ໂຄງການດັ່ງກ່າວໄດ້ເລີ່ມຕົ້ນມາແຕ່ປີ 2019 ມາເຖິງປັດຈຸບັນເປັນໄລຍະທີ 4 ເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ບັນດາແພດໝໍໃນການຜ່າຕັດມະເຮັງທໍ່ນໍ້າບີ, ການດູແລຄົນເຈັບຫຼັງຜ່າຕັດ ແລະ ການບົ່ງມະຕິພະຍາດຢູ່ທີ່ໂຮງໝໍສີນະຄະລິນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມທັງນໍາເອົາບົດຮຽນ ແລະ ປະສົບການດັ່ງກ່າວມາປະຕິບັດຕົວຈິງຢູ່ ສປປ ລາວ.
ການຈັດຕັ້ງປະຕິບັດໂຄງການໃນໄລຍະທີ 4 ນີ້ ຈະດໍາເນີນການກວດຄັດກອງໃນກຸ່ມເປົ້າໝາຍຢູ່ 10 ບ້ານເປົ້າໝາຍຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນຈຳນວນທັງໝົດ 1,000 ຄົນ, ໃນນັ້ນຈະໄດ້ກວດຄັດກອງລົງທະບຽນ, ເກັບຕົວຢ່າງອາຈົມ ແລະ ນ້ຳຍ່ຽວເພື່ອນໍາມາວິເຄາະ, ກວດດ້ວຍເຄື່ອງອູນຕຣາຊາວເພື່ອບົ່ງມະຕິມະເຮັງທໍ່ນໍ້າບີແຕ່ຫົວທີ ແລະ ໃຫ້ບໍລິການປິ່ນປົວດ້ວຍການຜ່າຕັດທີ່ໂຮງໝໍມະໂຫສົດ.
ສຳລັບສປປ ລາວ ການຕິດເຊື້ອພະຍາດໃບໄມ້ໃນຕັບ ທີ່ເປັນບັນຫາສາທາລະນະສຸກຍ້ອນກິນປາດິບ/ປາທີ່ປຸງແຕ່ງບໍ່ສຸກດີ ຕິດພັນກັບການເປັນມະເຮັງທໍ່ນໍ້າບີ. ສະນັ້ນ, ການປູກຈິດສໍານຶກດ້ານການປ້ອງກັນພະຍາດໃບໄມ້ໃນຕັບໃນເດັກນັກຮຽນຊັ້ນປະຖົມຫ້ອງ ປ4, ປ5 ໃນບັນດາໂຮງຮຽນເມືອງເປົ້າໝາຍແມ່ນໜຶ່ງໃນບັນດາກິດຈະກໍາໂຄງການ ລວມທັງການສ້າງຄວາມກ້າວໜ້າດ້ານການຄົ້ນຄວ້າວິທະຍາສາດສາທາລະນະສຸກ.
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ
ຄໍາເຫັນ