ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ
ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:

 

ກອງປະຊມ ລມຕ ກະສກາ ແລະ ປາໄມ ອາຊຽນ ຄງທ 47 ແລະ ກອງປະຊມທກຽວຂອງ - image 1
 

1) ກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 (The 47th AMAF); 2) ກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ+3 ຄັ້ງທີ 25 (25th AMAF Plus Three); 3) ກອງປະຊຸມ ລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ-ຍິ່ປຸ່ນ ຄັ້ງທີ 2 (2nd AJMAF); 4) ກອງປະຊຸມພົບປະສອງຝ່າຍອີກຈຳນວນໜຶ່ງ.

ຜູ້ເຂົ້າຮ່ວມກອງປະຊຸມປະກອບມີ ບັນດາ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງເຂົ້າຮ່ວມ. ສຳລັບ ສປປ ລາວ ປະກອບມີ ທ່ານເອກອັກຄະລັດຖະທູດລາວ ປະຈໍາປະເທດຟີລິບປິນ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ຫົວໜ້າກົມປູກຝັງ, ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າກົມປ່າໄມ້, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຮອງຫົວໜ້າກົມຊົນລະປະທານ, ຮອງຫົວໜ້າກົມອາຊຽນ, ຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ.

ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງການທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດກ່ຽວກັບ: 1) ວຽກງານ ດ້ານອາຫານ, ກະສິກໍາ ແລະ ປ່າໄມ້ ອາຊຽນ ໃນໄລຍະຜ່ານມາ ແລະ ວິໄສທັດຂອງປະຊາຄົມອາຊຽນ ຕໍ່ກັບຂອບການຮ່ວມມືໃນຂະແໜງສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ຮອດປີ 2045; 2) ວຽກງານ ດ້ານອາຫານ, ກະສິກໍາ ແລະ ປ່າໄມ້ ອາຊຽນ+3 (ສປ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ) ໃນໄລຍະຜ່ານມາ (2016-2025); 3) ເພື່ອຮັບຮອງເອົາແຜນຍຸດທະສາດການຮ່ວມມືໃນຂະແໜງ ສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ອາຊຽນ+3 (2026-2035) ແລະ 4) ຮັບຮອງແຜນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ຍີ່ປຸ່ນ MIDORI ວ່າດ້ວຍການເພີ່ມທະວີລະບົບການຜະລິດສະບຽງອາຫານ ແລະ ກະສິກໍາ ເພື່ອຄວາມຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ.

ກອງປະຊມ ລມຕ ກະສກາ ແລະ ປາໄມ ອາຊຽນ ຄງທ 47 ແລະ ກອງປະຊມທກຽວຂອງ - image 2
 

ໃນໂອກາດການເຂົ້າຮ່ວມກອງປະຊຸມຄັ້ງນີ້, ສປປ ລາວ ໄດ້ນຳສະເໜີ ແຜນພັດທະນາ ຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ທີ່ຕິດພັນກັບຂອບການຮ່ວມມືອາຊຽນໃຫ້ກອງປະຊຸມໄດ້ຮັບຊາບ. ພ້ອມດຽວກັນນັ້ນ, ສປປ ລາວ ໄດ້ນໍາສະເໜີຜົນສໍາເລັດ ຂອງໂຄງການລິເລີ່ມລະບົບນິເວດກະສິກໍາ ຫຼື Lao-facilitated Initiative on Agroecology (LICA) ຂອງ ສປປ ລາວ ທີ່ສະໜັບສະໜູນ ແລະ ສອດຄ່ອງກັບ ນະໂຍບາຍຂອງ ອາຊຽນ ກ່ຽວກັບ ການຫັນປ່ຽນ ເປັນການຜະລິດກະສິກໍານິເວດວິທະຍາ (agroecology). ກອງປະຊຸມໄດ້ເຫັນດີຮັບຮອງເອົາບັນດາເອກະສານ ທີ່ຕິດພັນກັບວຽກງານດ້ານສະບຽງອາຫານ, ກະສິກຳ, ລ້ຽງສັດ ແລະ ປ່າໄມ້ ຂອງບັນດາປະເທດສະມາຊິກອາຊຽນ ຈໍານວນ 22 ສະບັບ; ຮັບຮອງເອົາວຽກງານການຈັດຕັ້ງປະຕິບັດ ຍຸດທະສາດ ການຮ່ວມມື ອາຊຽນ+3ໂດຍສະເພາະ ວຽກງານ ກະສິກໍາທັນສະໄໝ, ຕ່ອງໂສ້ມູນຄ່າການຜະລິດສະບຽງອາຫານ, ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ການຄວບຄຸມສັດຕູພືດ ແລະ ພະຍາດ, ແລະ ຂໍ້ລິເລີ່ມການພັດທະນາຄວາມສາມາດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮ່ວມສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ການຈັດຕັ້ງປະຕິບັດແຜນບູລິມະສິດ ດ້ານເສດຖະກິດ ຂອງປະເທດມາເລເຊຍ ໃນນາມເປັນປະທານ ອາຊຽນ ປີ 2025ແລະ ກະກຽມແຜນການຈັດຕັ້ງປະຕິບັດ ບຸລິມະສິດ ດ້ານເສດຖະກິດຂອງປະເທດຟີລິບປິນໃນການເປັນປະທານອາຊຽນ ປີ 2026.

ກອງປະຊຸມ ອາຊຽນ+3ແມ່ນໄດ້ຮັບຮອງເອົາແຜນຍຸດທະສາດການຮ່ວມມືໃນຂະແໜງ ສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ອາຊຽນ+3ປີ 2026-2035, ຊຶ່ງແຜນດັ່ງກ່າວແມ່ນສືບຕໍ່ ປັບປຸງວຽກງານຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ການຫັນເປັນດີຈີຕອນ ໃນຂະແໜງ ກະສິກໍາ ແລະ ອາຫານ. ໃນນັ້ນ, ວຽກງານຄັງແຮເຂົ້າສຸກເສີນອາຊຽນ+3(APTERR) ຖືເອົາເປັນບຸລິມະສິດ ເນື່ອງຈາກເປັນວຽກງານການປົກປ້ອງຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງພາກພື້ນ ຫຼື ເປັນຄັງແຮເຂົ້າສຸກເສີນອາຊຽນໃນເວລາເກີດໄພພິບັດ, ຊຶ່ງກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ເປັນຈຸດປະສານງານຫຼັກ ໃນການປະສານງານຂອບການຊ່ວຍເຫຼືອດັ່ງກ່າວ, ສຳລັບສົກປີ 2024-2025 ແມ່ນໄດ້ຮັບເຂົ້າຊ່ວຍເຫຼືອທັງໝົດ 3,800 ໂຕນ ເພື່ອຊ່ວຍເຫຼືອຜູ້ປະສົບອຸທົກກະໄພ ແລະ ອັກຄີໄພ ແລະ ແຜນປີ 2025-2026 ແມ່ນຈະໄດ້ຮັບ 1,600 ໂຕນ ເພື່ອເກັບຮັກສາໄວ້ເປັນຄັງສໍາຮອງເພື່ອແຈກຢາຍໃຫ້ຜູ້ໄດ້ຮັບຜົນກະທົບໃນເວລາເກີດໄພພິບັດ.

ສໍາລັບກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ຍີປຸ່ນ ແມ່ນໄດ້ຮັບຮອງເອົາແຜນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ຍີ່ປຸ່ນ MIDORI ຊຶ່ງເປັນແຜນງານທີ່ຕິດພັນກັບວຽກງານກະສິກໍາແບບຍືນຍົງ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ສົ່ງເສີມ ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການອະນຸລັກຊີວະນາໆພັນ, ສ້າງລະບົບຕ່ອງໂສ້ມູນຄ່າເພີ້ມໃຫ້ແກ່ຂະແໜງການກະສິກຳ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ, ການພັດທະນາຊັບພະຍາກອນມະນຸດ ແລະ ການແບ່ງປັນຂໍ້ມູນຂ່າວສານ.

ຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້, ເຫັນໄດ້ວ່າ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ແມ່ນໄດ້ມີຄວາມເປັນເອກະພາບສູງ ແລະ ໃຫ້ຄວາມສຳຄັນທີ່ສຸດຕໍ່ກັບການພັດທະນາ ວຽກງານດ້ານສະບຽງອາຫານ, ການຜະລິດກະສິກຳ ແລະ ປ່າໄມ້ ແຕ່ນີ້ຮອດປີ 2045 ແລະ ຕໍ່ໄປໃນອະນາຄົດ. ຕໍ່ກັບຄວາມເປັນເອກະພາບດັ່ງກ່າວ ແມ່ນຈະສົ່ງຜົນດີ ແລະ ສ້າງໂອກາດໃຫ້ ສປປ ລາວ ໃນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ເປັນຕົ້ນແມ່ນ ໂອກາດໃນການ ແລກປ່ຽນຂໍ້ມູນຂ່າວສານ ດ້ານເຕັກນິກວິຊາການ ກັບບັນດາປະເທດສະມາຊິກອາຊຽນ, ສາມາດເຂົ້າເຖິງ ເຕັກນິກທັນສະໄໝ, ເຕັກໂນໂລຊີ ແລະ ແຫຼ່ງທຶນ ໃນການພັດທະນາຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອຍົກສູງສະມັດຕະພາບການຜະລິດ ແລະ ສາມາດປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ແລະ ທັງເປັນການສ້າງຄວາມໝັ້ນຄົງທງດ້ານສະບຽງອາຫານ ແລະ ລາຍຮັບໃຫ້ປະຊາຊົນທີ່ໝັ້ນຄົງ.

(ຂ່າວ: ກະຊວງ ກສ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

ເຊົ້າວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕເພື່ອມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ - ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.
ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ເພີ່ມເຕີມ