ອັດຕະປື ຕັ້ງເປົ້າໝາຍຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ

ອັດຕະປື ຕັ້ງເປົ້າໝາຍຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ
ໂດຍ: ວັນໄຊ ຕະວິນຍານ
 ແຕ່ນີ້ ຮອດປີ 2025 ແຂວງອັດຕະປື ຈະສຸມທຶນຮອນພັດທະນາໂຄງລ່າງພື້ນຖານ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທາງດ້ານວັດຖຸ ແລະ ຈິດໃຈໃຫ້ດີຂຶ້ນກວ່າເກົ່າ. ໂດຍວາງບາງຄາດໝາຍສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງ: 3.786 ຄອບຄົວ, ໃນນັ້ນ: ເມືອງໄຊເສດຖາ ໃຫ້ໄດ້ 1.103 ຄອບຄົວ, ເມືອງສາມັກຄີໄຊ 373 ຄອບຄົວ, ເມືອງສະໜາມໄຊ 756 ຄອບຄົວ, ເມືອງຊານໄຊ 519 ຄອບຄົວ ແລະ ເມືອງພູວົງ 1.035 ຄອບຄົວ ບ້ານທຸກຍາກ ຫຼຸດລົງ: 18 ບ້ານ, ໃນນັ້ນ: ເມືອງໄຊເສດຖາ 2 ບ້ານ, ເມືອງສາມັກຄີໄຊ 1 ບ້ານ, ເມືອງສະໜາມໄຊ 5 ບ້ານ, ເມືອງຊານໄຊ 10 ບ້ານ ແລະ ເມືອງພູວົງ 2 ບ້ານ. ສ້າງຄອບຄົວພັດທະນາ ໃຫ້ໄດ້ 7.729 ຄອບຄົວ, ສ້າງບ້ານພັດທະນາ ໃຫ້ໄດ້ 82 ບ້ານ
ສ້າງຄອບຄົວວັດທະນະທຳ ໃຫ້ໄດ້ 6.743 ຄອບຄົວ; ສ້າງບ້ານວັດທະນະທໍາໃໝ່ ໃຫ້ໄດ້ 109 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 4 ບ້ານ, ສູ້ຊົນຂະຫຍາຍຄື້ນສັນຍານວິທະຍຸ ໃຫ້ກວມ 100% ຂອງພື້ນທີ່ໃນທົ່ວແຂວງ, ແມ່ຍິງເຂົ້າຮ່ວມຄົ້ນຄວ້າ, ເຊື່ອມຊຶມມະຕິກອງປຊຸມໃຫຍ່ຂອງພັກ, ລັດຖະທຳມະນູນ, ກົດໝາຍ, ສົນທິສັນຍາຕ່າງໆທີ່ພົວພັນເຖິງແມ່ຍິງ ແລະ ເດັກ, ແຜນພັດທະນາ, ມູນເຊື້ອປະຫວັດສາດຂອງຊາດ, ຂອງພັກ ກວມເອົາ 80% ຂອງເປົ້າໝາຍ; ຊຸກຍູ້ແມ່ຍິງຜູ້ທຸກຍາກ, ດ້ອຍໂອກາດ ໄດ້ຮັບການຝຶກອົບຮົມວິຊາຊີບ ໃຫ້ໄດ້ 10%, ສືບຕໍ່ສ້າງຕັ້ງໜ່ວຍງານແຮງງານຄວາມປອດໄພ ແລະ ສຸຂະພາບແຂງແຮງໃຫ້ໄດ້ 1 ແຫ່ງ, ລົງກວດກາແຮງງານ ແລະ ເຜີຍແຜ່ກົດໝາຍ, ລະບຽບການຕ່າງໆ ໃຫ້ໄດ້ 40 ແຫ່ງ, ສືບຕໍ່ໃຫ້ຫົວໜ່ວຍແຮງງານ ສ້າງ ແລະ ປັບປຸງລະບຽບພາຍໃນ ໃຫ້ໄດ້ 3 ແຫ່ງ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາແຮງງານ ໃຫ້ໄດ້ 3 ແຫ່ງ, ສືບຕໍ່ແກ້ໄຂຂໍ້ຂັດແຍ່ງແຮງງານທັງໝົດທີ່ໄດ້ຮັບການຮ້ອງຮຽນໃຫ້ໄດ້ຮັບການໄກ່ເກ່ຍ 80%, ຊຸກຍູ້ຫົວໜ່ວຍແຮງງານໃຫ້ຜູ້ອອກແຮງງານ ໄດ້ຮັບການກວດກາສຸຂະພາບປະຈໍາປີ ໃຫ້ໄດ້ 1 ແຫ່ງ. ຂະຫຍາຍອັດຕາປົກຄຸມປະກັນສັງຄົມພາກວິສາຫະກິດ ໃຫ້ໄດ້ 50 ຄົນ, ປະຕິບັດນະໂຍບາຍເງິນປ່ຽນແທນໂກຕ້າລົດໃຫ້ໄດ້ 15 ທ່ານ, ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອຸດໜູນເສຍສະຫຼະຊີວິດປາງສົງຄາມ ໃຫ້ໄດ້ 100 ທ່ານ, ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອຸດໜູນເທື່ອດຽວຜູ້ຍັງມີຊີວິດ ໃຫ້ໄດ້ 150 ທ່ານ, ນະໂຍບາຍເງິນສົມທົບປຸກສ້າງສ້ອມແປງເຮືອນ 15 ທ່ານ ແລະ ສືບຕໍ່ຈັດຕັ້ງປະຕິບັດຂໍກິນເງິນເສຍອົງຄະຄືນໃໝ່ ໃຫ້ໄດ້ 5 ທ່ານ, ປຸກລະດົມການບໍລິຈາກເລືອດແບບສະໝັກໃຈ ໃຫ້ໄດ້ 1.850 ຖົງ, ກວດກູ້ລູກລະເບີດບໍ່ທັນແຕກອອກຈາກພື້ນທີ່ທໍາການຜະລິດ ແລະ ເຂດຊຸມຊົນ ໃຫ້ໄດ້ 1.086 ເຮັກຕາ ແລະ ຫຼຸດຜ່ອນຜູ້ຮັບເຄາະຮ້າຍຈາກລູກລະເບີດບໍ່ທັນແຕກ ໃຫ້ຕໍ່າກວ່າ 3 ຄົນ. ວຽກຈຸດສຸມແຕ່ນີ້ຫາ 2025 ແຂວງຈະສຸມໃສ່ພັດທະນາພື້ນຖານໂຄງລ່າງ ເຂດຈຸດສຸມຂອງສູນກາງ ແລະ ແຂວງ, ເຂດຈັດສັນພູມລຳເນົ່າ, ສະໜອງເຕັກນິກ, ແນວພັນພືດ ແລະ ທຶນ, ປັບປຸງວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ທັນສະໄໝ, ວ່ອງໄວ, ສໍາຫຼວດ, ຂຶ້ນທະບຽນສະຖານບູຮານເປັນມໍລະດົກທ້ອງຖິ່ນ, ຊຸກຍູ້ສົ່ງເສີມດ້ານວິຊາການຂອງຂະແໜງວັດທະນະທໍາ, ການສ້າງບ້ານວັດທະນະທໍາ ແລະ ຄອບຄົວວັດທະນະທໍາ, ສ້າງເງື່ອນໄຂໃຫ້ແມ່ຍິງຜູ້ທຸກຍາກ, ດ້ອຍໂອກາດ ໄດ້ຮັບການຝືກອົບຮົມວິຊາຊີບ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີ ເປັນຕົ້ນແມ່ນການມີລະບຽບການນຳໃຊ້ແຮງງານ, ການມີສັນຍາແຮງງານ, ການໄດ້ຮັບຄ່າແຮງງານ ແລະ ສະຫວັດດີການແຮງງານ ທີ່ເໝາະສົມ, ຄວາມປອດໄພສະຖານທີ່ເຮັດວຽກ, ຜູ້ອອກແຮງງານມີສຸຂະພາບທີ່ດີ ເພື່ອເປັນແຮງງານຈູງໃຈ ໃຫ້ຜູ້ອອກແຮງງານເຂົ້າສູ່ຕະຫຼາດແຮງງານໃນລະບົບຫຼາຍຂຶ້ນ. ໂຄສະນາເຜີຍແຜ່ກົດ                           ໝາຍວ່າດ້ວຍການປະກັນສັງຄົມ; ປະຊາສຳພັນ ແລະ ສ້າງສື່ໂຄສະນາ ເພື່ອໃຫ້ສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈວຽກງານປະກັນສັງຄົມຢ່າງກວ້າງຂວາງ ໂດຍຈະສຸມໃສ່ກຸ່ມເປົ້າໝາຍຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈທົ່ວໄປ. ປະຕິບັດນະໂຍບາຍສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດປະຊາທິປະໄຕ ຕາມກຸ່ມເປົ້າໝາຍຕ່າງໆ ໂດຍສະເພາເປົ້າໝາຍບຸລິມະສິດໃຫ້ສຳເລັດໂຄສະນາສຶກສາອົບຮົມໃຫ້ຊຸມຊົນ ຮັບຮູ້-ເຂົ້າໃຈຄວາມສ່ຽງຈາກລະເບີດບໍ່ທັນແຕກ ຢ່າງກວ້າງຂວາງ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ໄດ້ຕາມຄາດໝາຍທີ່ກຳນົດໄວ້.
ແຂວງຈະສຸມທຶນຮ່ອນປະຕິບັດໂຄງການບຸລິມະສິດພັດທະນາພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ແລະ ນໍາໃຊ້ບ້ວງທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 8 ໂຄງການ, ໂຄງການຈັດສັນພູມລຳເນົາ-ບ່ອນທຳມາຫາກິນໃຫ້ປະຊາຊົນ 5 ໂຄງການ, ໂຄງການຍົກລະດັບຄື້ນສັນຍານວິທະຍຸຂອງແຂວງ ຈາກ 2 ກິໂລວັດ ເປັນ 5 ກິໂລວັດ, ໂຄງການຕາມບັນຊີຮຽກການລົງທຶນຂອງຂະແໜງ ຖວທ,ໂຄງການເກັບກູ້ລະເບີດບໍ່ທັນແຕກ UXO ແລະ NPA ແລະ ໂຄງການ ສົ່ງເສີມບົດບາດຍິງ-ຊາຍ ແລະ ພັດທະນາແມ່ຍິງ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ