![]() |
ກອງປະຊຸມໄດ້ປຶກສາຫາລືຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ໜຶ່ງ, ການຮັບຮອງເອົາແບບຟອມຄຳຮ້ອງຂໍການຮ່ວມມືທາງອາຍາເພື່ອໃຫ້ແບບຟອມຮ້ອງຂໍມີຄວາມເປັນເອກະພາບ, ວ່ອງໄວ ແລະ ມີປະສິດທິຜົນຍິ່ງຂຶ້ນ; ສອງ, ການຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ຂອງບັນດາປະເທດສະມາຊິກອາຊຽນ ພາຍໃຕ້ສົນທິສັນຍາອາຊຽນວ່າດ້ວຍການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາ ສະບັບປີ 2004 ເພື່ອຍົກໃຫ້ເຫັນສະພາບລວມ, ຜົນສຳເລັດ, ສິ່ງທ້າທາຍເພື່ອຊອກຫາວິທີທາງຮ່ວມກັນຫາທາງອອກທີ່ມີປະສິດທິຜົນ; ສາມ, ການລາຍງານກ່ຽວກັບການກະກຽມຄວາມພ້ອມ ເພື່ອເຂົ້າເປັນພາຄີສົນທິສັນຍາອາຊຽນວ່າດ້ວຍການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາຂອງປະເທດຕີມໍແລັດສະເຕ; ສີ່, ການຮັບຮອງຄໍາແນະນໍາການເຂົ້າເປັນພາຄີສົນທິສັນຍາອາຊຽນຂອງປະເທດທີ່ບໍ່ເປັນສະມາຊິກອາຊຽນ, ການປັບປຸງເວັບໄຊອາຊຽນ ກ່ຽວກັບສົນທິສັນຍາອາຊຽນ, ການຈັດກອງປະຊຸມຄັ້ງຕໍ່ໄປ ແລະ ບັນຫາອື່ນໆຈຳນວນໜຶ່ງ.
![]() |
ກອງປະຊຸມຄັັ້ງນີ້ເປັນການສະແດງເຖິງຄວາມໝາຍໝັ້ນ ແລະ ພັນທະສາກົນ ໃນວຽກງານອາຊຽນກ່ຽວກັບການຮ່ວມມືລະຫວ່າງປະເທດທງອາຍາຂອງ ສປປ ລາວ ກໍຄືຂອງ ອອປສ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຳເນີນຄະດີອາຍາຂອງ ສປປ ລາວ, ຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດຢ່າງມີປະສິດທິຜົນ ເຮັດໃຫ້ສັງຄົມປະເທດເຮົາມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍຢ່າງບໍ່ຢຸດຢັ້ງ.
ຂ່າວ: ອອປສ
ຄໍາເຫັນ