![]() |
ໃນໂອກາດນີ້, ສະຫາຍ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນຢ່າງຈິງໃຈຕໍ່ ສະຫາຍ ນາງ ຟາງ ຫົງ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ກໍຄືການນໍາພັກ-ລັດ ຂອງ ສປ ຈີນ, ຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ສະຫາຍຈີນ ອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 76 ປີຜ່ານມາ ໂດຍສະເພາະຜົນສໍາເລັດດ້ານວຽກງານການຕ່າງປະເທດທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດສ້າງສັນຕິພາບ ແລະ ການຮ່ວມມື, ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດຂອງໂລກ. ພ້ອມນີ້, ກໍມີຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄືລະຫວ່າງ ສອງກະຊວງການຕ່າງປະເທດ ໃນຊຸມປີທີ່ຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ, ສືບຕໍ່ຮັກສາກົນໄກການເຮັດວຽກ, ປະສານງານ ແລະ ປຶກສາຫາລືຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດບັນດາວຽກງານທີ່ການນຳຂັ້ນສູງ, ສອງພັກ-ສອງລັດ ໄດ້ຕົກລົງກັນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມກັນນັ້ນ, ຝ່າຍລາວ ຍັງໄດ້ຍືນຍັນທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດກັບ ຝ່າຍຈີນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ກໍ່ຄືການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາຂັ້ນສູງໄດ້ເຫັນດີຮ່ວມກັນໃຫ້ມີຜົນສໍາເລັດຕົວຈິງຍິ່ງໆຂຶ້ນ, ພ້ອມທັງຢືນຢັນຄືນວ່າພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍ່ຍຶດໝັ້ນຫຼັກການຈີນດຽວ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
![]() |
ໃນໂອກາດດຽວກັນ, ສະຫາຍ ນາງ ຟາງ ຫົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດຈາກຝ່າຍລາວໃນຄັ້ງນີ້ ພ້ອມທັງ ຢືນຢັນວ່າ ສະຖານທູດ ກໍຄື ກະຊວງການຕ່າງປະເທດ ສປ ຈີນ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ຄໍາເຫັນ