ອາຊຽນ-ອິນເດຍ ທົບທວນ AITIGA ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າໃນພາກພື້ນ

ອາຊຽນ-ອິນເດຍ ທົບທວນ AITIGA ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າໃນພາກພື້ນ
ຂ່າວສານຫວຽດນາມລາຍງານວ່າ: ກະຊວງການຄ້າ ແລະ ອຸດສາຫະກຳ ອິນເດຍ ແຈ້ງໃຫ້ຮູ້ວ່າ: ອິນເດຍ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມ ຄັ້ງທີ 4 ເພື່ອກວດກາຄືນບັນດາສັນຍາການຄ້າ ອາຊຽນ-ອິນເດຍ (AITIGA) ຢູ່ ປຸຕຣາຈາຍາ (ມາເລເຊຍ) ເມື່ອບໍ່ດົນມານີ້. ໂດຍການເປັນປະທານຮ່ວມຂອງທ່ານ ຣາເຈຊ ອາຣາວາລ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ອິນເດຍ ແລະ ທ່ານ ມັສຕູຣາ ອາໝັດ ມຸສຕາຟາ ຮອງເລຂາຜູ້ຮັບຜິດຊອບດ້ານການຄ້າ ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍ.
ໃນການພົບປະ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ກວດກາ AITIGA ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ນຳມາ ຊຶ່ງຜົນປະໂຫຍດໃຫ້ບັນດາວິສາຫະກິດໃນພາກພື້ນ.
ແຈ້ງການລະບຸວ່າ: ມາຮອດປັດຈຸບັນ, ຄະນະກຳມະການຮ່ວມໄດ້ດຳເນີນການປະເມີນຜົນວຽກງານຂອງກອງປະຊຸມ 4 ຄັ້ງ. ຄະນະກໍາມະການໄດ້ສະຫຼຸບຂໍ້ກຳນົດໃນການອ້າງອີງ ແລະ ໂຄງສ້າງການເຈລະຈາຂອງກອງປະຊຸມ 2 ຄັ້ງທຳອິດ ແລະ ເລີ່ມການເຈລະຈາເພື່ອທົບທວນ AITIGA ຈາກກອງປະຊຸມຄັ້ງທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ18-19 ກຸມພາ ຜ່ານມາ ຢູ່ ນີວເດລີ.
ອາຊຽນ ແມ່ນໜຶ່ງໃນຄູ່ຮ່ວມມືການຄ້າໃຫຍ່ຂອງອິນເດຍ ດ້ວຍຫຸ້ນສ່ວນ 11% ໃນການຄ້າໂລກຂອງອິນເດຍ. ວົງເງິນການຄ້າສອງຝ່າຍບັນລຸ 122,67 ຕື້ໂດລາ ໃນໄລຍະປີ 2023 - 2024. ການຍົກລະດັບ AITIGA ຈະຊ່ວຍຊຸກຍູ້ການຄ້າລະຫວ່າງສອງຝ່າຍຕື່ມອີກ.

ຄໍາເຫັນ

ຂ່າວຕ່າງປະເທດ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນລະຫວ່າງກອງປະຊຸມສາກົນກ່ຽວກັບການຕ້ານການຫຼອກລວງທາງອອນລາຍ ຊຶ່ງກຳປູເຈຍເປັນເຈົ້າພາບ ວ່າ, ການຫຼອກລວງທາງອອນລາຍເປັນບັນຫາລະດັບພາກພື້ນ ແລະ ຂ້າມຊາດ, ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ. ທ່ານເນັ້ນໜັກວ່າ, ກຳປູເຈຍບໍ່ສາມາດກຳຈັດອາຊະຍາກຳຂ້າມຊາດນີ້ໄດ້ດ້ວຍຕົວຄົນດຽວ ແລະ ຈຳເປັນຕ້ອງອາໄສການຮ່ວມມືລະຫວ່າງປະເທດ ເພື່ອເອົາຊະນະສິ່ງທ້າທາຍນີ້.
ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານ​ປະ​ເທດໄດ້ພົບປະກັບ​ການນຳບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.
8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

ວິທະຍຸກະຈາຍຫວຽດນາມລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດອາຣັບເອມີເລດ (UAE), ອິນໂດເນເຊຍ, ປາກິສຖານ, ຕວກກີ ແລະ ຊາອຸດິດ ອາຣັບບີ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ແຜນການ​ຜັນ​ຂະ​ຫຍາຍໄລຍະທີສອງ ເພື່ອຮັກສາຄຳ​ສັ່ງຢຸດຍິງ, ​ຫຼຸດ​ຜ່ອນ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.
ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ສີ​ຂຽວຂອງ​ຈີນ(2026) ​ທີ່​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ຈີນ​ມີ​ເຖິງ802 ຕື້ 251 ລ້ານ​ໂດ​ລາ, ກວມ​ເອົາ14,68% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ໃນ8 ເດືອນ​ຕົ້ນ​​ປີນີ້, ​ການ​ນຳ​ເຂົ້າ-ສົ່ງ​ອອກລົດ​ພະ​ລັງ​ງານ​ໄຟ​ຟ້າ, ໝໍ້​ໄຟ​ລີ​ທຽມ, ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວແລະຜ​ະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃບ​ສັ່​ງ​ຊື້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​​ແຮງລົມ, ເຮືອ​ພະ​ລັງ​ງານ​ສີ​ຂຽວ, ອຸ​ປະ​ກອນ​ປະ​ຢັດ​ພະ​ລັງ​ງານແລະອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.
ທ່ານ ​ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ ແລະ ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ

ທ່ານ ​ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ ແລະ ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 23 ກັນ​ຍາ​ນີ້ ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ຣິ​ກາ​​ດ້ວຍເຮືອ​ບິນ​ພິ​ເສດ ແລະ ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂດໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ.
ເປີດ​ການອະພິປາຍທົ່ວໄປ​ຂອງ​ກອງ​ປະ​ຊຸ​ມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81

ເປີດ​ການອະພິປາຍທົ່ວໄປ​ຂອງ​ກອງ​ປະ​ຊຸ​ມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ກັນ​ຍາ ຜ່ານມາ, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ນິວຢອກ​ ສະຫະລັດ ​ອາ​ເມ​ຣິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້ທຸກ​ຄົນ”.
Google ຖືກປັບໃໝຫຼາຍກວ່າ 400 ລ້ານເອີໂຣ

Google ຖືກປັບໃໝຫຼາຍກວ່າ 400 ລ້ານເອີໂຣ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ກັນ​ຍາ ຜ່ານມາ, ສະຫະພາບເອີຣົບໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ ແລະ ໄດ້ "ປັບໃໝ" ບໍ​ລິ​ສັດ Google ຫຼາຍກວ່າ 400 ລ້ານເອີໂຣ.
ຍີ່ປຸ່ນ ມີປະຊາກອນອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ

ຍີ່ປຸ່ນ ມີປະຊາກອນອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລາຍງານວ່າ, ຈໍານວນປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປໃນປະເທດຍີ່ປຸ່ນມີປະມານ 36.24 ລ້ານຄົນ ເມື່ອນັບມາຮອດວັນທີ 15 ກັນຍາ ຜ່ານມາ, ເພີ່ມຂຶ້ນປະມານ 20,000 ຄົນ ຈາກປີ 2025 ແລະ ເປັນອັດຕາສ່ວນສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 29.6% ຂອງປະຊາກອນທັງໝົດ.
ກຳປູເຈຍ ພາສື່ມວນຊົນຊົມສູນສໍ້ໂກງທາງອອນລາຍ ຫຼັງຈາກການປາບປາມ

ກຳປູເຈຍ ພາສື່ມວນຊົນຊົມສູນສໍ້ໂກງທາງອອນລາຍ ຫຼັງຈາກການປາບປາມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ກຳປູເຈຍ ໄດ້ພາສື່ມວນຊົນກຳປູເຈຍ ແລະ ສາກົນຫຼາຍສິບແຫ່ງເດີນທາງໄປທ່ຽວຊົມສູນທີ່ເຄີຍເປັນຖານການສໍ້ໂກງທາງອອນລາຍທີ່ຖືກທຳລາຍ, ລວມທັງຄາສິໂນທີ່ໃຊ້ເປັນສູນສໍ້ໂກງໃນແຂວງສະວາຍຣຽງ ແລະ ອາຄານທີ່ຢູ່ອາໄສຂອງກຸ່ມສໍ້ໂກງໃນແຂວງເປຣຍເວງ. ໃນຂະນະທີ່ກຳປູເຈຍກຳລັງກະກຽມຈັດກອງປະຊຸມສາກົນກ່ຽວກັບການຕ້ານການສໍ້ໂກງທາງອອນລາຍ ໃນລະຫວ່າງວັນທີ 23-24 ກັນຍາ ນີ້.
ເພີ່ມເຕີມ