ອາຊຽນ-ຄູ່ຮ່ວມເຈລະຈາ ທົບທວນຄືນພ້ອມປຶກສາຫາລືຫຼາຍບັນຫາສຳຄັນໃນພາກພື້ນ ແລະ ສາກົນ

ອາຊຽນ-ຄູ່ຮ່ວມເຈລະຈາ ທົບທວນຄືນພ້ອມປຶກສາຫາລືຫຼາຍບັນຫາສຳຄັນໃນພາກພື້ນ ແລະ ສາກົນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31, ພ້ອມທັງໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ສ ອາເມຣິກາ ໃນວັນທີ 27 ກໍລະກົດ ນີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 25 ໄດ້ທົບທວນຄືນການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນຖານະທີ່ເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະໜັບສະໜູນຂໍ້ສະເໜີຂອງ ສປປ ລາວ ເພື່ອອອກຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງຂອງພາກພື້ນ ເພື່ອຮັບຮອງໃນກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ອີກດ້ວຍ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ກໍຄືການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ອີເອເອສ ສໍາລັບສົກປີ 2024-2028. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັດແໜ້ນການຮ່ວມມື ໂດຍເນັ້ນໃສ່ຂົງເຂດບຸລິມະ ສິດ ເປັນຕົ້ນຄວາມໝັ້ງຄົງທາງດ້ານພະລັງງານ ແລະ ສະບຽງອາຫານ, ການສຶກສາ, ການແກ້ໄຂສິ່ງທາທ້າຍຈາກການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ສາທາລະນະສຸກ ແລະ ອື່ນໆ. ພ້ອມດຽວກັນນີ້, ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ ກໍຄືບົດບາດການນໍາພາກົນໄກຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຫຼື ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄືໃນໂລກ ໂດຍສອດຄ່ອງກັບບັນດາຫຼັກການພື້ນຖານຂອງອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ອາເມຣິກາ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ສ ອາເມຣິກາ ແລະ ໄດ້ກໍານົດທິດທາງໃນການຮັດແໜ້ນການຮ່ວມອາຊຽນ-ສ ອາເມຣິກາ ໃນຕໍ່ໜ້າ ໂດຍເນັ້ນໃສ່ຂົງເຂດການຮ່ວມມືໃໝ່ ເປັນຕົ້ນແມ່ນ ການຫັນປ່ຽນທາງດ້ານດີຈີຕອນ, ເຕັກໂນໂລຊີ ແລະ ປັນຍາປະດິດ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສອາເມຣິກາ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ນີ້ ໂດຍສະເພາະ ຄວາມຄືບໜ້າຂອງການຮ່າງຖະແຫຼງການຜູ້ນໍາອາຊຽນ-ສ ອາເມຣິກາ ວ່າດ້ວຍ ການສົ່ງເສີມປັນຍາປະດິດ ທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.

ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 31 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກໍາຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງໃນອະນາຄົດຂອງເວທີພາກພື້ນອາຊຽນ. ໃນນັ້ນ, ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາເອກະສານສໍາຄັນຄື: 1. ບັນຊີກິດຈະກຳ ສຳລັບການຈັດຕັ້ງປະຕິບັດໃນສົກປີ 2024-2025; 2. ແຜນວຽກກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການຕ້ານການກໍ່ການຮ້າຍ ແລະ ອາຊະຍະກຳຂ້າມຊາດ 2024-2026; 3. ແຜນວຽກກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ 2024-2027; ແລະ 4. ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການຮ່ວມມືພາກພື້ນດ້ານຄວາມປອດໄພຂອງເຮືອກຳປັ່ນ ທີ່ສະເໜີ ໂດຍ ສປ ຈີນ, ໂດຍມີ ສປປ ລາວ, ກໍາປູເຈຍ, ມຽນມາ ແລະ ສິງກະໂປ ຮ່ວມສະໜັບສະໜູນ. ນອກນັ້ນ, ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມບົດບາດຂອງເວທີພາກພື້ນອາຊຽນໃຫ້ມີປະສິດທິພາບສູງຂຶ້ນ ຄຽງຄູ່ກັບການຮັບປະກັນບົດບາດຄວາມເປັນແກນກາງຂອງອາຊຽນໃນກົນໄກດັ່ງກ່າວ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ໂດຍສະເພາະສິ່ງທ້າທາຍດ້ານຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກ, ລວມທັງສະພາບການໃນທະເລຈີນໃຕ້, ແຫຼມເກົາຫຼີ, ມຽນມາ, ຕາເວັນອອກກາງ ແລະ ອູແກຣນ.

(ຂ່າວ: ວັນເພັງ, ຂໍ້ມູນ: ກະຊວງການຕ່າງປະເທດ, ພາບ: ສໍານານ)

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ