ແລະ ການໃຫ້ກູ້ຢ່າງມີຫຼັກການ ສາມາດກາຍເປັນພະລັງຂັບເຄື່ອນເສດຖະກິດ ແລະ ມີການເຕີບໂຕຢ່າງເຂັ້ມແຂງ, ຊຶ່ງເມື່ອກ່ອນເລີ່ມຈາກພະນັກງານ 7 ທ່ານ ສູ່ລະບົບເງິນຝາກ ມູນຄ່າ 33 ຕື້ກີບ ແລະ ໄດ້ຂະຫຍາຍຕາໜ່າງການບໍລິການເຖິງ 24 ບ້ານ, ຈາກເມື່ອກ່ອນພຽງແຕ່ 16 ບ້ານເທົ່ານັ້ນ.
ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາ ທີ່ເຄີຍນຳໄປຈຳໜ່າຍແບບສົດໆ ໄດ້ກາຍມາເປັນສິນຄ້າທີ່ມີມູນຄ່າເພີ່ມ ແລະ ສ້າງລາຍຮັບໄດ້ຫຼາຍຮ້ອຍລ້ານກີບຕໍ່ປີໃຫ້ກັບຄອບຄົວທ່ານນາງ ຊ້ອຍ ພົມນະຈັກ ປະຊາຊົນບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ແມ່ນໜຶ່ງໃນຄອບຄົວຕົວແບບທີ່ໝູນໃຊ້ພູມປັນຍາການເຮັດປາແຫ້ງ ມາພັດທະນາຕໍ່ຍອດ ປ່ຽນຮູບແບບຂອງອາຫານທ້ອງຖິ່ນໃຫ້ເປັນສິນຄ້າ ທີ່ສາມາດສົ່ງຂາຍທັງພາຍໃນ ແລະ ຕ່າງແຂວງໄດ້ຢ່າງຫຼວງ ຫຼາຍ ຊຶ່ງມີຄວາມເຂັ້ມແຂງໄດ້ ຍ້ອນການປ່ຽນພູມປັນຍາທີ່ສືບທອດກັນມາ ໃຫ້ກາຍເປັນອາຊີບ ແລະ ເປັນຫຼັກປະກັນຂອງຊີວິດຄອບຄົວ.
ເພີ່ມເຕີມ