ອັດຕະປື ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII

ອັດຕະປື ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII

ອັດຕະປື ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 25-26 ກັນຍາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງອັດຕະປື, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ,ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາແຂກຖືກເຊີນຈາກສູນກາງແລະ ບັນດາແຂວງໃກ້ຄຽງ, ພ້ອມດ້ວຍຜູ້ແທນສົມບູນ ຈໍານວນ 247 ສະຫາຍຍິງ 36 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ບັນດາສະມາຊິກພັກທັງໝົດໃນທົ່ວແຂວງ 11,228 ສະຫາຍເຂົ້າຮ່ວມ.
ອດຕະປ ໄຂກອງປະຊມໃຫຍ ຜແທນອງຄະນະພກແຂວງ ຄງທ XII - image 1
 

ພົນໂທ ວັນທອງ ກອງມະນີ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງອົງຄະນະພັກແຂວງອັດຕະປື ໃນຄັ້ງນີ້ ຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນໝາກຜົນ-ຜົນງານ ຜ່ານການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ຕະຫຼອດໄລຍະ 5 ປີຜ່ານມາ ແລະ ຍັງຈະໄດ້ສະເໜີທິດທາງແຜນການໃນການພັດທະນາແຂວງອັດຕະປື ໃນ 5 ປີຕໍ່ໜ້າ, ລວມທັງບັນດາໂຄງການ, ວຽກງານຈຸດສຸມຈຳນວນໜຶ່ງ, ວິໄສທັດຮອດປີ 2030. ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນຳ ຂອງອົງຄະນະບໍລິຫານງານພັກແຂວງ ເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ບາງດ້ານກໍມີລັກສະນະກ້າວກະໂດດຂະຫຍາຍຕົວໄວ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການພັດທະນາໃນຕໍ່ໜ້າ, ແຕ່ຄຽງຄູ່ກັນນັ້ນ ກໍຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການທັງພາຍໃນ ແລະ ພາຍນອກ ອັນທີ່ພົ້ນເດັ່ນ: ແມ່ນບັນຫາຄວາມບໍ່ສະຫງົບລະຫວ່າງຊາຍແດນລາວ-ກຳປູເຈຍ, ບັນຫາປະກົດການສໍ້ລາດ - ບັງຫຼວງໃນຂົງເຂດພັກ-ພະນັກງານ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ແຂວງພວກເຮົາ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດແບບຊະຊາຍ, ຄວາມຂັດແຍ່ງກ່ຽວກັບບັນຫາທີ່ດິນ, ບັນຫາຄ່າຄອງຊີບສູງ, ການປະລະການຮຽນ ແລະ ປະກົດການຫຍໍ້ທໍ້ຈໍານວນໜຶ່ງໃນສັງຄົມທີ່ແກ້ໄຂບໍ່ທັນຕົກ. ທັງໝົດນີ້ເປັນການທົດສອບຄວາມຮູ້-ຄວາມສາມາດໃນການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກແຂວງ ກໍຄືການບໍລິຫານ-ການປົກຄອງຂອງການນໍາຂອງແຂວງພວກເຮົາ. ຜ່ານການເຄື່ອນໄຫວນໍາພາ-ຊີ້ນໍາ ໂດຍໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງແທດຕົວຈິງ ແລະຮອບດ້ານຕໍ່ເນື່ອງຂອງສູນກາງພັກ-ລັດຖະບານ ແລະ ຄວາມເປັນເຈົ້າການມີສະຕິສະດຸ້ງໄວຂອງການນໍາ ບວກກັບມູນເຊື້ອອັນດີງາມ, ຄວາມອົດທົນ ແລະ ສາມັກຄີປອງດອງຂອງສະມາຊິກພັກ-ພະນັກງານ ກໍຄືປະຊາຊົນບັນດາເຜົ່າທຸກທົ່ວໜ້າ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຜ່ານຜ່າອຸປະສັກນາໆປະການພ້ອມກັນສຸມໃສ່ປະຕິບັດບັນດາຄາດໝາຍສູ້ຊົນຕົ້ນຕໍ ຄື: ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງປົກກະຕິ, ການແກ້ໄຂ 4 ວາລະຂອງແຂວງ, ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ຂະບວນການຮັກຊາດ-ພັດທະນາ, ດໍາເນີນການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ດໍາເນີນຊີວິດການເມືອງ ແລະ ປັບປຸງປົວແປງພາຍໃນພັກນັບແຕ່ຮາກຖານຂຶ້ນມາ, ແຕ່ລະໜ່ວຍພັກ, ຄະນະພັກຮາກຖານ ແລະ ອົງຄະນະພັກເມືອງ 5 ເມືອງ ໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ ຊຶ່ງໄດ້ເສີມຂະຫຍາຍສິດປະຊາທິປະໄຕພາຍໃນພັກ, ສະມາຊິກພັກ ພະນັກງານໄດ້ເຂົ້າຮ່ວມ ແລະ ຄົ້ນຄວ້າປະກອບຄໍາຄິດເຫັນຢ່າງເລິກເຊິ່ງ. ສະເພາະການຄັດເລືອກບຸກຄະລາກອນ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມກໍ ໄດ້ພ້ອມກັນຄົ້ນຄວ້າຢ່າງພາວະວິໄສມີປະຊາທິປະໄຕຜ່ານຫຼາຍຂັ້ນຕອນຕາມການຊີ້ນໍາ ຂອງຂັ້ນເທິງ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ, ບົດລາຍງານການເມືອງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມກໍໄດ້ຜ່ານການວິເຄາະວິໄຈ, ໄຈ້ແຍກ ດ້ວຍການດໍາເນີນສໍາມະນາວິທະຍາສາດ, ທາບທາມຄວາມຄິດຄວາມເຫັນຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມອຸດົມສົມບູນ, ສອດຄ່ອງກັບຕົວຈິງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີໝາກມີຜົນ.

ອດຕະປ ໄຂກອງປະຊມໃຫຍ ຜແທນອງຄະນະພກແຂວງ ຄງທ XII - image 2
 

ໃນກອງປະຊຸມ, ຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາຕົວແທນຈາກກົມກອງຕົບແບບ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ເປັນຄັນທຸງນໍາໜ້າໃນທຸກວຽກງານ ແລະ ເປັນໃຈກາງໃນການເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ໃນໄລຍະໃໝ່, ສ້າງໃຫ້ແຂວງອັດຕະປື ກາຍເປັນແຂວງທີ່ມີການພັດທະນາຢ່າງຮອບດ້ານ. ພ້ອມດຽວກັນ ຍັງຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.

(ຂ່າວ: ພອນປະເສີດ, ພາບ: ມະນີວອນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ