ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ອາ​ຊຽນພວມ​ຄົ້ນ​ຄວ້າ​ສ້າງຕັ້ງ​ກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ ເພື່ອ​ຮັບ​ມື​ກັບ​ວິ​ກິດ​​ດ້ານ​ການ​ສະໜອງ ແລະ ເພີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ຈະ​ມອບ​ໃຫ້​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ ​ແລະ​ ອາ​ຊີຕາ​ເວັນ​ອອກ​ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ ຄາດ​ວ່າ​ຈະ​​ສຳ​ເລັດ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.

 

ອີງຕາມໂຄງຄວາມຄິດທີ່ກ່ຽວຂ້ອງ, ປະເທດທີ່ມີສ່ວນຮ່ວມຈະສະສົມນ້ຳມັນເຊື້ອໄຟຢູ່ປະເທດຕົນ ແລະ ຖືກນຳໃຊ້ເປັນຄັງສຳຮອງຂອງພາກພື້ນ ໃນເວລາເກີດວິກິດດ້ານການສະໜອງ. ສະຫະລັດ ອາຣັບ ເອມີເຣດ ໄດ້ສະແດງຄວາມຍິນດີສະໜອງນ້ຳມັນເຊື້ອໄຟໃຫ້ປະເທດທີ່ເຂົ້າຮ່ວມ. 5 ປະເທດ ຄື: ອິນໂດເນເຊຍ, ສິງກະໂປ, ມາເລເຊຍ, ໄທ ແລະ ຫວຽດນາມ ໄດ້ຢືນຢັນຢ່າງຈະແຈ້ງວ່າຈະເຂົ້າຮ່ວມ.

ທ່ານ ຄຣິສຕີນາ ໂຣເກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຟີລິບປິນ ກ່າວວ່າ: ເຖິງວ່າບໍ່ໄດ້ຮັບການສະໜັບສະໜູນຈາກທຸກປະເທດສະມາຊິກອາຊຽນກໍຕາມ, ແຕ່ປະເທດທີ່ຍິນດີເຂົ້າຮ່ວມສາມາດປະຕິບັດໄປກ່ອນ.

ໂຕເລກຂໍ້ມູນຈາກອົງການພະລັງງານສາກົນສະແດງໃຫ້ເຫັນວ່າ: ລະດັບການເພິ່ງພາອາໄສການນຳເຂົ້ານ້ຳມັນເຊື້ອໄຟຂອງອາຊຽນໄດ້ເພີ່ມຂຶ້ນຈາກ 57% ໃນປີ 2010 ເປັນ 66% ໃນປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ