![]() |
ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງ ສກູບາ ໃນໂອກາດຢ້ຽມຢາມທາງການຄັ້ງນີ້ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄວາມຮັກແພງສະໜິດສະໜົມຖານສະຫາຍອ້າຍນ້ອງຈາກ ການນໍາພັກ-ລັດ ແລະ ປະຊາຊົນລາວທຸກທົ່ວໜ້າ ໄປຍັງ ສະຫາຍການນໍາພັກ-ລັດ ແລະ ປະຊາຊົນກູບາອ້າຍນ້ອງ. ພ້ອມນີ້ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ກໍຄື ປະຊາຊົນກູບາ ຕັ້ງແຕ່ໄລຍະຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຈົນເຖິງປັດຈຸບັນ ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງຂອງ ສກູບາ ຕໍ່ການສ້າງສາພັດທະນາຂອງ ສປປ ລາວ.
![]() |
ໃນຂະນະດຽວກັນ, ການນໍາຂັ້ນສູງຂອງ ສກູບາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາຢ່າງຍາວນານ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ການນໍາຂັ້ນສູງ ຂອງ ສປປ ລາວ.
![]() |
ໃນໂອກາດນີ້, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ການນໍາຂັ້ນສູງ ແຫ່ງ ສ.ກູບາ ໄດ້ຕີລາຄາສູງຕໍ່ສາຍພົວພັນຖານອ້າຍນ້ອງ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ບົນພື້ນຖານອຸດົມການສັງຄົມນິຍົມ ລະຫວ່າງສອງປະເທດ ທີ່ໄດ້ມີການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມມືກັນ ແລະ ໃກ້ຊິດກັນ ບໍ່ວ່າໃນໄລຍະຕໍ່ສູ້ປົກປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ກໍຄືບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດ ຢ່າງເປັນປະຈໍາ. ພິເສດ, ການພົວພັນຮ່ວມມືທາງດ້ານການເມືອງຂອງສອງປະເທດ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບແໜ້ນແຟ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ການຮ່ວມມືດ້ານອື່ນໆ ລະຫວ່າງ ສອງປະເທດ ກໍໄດ້ຮັບການສືບຕໍ່ເສີມຂະຫຍາຍ ເປັນຕົ້ນການສ້າງຊັບພະຍາກອນມະນຸດ, ສຶກສາ, ກິລາ, ສາທາລະນະສຸກ, ກະສິກໍາ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ເຫັນດີຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງປະເທດ ໃຫ້ມີທ່າກ້າວໃໝ່ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ກູບາ ໃນຕໍ່ໜ້າ.
![]() |
ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອະນຸສາວະລີວິລະຊົນແຫ່ງຊາດ ໂຮເຊ ມາຕີ ແລະ ໄປຢ້ຽມຢາມເຂດເສດຖະກິດພິເສດ ມາຣຽນ ແລະ ສູນ ຟີແດນ ກາສໂຕຣ ອີກດ້ວຍ.
(ຂ່າວ: ກຕທ)
ຄໍາເຫັນ