ຂໍ້ມູນສະແດງໃຫ້ເຫັນວ່າ: ລາຄາພະລັງງານໃນເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາເພີ່ມຂຶ້ນ 18.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງຖືເປັນສາເຫດຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ທົ່ວໄປເພີ່ມຂຶ້ນ. ເມື່ອພິຈາລະນາໃນແຕ່ລະປະເທດ, ອັດຕາເງິນເຟີ້ຂອງກຸ່ມເສດຖະກິດຕົ້ນຕໍໄດ້ເພີ່ມຂຶ້ນໂດຍທົ່ວໄປ, ເຢຍລະມັນ ເພີ່ມຂຶ້ນເປັນ 3.3%, ຝຣັ່ງ ເພີ່ມຂຶ້ນເປັນ 3.4%, ອີຕາລີ ເພີ່ມຂຶ້ນເປັນ 4.1% ແລະ ແອັດສະປາຍ ເພີ່ມຂຶ້ນເປັນ 5.0%. ນັກວິເຄາະເຫັນວ່າ: ເນື່ອງຈາກອັດຕາເງິນເຟີ້ພື້ນຖານເພີ່ມຂຶ້ນພຽງເລັກນ້ອຍ, ທະນາຄານກາງເອີຣົບອາດຈະນຳໃຊ້ນະໂຍບາຍທີ່ລະມັດລະວັງໃນໄລຍະສັ້ນ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ