ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ
ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ຄະນະຜແທນ ສວສສຊ ເຂາຮວມກອງປະຊມສຳມະນາວທະຍາສາດສາກນຢ ຣາຊາອານາຈກກຳປເຈຍ - image 1
 

 

ຈຸດປະສົງ ຂອງກອງປະຊຸມ ສຳມະນາວິທະຍາສາດຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການ ຊຶ່ງກັນ ແລະ ກັນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ທີ່ກົມກຽວ ຢູ່ ສປປ ລາວ, ສສ ຫວຽດນາມ ແລະ ກຳປູເຈຍ.

ທ່ານ Sok Touch ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ຖືເປັນໂອກາດໃໝ່ ທີ່ພວກເຮົາຈະໄດ້ຮ່ວມກັນແລກປ່ຽນຄວາມຄິດເຫັນ ແລະ ຍົກລະດັບຄວາມຮ່ວມມືໃຫ້ມີປະສິດທິຜົນຫຼາຍຂຶ້ນ ທ່າມ ກາງ ບໍລິບົດການປ່ຽນແປງ ຂອງ ພູມິລັດຖະສາດ ແລະ ຄວາມທ້າທາຍ ທັງພູມິພາກ ແລະ ທົ່ວໂລກ ຊຶ່ງໄດ້ກຳນົດຄວາມທ້າທາຍ ແລະ ໂອກາດໃໝ່ໆ ໃນຄວາມສຳພັນລະຫວ່າງສາມປະເທດ, ການແລກປ່ຽນຄວາມຄິດເຫັນ ແລະ ຍຸດທະສາດ ເພື່ອເສີມສ້າງສັນຕິພາບຄວາມສາມັກຄີ ແລະ ຄວາມໝັ້ນຄົງ, ນຳສະເໜີແນວທາງຄວາມຮ່ວມມື ທີ່ສາມາດປະຕິບັດໄດ້ຈິງ, ສົ່ງເສີມການເຊື່ອມໂຍງ ລະຫວ່າງນັກຄົ້ນຄວ້າ ແລະ ຜູ້ກຳນົດນະໂຍບາຍ, ສ້າງຈິດສຳນຶກ ດ້ານສັນຕິພາບ ແລະ ຄວາມເປັນເອກະພາບ ໃນໝູ່ປະຊາຊົນ, ເສີມສ້າງຄວາມສຳພັນໃຫ້ເປັນມິດຕະພາບ ແລະ ຄວາມຮ່ວມມືທີ່ຍືນຍົງ, ຜັກດັນເຂດຊາຍແດນ ໃຫ້ເປັນຕົວຢ່າງ ຂອງຄວາມຮ່ວມມື, ສົ່ງເສີມຄວາມສຳພັນທາງວັດທະນະທຳ ເພື່ອສ້າງຄວາມເຂົ້າໃຈ ແລະ ການຢູ່ຮ່ວມກັນຢ່າງກົມກຽວ. ສະນັ້ນຄວາມສຳພັນລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ ຈິງມີຮາກຖານຜູກພັນ ຢູ່ໃນ 3 ດ້ານຄື: ພູມິສາດ: ມີຊາຍແດນຕິດກັນ ປະຊາຊົນສາ ມາດເດີນທາງໄປມາຫາກັນໄດ້, ປະຫວັດສາດ: ເຄີຍຮ່ວມກັນຕໍ່ສູ້ເພື່ອອິດສະຫຼະ, ທຳມະຊາດ: ມີແມ່ນ້ຳ ແລະ ພູເຂົາ ຮ່ວມກັນ ເຊັ່ນ: ແມ່ນ້ຳໂຂງດັ່ງນັ້ນ; ພວກເຮົາບໍ່ສາມາດແຍກອອກຈາກກັນໄດ້ ແລະ ຈະຕ້ອງສ້າງຄວາມໄວ້ວາງ ໃຈຊຶ່ງກັນ ແລະ ກັນເພື່ອເສີມສ້າງສັນຕິພາບ ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ.

ໃນໂອກາດດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ມີຄໍາເຫັນຕໍ່ກອງປະຊຸມບາງຕອນວ່າ: ການຈັດກອງປະຊຸມສຳມະນາວິທະຍາສາດສາກົນໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນຊຶ່ງກັນ ແລະ ກັນ ກ່ຽວກັບ ທິດສະດີ ແລະ ພຶດຕິກຳຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ທີ່ກົມກຽວ ຢູ່ ສປປ ລາວ, ຫວຽດນາມ ແລະ ກຳປູເຈຍ ປັດຈຸບັນນີ້ ສູນກາງພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນ ອອກນະໂຍບາຍ, ນິຕິກຳ ແລະ ກົນໄກການຄຸ້ມຄອງ ແລະ ໄດ້ກຳນົດເອົາການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມທີ່ກົມກຽວກັນ ເປັນແນວທາງລວມຂອງການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດທາງດັ່ງກ່າວ ອັນໄດ້ເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຕາມແນວ ທາງດັ່ງກ່າວ ປະສົບຜົນສຳເລັດໃນລະດັບໃດໜຶ່ງ, ເປັນຕົ້ນແມ່ນໃນການພັດທະນາທາງດ້ານເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ. ຄຽງຄູ່ກັບຜົນສຳເລັດ ກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍຢາງທີ່ຈະຕ້ອງໄດ້ປັບປຸງ ແລະ ແກ້ໄຂ ເປັນຕົ້ນແມ່ນ: ການຂະຫຍາຍຕົວຂອງເສດຖະກິດຍັງມີຫຼັກສະນະກະຕຸກຕົວສູງໃນຂະແໜງການທີ່ຕິດພັນກັບຊັບພະຍາກອນທຳມະຊາດ, ການບົກແຫ້ງຂອງຊັບພະຍາກອນທຳມະຊາດ ແລະ ການເສືອມໂຊມຂອງສິ່ງແວດລ້ອມ, ການເພີ່ມຂຶ້ນຂອງຄວາມບໍ່ສະເໜີພາບໃນສັງຄົມ, ການອະນຸລັກ-ຮັກສາເອກະລັກ ແລະ ວັດທະນາທຳອັນດີງາມຂອງຊາດ.

ກອງປະຊຸມໄດ້ຮັບຟັງການສະເໜີບົດສຳມະນາວິທະຍາສາດ, ສົນທະນາ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍແບ່ງອອກເປັນ 3 ວາລະຄື: ວາລະທີ 1: ໄດ້ຮັບຟັງການສະເໜີບົດສຳມະນາວິທະຍາສາດ, ສົນທະນາ, ປືກສາຫາລື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນກ່ຽວກັບການ ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມທີກົມກຽວ; ວາລະທີ 2: ກ່ຽວກັບການປົກປັກຮັກສາເອກະລັກຂອງຊາດທາງດ້ານວັດທະນາທຳພາຍໃຕ້ເງື່ອນໄຂການເຊື່ອມໂຍງ ພາກພື້ນ ແລະ ສາກົນ; ແລະ ວາລະທີ 3: ກ່ຽວກັບນະໂຍບາຍສັງຄົມເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູເຈຍ. ບົດສຳມະນາວິທະຍາສາດ ແລະ ປະກອບຄຳຄິດ ຄໍາເຫັນຂອງບັນດານັກວິທະຍາກອນ ແລະ ສຳມະນາກອນ ໄດ້ຊີ້ໃຫ້ເຫັນກ່ຽວກັບຜົນສຳເລັດ, ຂໍ້ຄົງຄ້າງ, ກາລະລະໂອກາດ, ສິ່ງທ້າຍທາຍ ແລະ ມີຂໍ້ສະເໜີແນະໃນການເພີ່ມທະວີ ການຮ່ວມມືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ທີກົມກຽວ ຢູ່ ສປປ ລາວ, ສສ ຫວຽດນາມ ແລະ ຣາຊາອານາຈັກ ກຳປະເຈ່ຍ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ ຈະສືບຕໍ່ຈັດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງທີ XIII ພາຍໄຕ້ຫົວຂໍ້: “ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ ລະຫວ່າ ລາວ, ຫວຽດນາມ ແລະ ກຳປູເຈຍ” ໃນລະຫວ່າງເດືອນ ກັນຍາ-ທັນວາ 2026 ຢູ່ທີ່ ສສ ຫວຽດນາມ, ພາຍໃຕ້ການເປັນເຈົ້າພາບ ຂອງ ສະຖາບັນ ບັນດິດວິທະຍາສາດສັງຄົມ ຂອງ ສສ ຫວຽດນາມ.

ຂ່າວ-ພາບ: ສວສສຊ

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ